ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກ້ອງສ່ອງດາວ Kepler ຄົ້ນພົບດາວເຄາະ 104 ໜ່ວຍ


ການຄົ້ນພົບດາວເຄາະໃໝ່ໄດ້ນຳເອົາຈຳນວນຂອງດາວເຄາະທີ່ໄດ້ຖືກຄົ້ນພົບ ໂດຍກ້ອງສ່ອງດາວອາວະກາດ Kepler ເປັນຫຼາຍກວ່າ 2,300 ໜ່ວຍ ນັບຕັ້ງແຕ່ມັນໄດ້ຖືກເປີດຕົວ ໃນເດືອນມີນາ 2009 ເປັນຕົ້ນມາ.
ການຄົ້ນພົບດາວເຄາະໃໝ່ໄດ້ນຳເອົາຈຳນວນຂອງດາວເຄາະທີ່ໄດ້ຖືກຄົ້ນພົບ ໂດຍກ້ອງສ່ອງດາວອາວະກາດ Kepler ເປັນຫຼາຍກວ່າ 2,300 ໜ່ວຍ ນັບຕັ້ງແຕ່ມັນໄດ້ຖືກເປີດຕົວ ໃນເດືອນມີນາ 2009 ເປັນຕົ້ນມາ.

ບັນດານັກດາລາສາດກ່າວວ່າ ພວກເຂົາເຈົ້າໄດ້ຄົ້ນພົບດາວເຄາະທີ່ ໂຄຈອນອ້ອມດາວ ຢູ່ນອກລະບົບສຸລິຍະຈັກກະວານ 104 ໜ່ວຍ, ໃນນັ້ນມີ 2 ໜ່ວຍສາມາດ​ໃຫ້ການ​ສະໜັບ ສະໜູນ​ຕໍ່ສິ່ງທີ່ມີຊີວິດໄດ້.

ພວກມັນໂຄຈອນອ້ອມດາວຂະໜາດນ້ອຍ K2-72 ຊະນິດ M, ເຊິ່ງມີໄລຍະ 181 ປີແສງ ຫ່າງອອກໄປ.

ດາວດັ່ງກ່າວ, ເຊິ່ງໄດ້ຖືກຄົ້ນພົບໂດຍການໃຊ້ກ້ອງສ່ອງດາວ ອາວະກາດ Kepler ຂອງ ອົງການອາວະກາດແຫ່ງຊາດຂອງສະຫະລັດ ຫຼື NASA, ແມ່ນມີຂະໜາດໃຫຍ່ກວ່າ ໂລກ 20 ຫາ 50 ເທື່ອ, ອີງຕາມການກ່າວຂອງນັກດາລາສາດ.

ພວກມັນມີໄລຍະໃກ້ກັບຕາ​ເວັນຂອງພວກມັນຫຼາຍ, ເຊິ່ງມີຂະໜາດເທົ່າກັບເຄິ່ງໜຶ່ງຂອງ ດວງຕາເວັນຂອງພວກເຮົາ ແລະ ມືດຫຼາຍກວ່າດາວເຄາະຕ່າງໆໃນລະບົບສຸລິຍາຈັກກະ ວານຂອງພວກເຮົາ ດ້ວຍການໂຄ ຈອນລະຫວ່າງ 5.5 ແລະ 24 ມື້.

ດາວເຄາະ 2 ໜ່ວຍຈາກຈຳນວນທັງໝົດ, ບັນດານັກຄົ້ນຄວ້າໄດ້ກ່າວວ່າ ມັນສົ່ງແສງສະ ຫວ່າງໃນລະດັບທີ່ຄ້າຍຄືກັບໂລກຂອງເຮົາ. ດາວເຄາະສອງໜ່ວຍນັ້ນເອີ້ນວ່າ K2-72c ແລະ K2-72e, ນອນຢູ່ໃນເຂດທີ່ນ້ຳອາດຈະມີຢູ່.

ດາວເຄາະ K2-72c ໝູນໂຄຈອນດາວຂອງມັນທຸກໆ 15 ມື້ ແລະ ມີຄວາມອົບອຸ່ນກວ່າ ໂລກພຽງແຕ່ 10 ເປີເຊັນເທົ່ານັ້ນ ແມ່ນກະທັງທີ່ມັນຢູ່ໃນໄລຍະທີ່ໃກ້ຊິດກັບດາວຂອງມັນ ກໍຕາມ. ໃນທາງກົງກັນຂ້າມ, ດາວເຄາະ K2-72e ໝູນໂຄຈອນດາວຂອງມັນທຸກໆ 24 ວັນ ແລະ ເບິ່ງຄືວ່າຈະເຢັນກວ່າໂລກ 6 ເປີເຊັນ.

ດາວເຄາະຕ່າງໆແມ່ນໄດ້ຖືກຄົ້ນພົບໂດຍທາງອ້ອມ, “ດ້ວຍການວັດແທກຄວາມລະອຽດ ໃນແສງສະຫວ່າງຂອງດາວ ທີ່ເປັນສາເຫດມາຈາກດາວໜ່ວຍໜຶ່ງເດີນທາງກາຍໜ້າ ດາວຂອງມັນ.”

ການຄົ້ນພົບໄດ້ນຳເອົາຈຳນວນຂອງດາວເຄາະທີ່ໄດ້ຖືກຄົ້ນພົບໂດຍກ້ອງສ່ອງດາວອາວະ ກາດ Kepler ເປັນຫຼາຍກວ່າ 2,300 ໜ່ວຍ ນັບຕັ້ງແຕ່ມັນໄດ້ຖືກເປີດຕົວໃນເດືອນມີນາ 2009 ເປັນຕົ້ນມາ. ເປັນການອະທິບາຍເຖິງຈຳນວນເກືອບ 2 ສ່ວນ 3 ຂອງດາວທັງໝົດທີ່ ໄດ້ຖືກຢືນຢັນໃນການຄົ້ນພົບ.

ການຄົ້ນພົບຕ່າງໆແມ່ນໄດ້ຖືກເປີດເຜີຍທາງ ອອນໄລນ໌ ໃນວາລະສານ Astrophysical Journal Supplement Series.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG