ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດຂອງ ເມັກຊິໂກ ລົງຄະແນນສຽງ ບໍ່ຮັບຮອງເອົາ ຂໍ້ຄັດຄ້ານ ຕໍ່ການທີ່ເຮັດໃຫ້ເລື້ອງແທ້ງລູກ ກາຍເປັນກະທໍາ ທີ່ຜິດກົດໝາຍ


ນັກເຄື່ອນໄຫວຕ້ານການແທ້ງລູກ ເອົາພາບຂອງເທພີ Guadalupe ໃສ່ໄວ້ຂ້າງໂລງສົບຈໍາລອງນ້ອຍໆ ທີ່ວາງໄວ້ປະຕູທາງເຂົ້າຂອງສານສູງສຸດໃນລັດ Veracruz ທີ່ແນໃສ່ເຮັດໃຫ້ເລື້ອງແທ້ງລູກເປັນການກະທໍາທີ່ຜິດກົດໝາຍ
ນັກເຄື່ອນໄຫວຕ້ານການແທ້ງລູກ ເອົາພາບຂອງເທພີ Guadalupe ໃສ່ໄວ້ຂ້າງໂລງສົບຈໍາລອງນ້ອຍໆ ທີ່ວາງໄວ້ປະຕູທາງເຂົ້າຂອງສານສູງສຸດໃນລັດ Veracruz ທີ່ແນໃສ່ເຮັດໃຫ້ເລື້ອງແທ້ງລູກເປັນການກະທໍາທີ່ຜິດກົດໝາຍ

ສານສູງສຸດຂອງເມັກຊິໂກ ໄດ້ປະຕິເສດຕໍ່ຂໍ້ສະເໜີຄັດຄ້ານ ທີ່ອາດສາມາດເຮັດໃຫ້ ການແທ້ງລູກນັ້ນ ບໍ່ເປັນການກໍ່ອາດຊະຍາກໍາ ຢູ່ໃນລັດເວຣາຄຣຸສ (Veracruz) ທີ່ຕັ້ງຢູ່ແຄມອ່າວທະເລ ຢູ່ໃນປະເທດທີ່ຄົນສ່ວນໃຫຍ່ມີຫົວອະນຸລັກນິຍົມ ແລະນັບຖືສາສະໜາກາໂຕລິກ.

ບັນດາຜູ້ພິພາກສາຂອງສານສູງສຸດໄດ້ລົງຄະແນນສຽງໃນວັນພຸດວານນີ້ ໂດຍໄດ້ຮັບຄະແນນສຽງ 4 ຕໍ່ 1 ສໍາລັບການເອົາມາດຕາຕ່າງໆ ທີ່ກ່ຽວຂ້ອງກັບການແທ້ງລູກໃນໄລຍະທີ່ຖືພາ 12 ອາທິດ ອອກຈາກກົດໝາຍອາຍາ ໂດຍອ້າງວ່າ ສະພານິຕິບັນຍັດ ບໍ່ໄດ້ປະຕິບັດຕາມຂໍ້ຊີ້ນໍາຂອງ ລັດຖະບານກາງ ເພາະວ່າ ມັນມີກົດໝາຍຢູ່ແລ້ວກ່ຽວກັບເລື້ອງນີ້.

ນັກເຄື່ອນໄຫວ, ທ່ານປາສການ ເບຣນແນນ (Pascale Brennan), ຜູ້ທີ່ສະໜັບສະໜຸນໃຫ້ການແທ້ງລູກເປັນເລື້ອງຖືກກົດໝາຍ ໄດ້ກ່າວວ່າ ຜູ້ພິພາກສາສ່ວນໃຫຍ່ ໄດ້ທໍາການຕັດສິນໃຈໂດຍອີງໃສ່ບັນຫາທາງດ້ານເທັກນິກໃນຄໍາສັ່ງຫລາຍ ກວ່າເລື້ອງແທ້ງລູກນັ້ນ.

ທ່ານ ເບຣນແນນ ເວົ້າວ່າ ທ່ານ ແລະຄົນອື່ນໆ ທີ່ສະໜັບສະໜຸນການແທ້ງ ລູກ ຈະສືບຕໍ່ຫາທາງເພື່ອເຮັດໃຫ້ການແທ້ງລູກກາຍເປັນເລື້ອງຖືກກົດໝາຍ ຢູ່ໃນ ລັດເວຣາຄຣຸສ ບ່ອນທີ່ຂັ້ນຕອນດັ່ງກ່າວດຽວນີ້ ພຽງອະນຸຍາດໃຫ້ເຮັດແທ້ງໄດ້ແຕ່ກໍລະນີ ມີການຂົ່ມຂືນສໍາເລົາເທົ່ານັ້ນ ໂດຍທີ່ມີລາຍງານຂອງຕໍາຫລວດ ທີ່ເປັນຫລັກຖານຢັ້ງຢືນ ແລະ ເຮັດໄດ້ພຽງໃນໄລຍະ 90 ມື້ເທົ່ານັ້ນ.

ມີແຕ່ 2 ລັດຂອງເມັກຊິໂກ ໃນທັງໝົດ 32 ລັດ ທີ່ອະນຸຍາດໃຫ້ເຮັດແທ້ງລູກທີ່ຖືກກົດໝາຍ ກໍຄືລັດ ອວາຊາກາ (Oaxaca) ແລະນະຄອນຫລວງເມັກຊິໂກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG