ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສຫລ ຕິດຕັ້ງສາຍ​ດ່ວນ ລາຍງານອາດຊະ ຍາກໍາໂດຍຄົນ​ເຂົ້າເມືອງ ຜິດກົດໝາຍ


ພວກເຈົ້າໜ້າທີ່ກວດຄົນເຂົ້າເມືອງ ແລະພາສີ (ICE) ທີ່ກຳລັງ ປະຕິບັດງານ ແນໃສ່ພວກຄົນເຂົ້າເມືອງຜິດກົດໝາຍ.
ພວກເຈົ້າໜ້າທີ່ກວດຄົນເຂົ້າເມືອງ ແລະພາສີ (ICE) ທີ່ກຳລັງ ປະຕິບັດງານ ແນໃສ່ພວກຄົນເຂົ້າເມືອງຜິດກົດໝາຍ.

ການ​ຕິດຕັ້ງສາຍ​ດ່ວນ ຫລື hotline ​ໂດຍ​ຄະນະລັດຖະບານຂອງ​ປະທານາທິບໍດີ​ທຣໍາ
​ເພື່ອ​ໃຫ້​ປະຊາຊົນ​ສາມາດ​ລາຍ​ງານ​ການກໍ່ອາດຊະຍາ​ກໍາ​ໂດຍ​ພວກ​ເຂົ້າ​ເມືອງ​ທີ່​ຜິດ
ກົດໝາຍ​ໄດ້ຖືກຕິຕຽນ​ຮ້ອງ​ໂຮ​ຈາກ​ພວກ​ປະ​ທ້ວງ ​ແລະຂີ້ດື້​ຫົວ​ແຂັງ.

ສາຍ​ດ່ວນ ຫລື hotline ທີ່​ມີ​ຊື່ວ່າ ຫ້ອງ​ການ​ພົວພັນ​ຜູ້​ເຄາະ​ຮ້າຍ​ຈາກ​ການກໍ່ອາດ​ຊະ​ຍາ
​ກໍາທາງ​ດ້ານ​ການ​ເຂົ້າ​ເມືອງ ຫລື VOICE ​ໄດ້​ເລີ້ມ​ເປີດ​ນໍາ​ໃຊ້​ໃນ​ວັນ​ພຸດ​ຜ່ານ​ມານີ້ ​ໂດຍ
”ຫ້ອງການ​ປະຕິບັດ​ກົດ​ລະບຽບດ້ານ​ຄົນ​ເຂົ້າ​ເມືອງ ​ແລະ​ພາສີຂອງ​ສະຫະລັດ​ອາ​ເມຣິກາ
ຫລື ICE.

ພວກ​ຕໍາໜິວິຈານການ​ຕິດຕັ້ງສາຍ​ດ່ວນ​ນີ້ ​ໄດ້​ໃຊ້​ສັງຄົມ​ອອນ​ລາຍ ​ເພື່ອ​ເຮັດ​ເຍາະ​ເຍີ້ຍ
​ແລະ​ ບອກໃຫ້​ຄົນ​ໂທ​ໄປ​ຫາ hotline ​ເພື່ອ​ລາຍ​ງານ​ກ່ຽວກັບ​ມະນຸດ​ຕ່າງ​ດາວ​ທີ່​ມາ​ຈາກ​
ອາ​ວະ​ກາດ.

ທ້າວ Alex McCoy ຜູ້ຕໍາໜິວິຈານ​ລະບົບ​ດັ່ງກ່າວ ​ແມ່ນ​ຜູ້ນຶ່ງທີ່​ບອກ​ໃຫ້​ຄົນ​ໂທ​ໄປ​ກວນ.
ລາວ​ກ່າວ​ຕໍ່ສໍານັກ​ຂ່າວ NBC News ວ່າ "ຂ້ອຍ​ຄິດ​ວ່າ​ອັນ​ນີ້​ເປັນ​ໂອກາດ​ນຶ່ງ ທີ່​ຈະ​ຕ້ານ
ວິທີ​ການ​ທີ່​ທຣໍາ​ໃຊ້ເພື່ອ​ເຮັດ​ໃຫ້ຊຸມ​ຊົນ ຄົນ​ເຂົ້າ ​ເມືອງ​ເກີດ​ຄວາມ​ຢ້ານ​ກົວ. ຄວາມ​ຄິດ​ນີ້
ກໍ​ເລີ້ມຂຶ້ນອີ່ຫລີ," ລາວ​ເວົ້າຕື່ມ​ວ່າ ລາວ​ຫວັງ​ວ່າ ຄວາມ​ພະຍາຍາມຂອງ​ລາວ​ຈະ​ນໍາ​ໄປ​ສູ່
ການ​ປິດ​ລົງ​ຂອງ​ລະບົບສາຍ​ດ່ວນນີ້.

ອີງ​ຕາມ​ສໍານັກຂ່າວສານ Fox News ​ການ​ໂທ​ໄປ​ຫລິ້ນ​ເພື່ອລົບ​ກວນ ເຮັດ​ໃຫ້​ສາຍ​ຕິດ
​ສໍາລັບ​ພວກ​ທີ່​ຢາກ​ໂທ​ໄປລາຍ​ງານ​ກ່ຽວກັບ​ອາດ​ຂະ​ຍາ​ກໍາ.ເຈົ້າໜ້າທີ່​ຂອງ​ຫ້ອງການ
ICE official ກ່າວ​ຕໍ່ສໍານັກ​ຂ່າວ Fox News ວ່າ

"ທ່ານ John Kelly ລັດຖະມົນຕີ​ກະຊວງຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງ​ສະຫະລັດ
​ໄດ້ ​ເວົ້າ​ແຈ້ງໃນ​ວັນ​ພຸດ​ຜ່ານ​ມາແລ້ວວ່າ ລະບົບໂທລະສັບ​ນີ້ ​ແມ່ນ​ໃຊ້​ເພື່ອ​ໃຫ້​ຜູ້​ໄດ້​ຮັບ
​ເຄາະ​ຮ້າຍ ຂໍ​ເອົາ​ຂໍ້​ມູນ ​ແລະການ​ຊ່ວຍ​ເຫລືອຕ່າງໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG