ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຈມຕີ ທາງອິນເຕີແນັດ ຢູ່ ສະຫະລັດ ໄດ້ຮັບການແກ້ໄຂແລ້ວ


ຜູ້ຊາຍຄົນນຶ່ງ ກຳລັງເຄາະແປ້ນອັກສອນຄອມພິວເຕີ້
ຜູ້ຊາຍຄົນນຶ່ງ ກຳລັງເຄາະແປ້ນອັກສອນຄອມພິວເຕີ້

ສິບ​ເອັດ​ຊົ່ວ​ໂມງ​ຫລັງ​ຈາກ​ການ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດ​ຮອບ​ທຳ​ອິດ​ເລີ້ມ​ຂຶ້ນຢູ່​ສະຫະລັດ​ໃນ​ວັນ​ສຸກ​ວານ​ນີ້ ບໍລິສັດ​ຄວບ​ຄຸມ​ ການ​ຈະລາຈອນ​ ທາງ​ອິນ​ເຕີ​ແນັດ Dyn ກ່າວ​ວ່າ ບັນ ຫາ​ດັ່ງກ່າວ​ໄດ້​ຮັບ​ການ​ແກ້​ໄຂ​ແລ້ວ.

ການ​ໂຈມ​ຕີແມ່ນ​ເລີ້ມຂຶ້ນ ຢູ່​ສະຫະລັດ ຊຶ່ງຫລັງ​ຈາກ​ນັ້ນກໍ​ແຜ່​ລາມ​ໄປ​ຍັງ​ຫຼາຍໆ​ເຂດ​ໃນ ​ຢູໂຣບຕາ​ເວັນ​ຕົກ ​ໄດ້ເຮັດ​ໃຫ້​ອິນ​ເຕີ​ແນັດ ​ໃຊ້​ການ​ບໍ່​ໄດ້ ຊຶ່ງໄດ້​ກໍ່​ໃຫ້​ເກີດຜົນ​ກະທົບ ​ຕໍ່ ຫຼາຍ​ເວັບ​ໄຊ​ທີ່​ໄດ້​ຮັບ​ຄວາມ​ນິຍົມຮວມທັງ​ຕາໜ່າງສື່​ສັງຄົມ Twitter ເວັບ​ບໍລິການ​ໂອນ​ເງິນ PayPal ເວັບ​ບໍລິການ​ດົນຕີ Spotify ​ແລະ​ເວັບການ​ສົນທະນາ Reddit.

Dyn ຊຶ່ງ​ເປັນ​ບໍລິສັດ​ ທີ່​ມີ​ຫ້ອງການ​ຕັ້ງຢູ່​ ໃນລັດ New Hampshire ​ທາງພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ສະຫະລັດ ທີ່​ຄຸ້ມ​ຄອງ​ພື້ນຖານ​ໂຄງ​ລ່າງ​ທາງ​ອິນ​ເຕີ​ແນັດ​ທີ່​ສຳຄັນໆ ກ່າວ​ວ່າ ຕົນ​ໄດ້​ຖືກ​ໂຈມ​ຕີ​ປະມານ 11 ​ໂມງ ຕາມ​ເວລາ​ມາດຕະຖານ​ສາກົນຫຼື UTC.

Earnest on US Internet Outage
please wait

No media source currently available

0:00 0:00:34 0:00

ບໍລິສັດ Dyn ຊຶ່ງ​ເຄື່ອງ​ບໍລິການເຊີ​ເວີ​ໄດ້​ຄວບ​ຄຸມ​ການ​ຈະລາຈອນ​ທາງ​ອິນ​ເຕີ​ແນັດ​ໂດຍ​ ລະບົບ DNS ນັ້ນ ກ່າວ​ວ່າ ຕົນ​ສາມາດແກ້​ໄຂ​ການ​ໂຈມ​ຕີ​ຮອບ​ທຳ​ອິດ​ໄດ້ແລ້ວ ​ແຕ່​ກໍ​ໄດ້​ປະ​ເຊີນ​ການ​ໂຈມ​ຕີ​ຮອບ​ສອງ ຊຶ່ງ​ມີ​ຂຶ້ນປະມານ 17 ​ໂມງ​ຕາມ​ເວລາ​ມາດຕະຖານ​ສາກົນ. ຫລັງ​ຈາກ​ໄດ້​ຕ້ານ​ຢັນ​ກັບ​ການ​ໂຈມ​ຕີ​ຮອບ​ສອງແລ້ວ ບໍລິສັດ Dyn ກ່າວ​ວ່າ ຕົນກໍ​ໄດ້​ປະ​ເຊີນ​ກັບ​ບັນຫາຕື່ມອີກ​ໃນ​ຕອນ​ແລງ. ​ໃນ​ເວລານັ້ນທາງ​ບໍລິ​ສັດ​ກ່າວ​ວ່າ ​ຕົນ​ພວມ​ທຳ​ການ​ ສື​ບສວນ​ກ່ຽວ​ກັບ​ການ​ໂຈມຕີ​ຫຼາຍຄັ້ງຢູ່.

ມີ​ລາຍ​ງານ​ວ່າ ການ​ໂຈມ​ຕີ​ເຫລົ່ານັ້ນ​ໄດ້​ຮັບ​ການ​ແກ້​ໄຂ​ປະມານ 22 ​ໂມງ​ຕາມ​ເວລາ​ມາດ ຕະຖານ​ສາກົນ.

ກະຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງ​ສະຫະລັດກ່າວ​ວ່າ ຕົນ​ກຳລັງ​ສືບສວນ​ເບິ່ງ “ທຸກ​ສາ​ເຫດ​ທີ່​ເປັນ​ໄປ​ໄດ້” ກ່ຽວ​ກັບ​ການ​ໂຈມ​ຕີ​ດັ່ງກ່າວ.

​ໂຄສົກ​ຂອງ​ທຳນຽບຂາວ​ ທ່ານ Josh Earnest ​ເອີ້ນການ​ໂຈມ​ຕີນີ້ວ່າ ມີ​ຈຸດປະສົງ​ຮ້າຍ ​ແຕ່​ກໍ​ກ່າວ​ວ່າທ່ານ​ຍັງ​ບໍ່​ມີ​ຂໍ້​ມູນ​ໃດໆ​ເທື່ອ​ວ່າ​ໃຜ​ເປັນ​ຜູ້​ຢູ່​ເບື້ອງຫຼັງໃນ​ການ​ໂຈ​ມຕີ​ດັ່ງກ່າວ.

ພວກ​ຊົມ​ໃຊ້​ອິນ​ເຕີ​ແນັດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ໂຈມ​ຕີພົບ​ວ່າ ການ​ໃຊ້​ອິນ​ເຕີ​ແນັດ​ຂອງ​ພວກ​ເຂົາ​ເຈົ້າ​ແມ່ນ​ເຕັມ​ໄປ​ດ້ວຍການຊັກ​ຊ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG