ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການສືບສວນ ສອບສວນ ຖ້ຽວບິນ MH17 ແມ່ນຢູ່ໃນລະດັບ ທີ່ມີຄວາມ ກ້າວໜ້າ


ລົດບັນທຸກຄັນໜຶ່ງຂັບຜ່ານສານໄມ້ກາງເຂນ ທີ່ມີປ້າຍອ່ານວ່າ ຮັກສາ ແລະ ປົກປ້ອງ, ທີ່ອະນຸສາວະລີລະນຶກເຖິງຜູ້ເຄາະຮ້າຍ
ຂອງຖ້ຽວບິນ MH17 ສາຍການບິນ ມາເລເຊຍ ທີ່ຖືກຍິງຕົກ, ໃກ້ກັບບ້ານ Hrabove, ພາກຕາເວັນອອກຂອງປະເທດ ຢູເຄຣນ. 13 ຕຸລາ , 2015 .
ລົດບັນທຸກຄັນໜຶ່ງຂັບຜ່ານສານໄມ້ກາງເຂນ ທີ່ມີປ້າຍອ່ານວ່າ ຮັກສາ ແລະ ປົກປ້ອງ, ທີ່ອະນຸສາວະລີລະນຶກເຖິງຜູ້ເຄາະຮ້າຍ ຂອງຖ້ຽວບິນ MH17 ສາຍການບິນ ມາເລເຊຍ ທີ່ຖືກຍິງຕົກ, ໃກ້ກັບບ້ານ Hrabove, ພາກຕາເວັນອອກຂອງປະເທດ ຢູເຄຣນ. 13 ຕຸລາ , 2015 .

ບັນດາໄອຍະການຊາວ ໂຮນລັງ ກ່າວວ່າ ການສືບສວນສອບສວນຮ່ວມສາກົນ ສຳລັບ ຖ້ຽວບິນ MH17 ທີ່ຕົກລົງໃນພາກຕາເວັນອອກຂອງປະເທດ ຢູເຄຣນ ແມ່ນ “ຢູ່ໃນລະ ດັບທີ່ມີຄວາມກ້າວໜ້າຫຼາຍ” ແລະ ຄຳຕອບແມ່ນຈະມີຂຶ້ນພາຍໃນສອງສາມເດືອນນີ້.

ນີ້ແມ່ນສ່ວນໜຶ່ງຂອງການສືບສວນສອບສວນທີ່ກ່ຽວຂ້ອງກັບອາວຸດທີ່ຖືກໃຊ້ ແລະ “ສະ ຖານທີ່ຍິງຂອງອາວຸດທີ່ແນ່ນອນ” ທີ່ເຮັດໃຫ້ເຮືອບິນຂອງສາຍການບິນ ມາເລເຊຍ ຕົກ ນັ້ນ.

ສາຍການບິນດັ່ງກ່າວໄດ້ຖືກຍິງຕົກໃນເຂດແດນທີ່ຖືກຄວບຄຸມໂດຍກຸ່ມແບ່ງແຍກເຊິ່ງ ໜູນຫຼັງໂດຍ ຣັດເຊຍ ໃນວັນທີ 17 ກໍລະກົດ ປີ 2014, ເຮັດໃຫ້ຜູ້ໂດຍສານທັງໝົດ 298 ຄົນເສຍຊີວິດ, ເຊິ່ງສອງສ່ວນສາມຄົນໃນນັ້ນແມ່ນຄົນສັນຊາດ ໂຮນລັງ.

ຄະນະກຳມະການຄວາມປອດໄພຂອງ ໂຮນລັງ ໄດ້ສະຫຼຸບໃນເດືອນຕຸລາທີ່ຜ່ານມາວ່າ ເຮືອບິນລຳດັ່ງກ່າວທີ່ບິນຈາກນະຄອນຫຼວງ Amsterdam ຫານະຄອນຫຼວງ ກົວລາລຳ ເປີ ໄດ້ຖືກຍິງຕົກໂດຍລູກສອນໄຟ Buk ຈາກພື້ນດິນສູ່ອາກາດ.

ຫ້ອງການຂອງສຳນັກງານໄອຍະການ ໂຮນລັງ ໄດ້ກ່າວໃນຕອນທ້າຍຂອງສັບປະດາທີ່ ຜ່ານມາວ່າ ກຸ່ມສືບສວນສອບສວນຮ່ວມແມ່ນ “ຍັງລໍຖ້າຂໍ້ມູນຈາກສະຫະພັນ ຣັດເຊຍ ກ່ຽວກັບ ການຕິດຕັ້ງລູກສອນໄຟ Buk,” ໂດຍກ່າວເນັ້ນວ່າ ພວກເຂົາເຈົ້າຄາດວ່າຈະ ໄດ້ຮັບຄຳຕອບ “ພາຍໃນສອງເດືອນນີ້.”

ພວກໄອຍະການເຫຼົ່ານັ້ນເວົ້າວ່າ ບັນດານັກສືບສວນສອບສວນຈະບໍ່ຕີພິມຄຳຕອບຂອງ ພວກເຂົາເຈົ້າໃສ່ໃນບົດລາຍງານ, ແຕ່ວ່າໃນບັ້ນທ້າຍຈະເອົາມັນລວມໃສ່ “ໃນການຟ້ອງ ຄະດີ, ເຊິ່ງມີຄວາມຕັ້ງໃຈໄວ້ສຳລັບການພິຈາລະນາຂອງຄະດີຢູ່ໃນສານແຫ່ງໃດແຫ່ງ ໜຶ່ງ.”

ບັນດານັກສືບສວນສອບສວນແມ່ນມາຈາກປະເທດ ໂຮນລັງ, ອອສເຕຣເລຍ, ມາເລເຊຍ, ແບລຈຽມ ແລະ ຢູເຄຣນ. ລັດຖະບານຂອງພວກເຂົາເຈົ້າໄດ້ໃຫ້ຄຳສັນຍາວ່າຈະນຳເອົາຜູ້ ທີ່ມີຄວາມຮັບຜິດຊອບຕໍ່ເຫດການເຮືອບິນຕົກນັ້ນມາຮັບໂທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG