ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ດຳ​ເນີນ​ຄະ​ດີຍິງ ​ເຮືອ​ບິນ ຖ້ຽວທີ 17 ຂອ​ງ​ມາ​ເລ​ເຊຍຕົກ ເປີດ​ຂຶ້ນຢູ່ເນ​ເທີ​ແລນ ຂະ​ນະ​ທີ່ພວກ​ຕ້ອງ​ສົງ​ໄສ ຍັງ​ບໍ່ທັນ​ ຖື​ກ​ຈັບເທື່ອ


​ພາບ​ຂອງຊາວຣັດເຊຍ: ທ້າວ Igor Girkin, Sergei Dubinsky ແລະ Oleg Pulatov ແລະທ້າວ Leonid Kharchenko, ຄົນຢູເຄຣນນັ້ນ ທີ່​ຖື​ກ່າວ​ຫາ​ວ່າ ຍັງ​ເຮືອ​ບິນ​ໃນ​ຖ້ຽວ​ບິນ​ທີ MH17 ຕົນ​ໃນ​ປີ 2014 ນັ້ນ
​ພາບ​ຂອງຊາວຣັດເຊຍ: ທ້າວ Igor Girkin, Sergei Dubinsky ແລະ Oleg Pulatov ແລະທ້າວ Leonid Kharchenko, ຄົນຢູເຄຣນນັ້ນ ທີ່​ຖື​ກ່າວ​ຫາ​ວ່າ ຍັງ​ເຮືອ​ບິນ​ໃນ​ຖ້ຽວ​ບິນ​ທີ MH17 ຕົນ​ໃນ​ປີ 2014 ນັ້ນ

ການ​ດຳ​ເນີນ​ຄະ​ດີຕໍ່​ຊາວ​ຣັດ​ເຊຍແລະ​ຢູ​ເຄ​ຣນກ່ຽວ​ກັບ​ການ​ຍິງ​ເຮືອ​ບິນ​ໂດຍ​ສ​ານ​ຖ້ຽວ​ບິນທີ 17 ຂອງ​ສາຍ​ການ​ບິນ​ມາ​ເລ​ເຊຍໃນ​ເດືອນ​ກໍ​ລະ​ກົດປີ 2014 ຕົກ ​ຢູ່​ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ​ທີ່​ຄວບ​ຄຸມ​ໂດຍ​ພວກ​ແບ່ງ​ແຍກ​ດິນ​ແດນ ນັ້ນ ໄດ້​ເປີດ​ຂຶ້ນ​ຢູ່​ໃນ​ປະ​ເທດເນ​ເທີ​ແລນ.

ຜູ້​ຕ້ອງ​ສົງ​ໄສ​ລວມ​ມີ ​ຊາວ​ຣັດ​ເຊຍຄື ທ້າວອີ​ກໍ ເກີ​ກິນ (Igor Girkin), ເຊີ​ເກ ດຸ​ບບິນ​ຊະ​ກີ (Sergei Dubinsky) ແລະ ​ທ້າວໂອ​ເລັກ ປູລາ​ຕົ​ຟ (Oleg Pulatov) ແລະທ້າວ ເລ​ໂອ​ນິດ ຄາ​ເຈັນ​ໂກ (Leonid Kharchenko) ຊຶ່ງ ເປັນຄົນ​ຢູ​ເຄ​ຣນນັ້ນ ຖືກ​ກ່າວ​ຫາ​ວ່າ​ ໄດ້​ສັງ​ຫານ​ຄົນ​ໂດຍ​ສານ​ພ້ອມ​ກັບພະ​ນັກ​ງານ​ຢູ່ໃນ​ເຮືອ​ບິນ 298 ຄົນ ທີ່​ເສຍ​ຊີ​ວິດ​ໄປໃນ​ຖ້ຽວ​ບິນທີ MH17 ທີ່​ບິນ​ຂຶ້ນ​ຈາກ​ນະ​ຄອນອາມ​ສະ​ເຕີ​ດາມ (Amsterdam) ມຸ້ງ​ໜ້າໄປ​ຫາ​ນະ​ຄອນກົວ​ລາ​ລຳ​ເປີ (Kuala Lumpur) ທີ່​ຖືກ​ຍິງ​ຕົກ​ໂດຍ​ລູກ​ສອນ​ໄຟຕ້ານ​ເຮືອ​ບິນ ທີ່​ຜະ​ລິດ​ໂດຍ​ຣັດ​ເຊຍ.

