ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໂຄເຮັນ ກ່າວວ່າ ທ່ານ ທຣໍາ ສັ່ງໃຫ້ລາວຈ່າຍເງິນປິດປາກ ແກ່ນັກສະແດງຮູບເງົາຜູ້ໃຫຍ່


ທ່ານ ໄມໂຄລ ໂຄເຮັນ ອອກຈາກອາພາດທ໌ເມັນຂອງທ່ານ ເພື່ອເດີນທາງໄປສານອາຍາໃນຂົງເຂດແມນຮັດຕັນ, ວັນທີ 13 ພຶດສະພາ 2024, ໃນລັດນິວຢອກ.
ທ່ານ ໄມໂຄລ ໂຄເຮັນ ອອກຈາກອາພາດທ໌ເມັນຂອງທ່ານ ເພື່ອເດີນທາງໄປສານອາຍາໃນຂົງເຂດແມນຮັດຕັນ, ວັນທີ 13 ພຶດສະພາ 2024, ໃນລັດນິວຢອກ.

ທ່ານ ໄມໂຄລ ໂຄເຮັນ, ຜູ້ແກ້ໄຂບັນຫາທາງດ້ານການເມືອງຄັ້ງດຽວຂອງ ທ່ານ ດໍໂນລ ທຣໍາ, ເປັນພະຍານໃນວັນຈັນວານນີ້ວ່າ ປະທານາທິບໍດີສະຫະລັດໃນອະນາຄົດ ໄດ້ສັ່ງໃຫ້ລາວຈ່າຍເງິນແບບລັບໆຈໍານວນ 130,000 ໂດລາໃຫ້ແກ່ນັກສະແດງຮູບເງົາຜູ້ໃຫຍ່ ນາງ ສຕອມມີ ເດນຽລ ກ່ອນການເລືອກຕັ້ງປີ 2016 ພຽງບໍ່ເທົ່າໃດມື້.

ທ່ານ ໂຄເຮັນ ກ່າວວ່າ ການຈ່າຍເງິນດັ່ງກ່າວແມ່ນເພື່ອບໍ່ໃຫ້ ນາງ ເດນຽລ ເວົ້າກ່ຽວກັບການກ່າວຫາທີ່ນາງໄດ້ນັດພົບກັນກັບ ທ່ານ ທຣໍາ, ແລະຫຼັງຈາກນັ້ນ ທ່ານ ທຣໍາ ກໍໄດ້ປອມແປງການຊໍາລະເງິນຄືນໃຫ້ ທ່ານ ໂຄເຮັນ ເປັນຄ່າທໍານຽມທາງດ້ານກົດຫມາຍ.

ທ່ານ ໂຄເຮັນ ໃຊ້ເວລາຫຼາຍຊົ່ວໂມງໃນການເປັນພະຍານຢູ່ໃນສານຂອງລັດນິວຢອກ ເພື່ອໃຫ້ການເປັນພະຍານກ່ຽວກັບອະດີດເຈົ້ານາຍຂອງລາວ ໃນການພິຈາລະນາຄະດີອາຍາຄັ້ງທຳອິດຂອງປະທານາທິບໍດີສະຫະລັດ.

ທ່ານ ທຣໍາ ຖືກຟ້ອງໃນ 34 ຂໍ້ຫາ ກ່ຽວກັບການປອມແປງບັນທຶກທຸລະກິດຢູ່ໃນກຸ່ມບໍລິສັດອະສັງຫາລິມະສັບຈາກອົງການ Trump ຂອງທ່ານ ເພື່ອເຮັດໃຫ້ເບິ່ງຄືວ່າ ການຈ່າຍເງິນໃຫ້ ທ່ານ ໂຄເຮັນ ໃນປີ 2017 ແມ່ນເພື່ອວຽກງານດ້ານກົດໝາຍ ແທນທີ່ຈະເປັນການຊໍາລະເງິນຄືນເພື່ອປິດປາກ ທີ່ທ່ານສົ່ງໃຫ້ ນາງ ເດນຽລ.

ໃນການເປັນພະຍານທີ່ຖືກຈັບຕາເບິ່ງນັ້ນ, ທ່ານ ໂຄເຮັນ ກ່າວຕໍ່ຄະນະຕຸລາການ 12 ຄົນ ທີ່ກໍາລັງພິຈາລະນາຄະດີວ່າ ທ່ານ ທຣໍາ ໄດ້ອະນຸມັດຈ່າຍເງິນປິດປາກໃນການພົບປະກັນກ່ອນການເລືອກຕັ້ງ. ໃນເວລານັ້ນ, ການໂຄສະນາຫາສຽງຂອງ ທ່ານ ທຣໍາ ຮູ້ວ່າ ນາງ ເດນຽລ ກໍາລັງພະຍາຍາມຂາຍການມີເພດສໍາພັນຂອງນາງ ກັບ ທ່ານ ທຣໍາ ໃນການແຂ່ງຂັນຕີກອັບຟ໌ຂອງບັນດາຄົນທີ່ມີຊື່ສຽງ ໃນປີ 2006 ຫຼື ໄດ້ຮັບຄ່າຈ້າງເພື່ອປິດປາກ.

ທ່ານ ໂຄເຮັນ ໄດ້ອ້າງເຖິງຄໍາເວົ້າຂອງ ທ່ານ ທຣໍາ ທີ່ກ່າວວ່າ “ ‘ບໍ່ມີເຫດຜົນທີ່ຈະຮັກສາເລື້ອງນີ້ໄວ້ຢູ່ທາງນອກນັ້ນ, ລົງມືປະຕິບັດໄປໂລດ,’ ເຊິ່ງທ່ານໄດ້ເນັ້ນຢໍ້າກັບຂ້ອຍວ່າ ‘ດໍາເນີນກໄປເລີຍ.’”

ທ່ານ ທຣໍາ ຖືກກ່າວຫາວ່າ ທ່ານໄດ້ບອກໃຫ້ ທ່ານ ໂຄເຮັນ ເຮັດວຽກກ່ຽວກັບລາຍລະອຽດຕ່າງໆນໍາຫົວໜ້າເຈົ້າໜ້າທີ່ທາງດ້ານການເງິນຂອງອົງການທຣໍາໃນເວລານັ້ນ ທ່ານ ເອລເລັນ ໄວເຊລເບີກ (Allen Weisselberg), ແລະ “ຊອກຫາວິທີແກ້ໄຂສິ່ງນີ້ທັງໝົດ.”

ເກາະກວາມ ໄດ້ຮັບການກໍ່ສ້າງທາງທະຫານ ໂດຍປາສະຈາກຊັບພະຍາກອນ ສໍາລັບສະໜອງດ້ານຊາຍແດນ

ກວາມ ເປັນດິນແດນຂອງສະຫະລັດທີ່ໃກ້ກັບເອເຊຍທີ່ສຸດ, ແລະການສ້າງຕັ້ງທາງທະຫານຂອງຕົນ ຈຶ່ງເປັນອົງປະກອບອັນສໍາຄັນຂອງຍຸດທະສາດການປ້ອງກັນປະເທດອາເມຣິກາ ຢູ່ໃນຂົງເຂດປາຊີຟິກ

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG