ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທີມ Miami ຊະນະ ແຊ້ມບານບ້ວງ ແຫ່ງຊາດ ຂອງ ສຫລ


ທ້າວ Lebron James ​​ເຮັດຄະ​ແນນ​ໄດ້ 37 ຄະ​ແນນ ຮວມທັງ​ການ​ຊຸດ​ລູກ 3 ຄະ​ແນນ​ໄດ້​ຫ້າ​ເທື່ອ.
ທ້າວ Lebron James ​​ເຮັດຄະ​ແນນ​ໄດ້ 37 ຄະ​ແນນ ຮວມທັງ​ການ​ຊຸດ​ລູກ 3 ຄະ​ແນນ​ໄດ້​ຫ້າ​ເທື່ອ.
ທີມບານບ້ວງ​ຫຼືບາສ​ເກັດ​ບອລ Heat ຂອງ​ນະຄອນ Miami
ໄດ້ຄວ້າ​ເອົາ​ແຊ້ມ ​ສະມາຄົມບານບ້ວງແຫ່ງ​ຊາດ ຂອງ​ສະຫະ
ລັດ ມາ​ຄອງ ເປັນ​ຄັ້ງທີ​ສອງ​ລຽນ​ຕິດ ​ໂດຍ​ເອົາ​ຊະນະທີມ
Spurs ຂອງ​ນະຄອນ San Antonio ດ້ວຍ​ຄະ​ແນນ 95 ຕໍ່
88 ​ໃນ​ການ​ແຂ່ງຂັນ ເພື່ອ​ຕັດສິນ​ຊີ້ຂາດ ​ເກ​ມທີເຈັດ​ຢ່າງ​ດຸ
​ເດືອດ ຂອງ​ການແຂ່ງຂັນ​ເພື່ອ​ຊິງ​ແຊ້ມທັງ​ໝົດ​ເຈັດເກ​ມນັ້ນ.

ທ້າວ Lebron James ເຮັດຄະ​ແນນ​ໄດ້ 37 ຄະ​ແນນ ຮວມ
ທັງ​ການ​ຊຸດ​ລູກ 3 ຄະ​ແນນ​ໄດ້​ຫ້າ​ເທື່ອ ​ແລະ​ທ້າວ Dwyane
Wade ເຮັດ​ໄດ້ຕື່ມ​ອີກ​ 23 ຄະ ​ໃນ​ຂະນະ​ທີ່​ທິມ Heat ​ໄດ້ຊະ
ນະ 4 ຕໍ່ 3 ​ໃນ​ການ​ແຂ່ງຂັນ​ທັງ​ໝົດ​ເຈັດ​ເກ​ມ.

ທິມຂອງ​ນະຄອນ Miami ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຢ່າງ​ໃຫຍ່​ຫລວງ​ ຈາກທ້າວ Shane Battier ຊຶ່ງ​ນັ່ງລໍ​ຖ້າສຳ​ຮອງ​ຢູ່ທາງ​ນອກ ​ທີ່​ເຮັດໄດ້ 18 ຄະ​ແນນຈາກ​ການ​ຊຸດ​ລູກ​ສາມ​ຄະ​ແນນ​ໄດ້​ຫົກ​ເທື່ອ.

ທ້າວ Tim Duncan ແມ່ນ​ນຳ​ໜ້າ​ທິມ Spurs ດ້ວຍ 24 ຄະ​ແນນ ​ແຕ່​ວ່າ ​ໄດ້​ພາດໂອກາດ​ອັນ​ສໍາຄັນ ​ໃນ​ນາ​ທີ​ສຸດ​ທ້າຍ ທີ່​ອາດ​ຈະ​ເຮັດ​ໃຫ້​ຄະ​ແນນສະ​ເໝີກັນ. ທິມ Miami ​ໄດ້​ມີຄະ​ແນນ​ນໍາ​ໜ້າ​ໄປ​ໄກ ຫລັງ​ຈາກນັ້ນກໍໄດ້​ຊະນະ ຄວ້າ​ເອົາແຊ້ມບານບ້ວງ ແຫ່ງ​ງຊາດຂອງ​ສະຫະລັດ​ມາ​ຄອງ​ເປັນຄັ້ງ​ທີ່ສາມ.

ທ້າວ Jame ​ໄດ້​ຖືກ​ລົງ​ຄະ​ແນນ​ວ່າ ​ເປັນນັກ​ຫລີ້ນ​ທີ່​ມີດີ​ເດັ່ນທີ່​ສຸດ ​ໃນ​ຮອບ​ສຸດ​ທ້າຍ​ ຂອງ ການ​ແຂ່ງຂັນ​ເປັນປີ​ທີ່ສອງ.

ນອກ​ນັ້ນຜູ້ກ່ຽວຍັງ​ໄດ້​ເປັນ​ນັກ​ກິລາ​ທີ່​ດີ​ເດັ່ນທີ່​ສຸດ ສຳລັບ​ລະດູ​ການ​ແຂ່ງຂັນ​ທໍາ​ມະ​ດາ.
XS
SM
MD
LG