ທັງ​ສີ່​ຄົນ​ນັ້ນ ຍັງ​ຈັບ​ບໍ່​ທັນ​ໄດ້​ເທື່ອ ແລະ​ກໍ​ບໍ່​ໄດ້​ຢູ່​ໃນ​ສານທີ່​ມີ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຢ່າງ​ສູງ ຕັ້ງ​ຢູ່​ໃກ້​ກັບ​ສະ​ໜາມ​ບິນຊິບ​ໂພ​ລ (Schiphol) ບ່ອນ​ທີ່ຖ້ຽວ ບິນໂຊກບໍ່​ດີອັນ​ນັ້ນ​ໄດ້​ບິນ​ອອກໄປ ເຖິງ​ແມ່ນ​ວ່າ ຈະ​ມີ​ໝາຍ​ຮຽກ​ໃນ​ລະ​ດັບ​ສາ​ກົນ ​ໃຫ້​ຈັບ​ຕົວ​ພວກ​ກ່ຽວຢູ່​ກໍ​ຕາມ.

ພວກ​ໄດ້​ຮັບ​ເຄາະ​ຮ້າຍລວມ​ມີ ຊາວ​ເນ​ເທີ​ແລນ 193 ຄົນ ພ້ອມ​ກັບ​ຊາວ​ມາ​ເລ​ເຊຍ 43 ຄົນ ແລະ​ຊາວອອ​ສ​ເຕ​ຣ​ເລຍ 38 ຄົນ.

ພວກ​ຕ້ອງ​ສົງ​ໄສ​ທັງ​ໝົດ​ຕ່າງ​ ກໍ​ໄດ້​ຮັບ​ຕຳ​ແໜ່ງ​ຂັ້ນ​ສູງ ​ຢູ່​ໃນ​ການ​ຈັດ​ຕັ້ງຂອ​ງ​ກຸ່ມ​ຕິດ​ອາ​ວຸດ​ແບ່ງ​ແຍກ​ດິນ​ແດນ​ທີ່​ໄດ້​ຮັບ​ການ​ໜູນ​ຫລັງ​ຈາກ​ຣັ​ດ​ເຊຍ ຊຶ່ງ​ໄດ້​ຕໍ່​ສູ້​ກັບ​ກຳ​ລັງ​ທະ​ຫານ​ຂອ​ງ​ລັດ​ຖະ​ບານ​ຢູ​ເຄ​ຣນຢູ່ໃນພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ນັບ​ຕັ້ງ​ແຕ່​ລະ​ດູ​ບານ​ໃໝ່ປີ 2014 ເປັນ​ຕົ້ນ​ມານັ້ນ.

​ທ້າວ​ເກີກິນ (Girkin) ທີ່​ຖືກ​ເອີ້ນ​ວ່າ ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ກຸ່ມແບ່ງ​ແຍກ​ດິນ​ແດນ​ທີ່​ໄດ້​ຮັບ​ການ​ໜູນ​ຫລັງ​ຈາກ​ຣັ​ດ​ເຊຍ ທີ່​ຕັ້ງ​ຊື່​ໃຫ້​ຕົນ​ເອງວ່າ ​ເປັນສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນໂດ​ເນ​ສ​ຄ໌ (Donetsk) ນັ້ນ. ສ່ວນ​ຜູ້​ຕ້ອງ​ສົງ​ໄສ​ຄົນ​ອື່ນໆ ແມ່ນ​ເປັນ​ສະ​ມາ​ຊິກ​ຂອງ​ໜ່ວນ​ສື​ບ​ລັບ​ສັງ​ກັດ​ຢູ່​ໃນກອງ​ທັບ ຂອງກຸ່ມ​ທີ່​ຕັ້ງຂຶ້ນມານັ້ນ.

ເຖິງ​ແມ່ນ​ຈະ​ມີ​ຫລັກ​ຖານ​ສະ​ແດງ​ໃຫ້​ເຫັນ​ວ່າ ກອງ​ທັບ​ຣັດ​ເຊຍ​ມີ​ສ່ວນ​ຮ່ວມ​ໂດຍ​ກົງກັບ​ການ​ຍິງຖ້ຽວ​ບິນ MH17 ນັ້ນ​ໃຫ້​ຕົກລົງ ໂດຍ​ລູກ​ສອນ​ໄຟ​ທີ່​ຍິງອອກ​ຈາກເຂດທີ່​ຄວບ​ຄຸມ​ໂດຍ​ພວກ​ແບ່ງ​ແຍກ​ດິນ​ແດນຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ​ກໍ​ຕາມ ວັງເຄ​ຣັມ​ລິນ ​ກໍ​ຍັງ​ໄດ້​ປະ​ຕິ​ເສດ​ຊ້ຳ​ແລ້ວ​ຊ້ຳ​ອີກ ວ່າບໍ່​ໄດ້ມີ​ສ່ວນ​ພົວ​ພັນ​ກັບ​ເລື້ອງນີ້ເລີຍ.

ເບິ່ງ​ວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ

ອ່ານ​ກ່ຽວ​ກັບ​ຂ່າວນີ້​ເພີ້ມເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG