ນັກບິນອະວະກາດ Scott Kelly ທີ່ກັບຄືນມາສູ່ໂລກມະນຸດເຮົາ
ໃນວັນທີ 1 ມີນາ ຫຼັງຈາກໄດ້ປະຕິບັດງານ ຢູ່ເທິງສະຖານີອະວະ
ກາດນາໆຊາດ ເປັນເວລາເກືອບນຶ່ງປີ ເວລານີ້ຜູ້ກ່ຽວສູງ 5 ຊັງຕີ
ແມັດກວ່າທ່ານ Mark Kelly ອ້າຍທີ່ເປັນຝາແຝດກັບລາວ.
ນັ້ນແມ່ນ ການຄົ້ນພົບໃນຂັ້ນຕົ້ນ ຂອງຜົນກະທົບທີ່ມີຕໍ່ຮ່າງກາຍ
ໃນການອາໄສຢູ່ໃນບ່ອນທີ່ບໍ່ມີແຮງດຶງດູດຂອງໂລກຫຼືມີແຮງດຶງ
ດູດຂອງໂລກເທົ່າກັບສູນ.
ສາດສະດາຈານດ້ານຈິດຕະແພດ Brinda Rana ຫົວໜ້າຄະ
ນະສືບສວນ ຈາກໂຮງຮຽນການແພດ ຂອງມະຫາວິທະຍາໄລ
ຄາລີຟໍເນຍທີ່ນະຄອນແຊນດີອາໂກຊຶ່ງຈະເຂົ້າຮ່ວມໃນການສຶກສາຄົ້ນຄວ້າກ່ຽວກັບສອງ
ອ້າຍນ້ອງຝາແຝດ Kelly ກ່າວວ່າ ການສຶກສາຂອງພວກເຮົາ ຈະສະໜອງຂໍ້ມູນທີ່ສຳຄັນ
ກ່ຽວກັບວ່າ ສະພາບແວດລ້ອມຂອງອະວະກາດ ມີຜົນກະທົບແນວໃດຕໍ່ຮ່າງກາຍມະນຸດ
ຂອງເຮົາໃນລະດັບໂມໂລກຸນ ເພື່ອໃຫ້ທາງອົງການອະວະກາດສະຫະລັດຫຼື NASA ສາ
ມາດລະບຸໄດ້ກ່ຽວກັບສິ່ງທີ່ມີຄວາມສ່ຽງແລະມາດຕະການປ້ອງກັນທີ່ເປັນໄປໄດ້ຕໍ່ບັນຫາ
ສຸຂະພາບ ໃນການເດີນທາງເປັນເວລາດົນນານຢູ່ໃນອະວະກາດ ເຊັ່ນການເດີນທາງໄປ
ປະຕິບັດງານຢູ່ເທິງດາວພະອັງຄານເປັນຕົ້ນ.
ພວກນັກບິນອະວະກາດ ມັກຈະສູງຂຶ້ນກວ່າເກົ່າຢູ່ເທິງອະວະກາດຍ້ອນວ່າຂໍ້ຢູ່ໃນກະດູກ
ສັນຫຼັງຂອງມະນຸດ ໄດ້ຖືກກົດດັນ ຍ້ອນຄວາມດຶງດູດຂອງໂລກ.
ການປະຕິບັດງານ ຂອງທ່ານ Kelly ສ່ວນນຶ່ງແລ້ວ ແມ່ນເປັນໂອກາດ ໃຫ້ອົງການອະວະ
ກາດສະຫະລັດ ໄດ້ສຶກສາເບິ່ງວ່າ ນັກບິນອະວະກາດ ຈະມີປະສົບການແບບໃດໃນການໄປປະຕິບັດງານເທິງດາວພະອັງຄານ ຊຶ່ງອາດຈະໃຊ້ເວລາປະມານນຶ່ງປີນັ້ນ.