ຮູບພາບຕ່າງໆຈາກດາວທຽມຂອງໄທ ໄດ້ເປີດເຜີຍໃຫ້ເຫັນ
ເພີ້ມຕື່ມ ໃນອັນທີ່ອາດຈະເປັນ ຊາກຫັກພັງຂອງເຮືອບິນ
ອາຍພົ່ນໂດຍສານມາເລເຊຍ ທີ່ຫາຍສາບສູນໄປນັ້ນ ແຕ່ວ່າ
ການຊອກຄົ້ນຫາເຮືອບິນລຳດັ່ງກ່າວໄດ້ມີການໂຈະເປັນການ
ຊົ່ວຄາວອີກ ຍ້ອນສະພາບອາກາດບໍ່ອຳນວຍ.
ອົງການອະວະກາດຂອງໄທ ໄດ້ກ່າວວ່າ ໃນວັນພະຫັດມື້ນີ້ວ່າ ດາວທຽມໜ່ວຍນຶ່ງຂອງຕົນໄດ້ແນມເຫັນວັດຖຸປະມານ 300
ຊິ້ນສ່ວນຟູຢູ່ເທິງໜ້ານ້ຳ ຊຶ່ງມີຄວາມກ້ວາງແຕ່ 2 ຫາ 15 ແມັດ
ໃນຂົງເຂດຫ່າງໄກສອກຫຼີກຫ່າງໄກ ທາງພາກໃຕ້ຂອງມະຫາ
ສະມຸດອິນເດຍ.
ຂ່າວດັ່ງກ່າວນີ້ມີຂຶ້ນ ຫຼັງຈາກໄດ້ມີການແນມເຫັນ 122 ຊິ້ນສ່ວນ ທີ່ອາດເປັນໄປໄດ້ວ່າມາຈາກເຮືອບິນຂອງມາເລເຊຍທີ່ຫາຍໄປນັ້ນ ຊຶ່ງບາງອັນແມ່ນເຫຼື້ອມແລະຍາວເຖິງ 23 ແມັດ ໂດຍດາວທຽມຂອງຝຣັ່ງ ໃກ້ໆກັບບໍລິເວນດຽວກັນນັ້ນ.
ເທົ່າເຖິງປັດຈຸບັນ ການດຳເນີນຄວາມພະຍາຍາມເພື່ອໄປກູ້ເອົາຊິ້ນສ່ວນເຫຼົ່ານີ້ຂຶ້ນມາແມ່ນຍັງບໍ່ທັນໄດ້ຮັບຜົນສຳເລັດເທື່ອ.
ໜ່ວຍຄຸ້ມຄອງການເດີນເຮືອທາງທະເລຂອງອອສເຕຣເລຍ ໄດ້ກ່າວວ່າ ສະພາບອາກາດທີ່ບໍ່ດີໃນວັນພະຫັດມື້ນີ້ ໄດ້ບັງຄັບໃຫ້ພວກເຮືອບິນທີ່ຊອກຄົ້ນຫາທັງໝົດ ອອກໄປຈາກຂົງເຂດດັ່ງກ່າວ ແຕ່ພວກເຂົາເຈົ້າຍັງກ່າວວ່າ ສ່ວນເຮືອກຳປັ່ນນັ້ນ
ຍັງຈະດຳເນີນສືບຕໍ່ຄົ້ນຫາຢູ່.
ໃນຖະແຫຼງການ ທີ່ໄດ້ນຳອອກເຜີຍແຜ່ທາງ Twitter ໃນແລງ
ວັນພະຫັດມື້ນີ້ ຕາມເວລາທ້ອງຖິ່ນຂອງອອສເຕຣເລຍ ເຈົ້າໜ້າ
ທີ່ກ່າວວ່າ ຕົນຄາດວ່າຈະມີສະພາບອາກາດມືດມົວ ບໍ່ແຈ່ມໃສ
ປົກຄຸມບໍລິເວນດັ່ງກ່າວໄປອີກ 24 ຊົ່ວໂມງ.
ມີເຮືອບິນ 11 ລຳແລະກຳປັ່ນອີກ 5 ລຳໄດ້ພາກັນຊອກຄົ້ນຫາໃນພື້ນທີ່ 2,500 ກິໂລ
ແມັດ ຢູ່ນອກແຄມຝັ່ງທະເລພາກຕາເວັນຕົກສຽງໃຕ້ຂອງອອສເຕຣເລຍ ໃນຄວາມ
ພະຍາຍາມເພື່ອຈະໄປເກັບກູ້ເອົາອັນທີ່ອາດຈະເປັນຊາກຫັກພັງຫຼືຊິ້ນສ່ວນຂອງເຮືອ
ບິນລຳ ດັ່ງກ່າວກ່ອນທີ່ສະ ພາບອາກາດຮ້າຍແຮງ ຈະເຄື່ອນເຂົ້າມາປົກຄຸມຂົງເຂດ.
ນີ້ ແມ່ນເປັນຄັ້ງທີ 2 ໃນອາທິດນີ້ ທີ່ສະພາບອາກາດບໍ່ດີ ໄດ້ເຮັດໃຫ້ການຊອກຄົ້ນຫາຕ້ອງ ໄດ້ຢຸດຊົ່ວຄາວ ຊຶ່ງມີຂຶ້ນຢູ່ໃນເຂດທີ່ຫ່າງໄກສອກຫຼີກແລະສະພາບນ້ຳທະເລແມ່ນປັ່ນປ່ວນ ເປັນອັນລະລາຍທີ່ສຸດໃນໂລກ.