ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ເມັກຊິໂກ ຈະພົບປະ ກັບ ລມຕ ສອງທ່ານ ຈາກ ຄະນະລັດຖະບານ ທ່ານທຣຳ

ລັດຖະມົນຕີ ກະຊວງການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໄດ້ຖືກຕ້ອນຮັບໂດຍທ່ານນາງ Roberta Jacobson ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ເມັກຊິໂກ ໃນຂະນະທີ່ທ່ານເດີນທາງໄປຮອດ ສະໜາມບິນສາກົນ Benito Juarez ໃນນະຄອນຫຼວງ Mexico City, ວັນທີ 22 ກຸມພາ 2017.

ສະມາຊິກທີ່ສຳຄັນສອງທ່ານ ໃນຄະນະລັດຖະບານຂອງປະທານາທິບໍດີ ດໍໂນລ ທຣຳ
ຫວັງວ່າ ຈະຜ່ອນຄາຍຄວາມເປັນຫ່ວງ ແລະ ຄວາມບໍ່ພໍອົກພໍໃຈ ກ່ຽວກັບ ນະໂຍບາຍ
ໃໝ່ ຂອງຄະນະລັດຖະບານ ຕໍ່ເມັກຊິໂກ.

ລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ທ່ານ John F. Kelly ໄປຮອດ ພະລາດຊະວັງແຫ່ງຊາດ ເພື່ອພົບປະກັບປະທານາທິບໍດີ ຂອງກົວເຕມາລາ ທ່ານ Jimmy Morales ໃນນະຄອນ Guatemala City, ວັນທີ 22 ກຸມພາ 2017.
ລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ທ່ານ John F. Kelly ໄປຮອດ ພະລາດຊະວັງແຫ່ງຊາດ ເພື່ອພົບປະກັບປະທານາທິບໍດີ ຂອງກົວເຕມາລາ ທ່ານ Jimmy Morales ໃນນະຄອນ Guatemala City, ວັນທີ 22 ກຸມພາ 2017.

ລັດຖະມົນຕີ ກະຊວງການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ແລະ ລັດ
ຖະມົນຕີ ກະຊວງຮັກສາຄວາມປອດໄພພາຍໃນ ທ່ານ John Kelly ​ຈະ​ພົບປະກັບ ປະທານາທິບໍດີ ຂອງເມັກຊິໂກ ທ່ານ Enrique Pena Nieto ໃນວັນພະຫັດມື້ນີ້
ພ້ອມດ້ວຍບັນດາສະມາຊິກໃນຄະນະລັດຖະບານຂອງທ່ານ ໃນອັນທີ່ຄາດໝາຍ
ວ່າ ຈະເປັນຄັ້ງທຳອິດ ຂອງການພົບປະກັນ ໃນລະດັບຂັ້ນສູງ ຫຼາຍຄັ້ງຕິດຕໍ່ກັນ
ຊຶ່ງຈະເພັ່ງເລັງໃສ່ເລື່ອງ ການລັກລອບຄ້າຢາເສບຕິດ ການຄ້າ ແລະ ຄົນເຂົ້າເມືອງ.

ເຊີນຊົມວີດີໂອ ທ່ານ Spicer ກ່າວຖະແຫລງ ກ່ຽວກັບ ສາຍພົວພັນ ລະຫວ່າງ ສຫລ ແລະ ເມັກຊິໂກ

Spicer: ‘Healthy, Robust Relationship’ with Mexico
please wait

No media source currently available

0:00 0:00:25 0:00

ໂຄສົກທຳນຽບຂາວ ທ່ານ Sean Spicer ໄດ້ກ່າວ ໃນວັນພຸດວານນີ້ວ່າ “ມັນມີ
ຄວາມສຳຄັນ ທີ່ທ່ານປະທານາທິບໍດີ ສົ່ງບັນດາລັດຖະມົນຕີ ໃນຄະນະລັດຖະບານ
ຂອງທ່ານ ໄປຍັງເມັກຊິໂກ ໃນຕອນຕົ້ນໆ ຊຶ່ງມັນເປັນສັນຍາລັກ ຂອງການພົວພັນ
ອັນມີຄວາມໝາຍ ລະຫວ່າງສອງປະເທດຂອງພວກເຮົາ.”

ທ່ານ Spicer ຍັງໄດ້ກ່າວອ້າງເຖິງສາຍພົວພັນລະຫວ່າງ ທັງສອງປະເທດ ນັ້ນວ່າ
“ດີຢູ່ ແລະ ເຂັ້ມແຂງຢູ່.”

ການເດີນທາງນີ້ ມີຂຶ້ນໃນຂະນະທີ່ ມີ​ການມອງກັນວ່າ ເປັນຈຸດຕ່ຳສຸດໃນການພົວພັນ
ລະຫວ່າງ ສອງປະເທດ ຊຶ່ງໄດ້ມີຄວາມສະຫງົບສຸກ ຢູ່ຕາມເຂດຊາຍແດນຮ່ວມກັນ
ໄລຍະ 3,100 ກິໂລແມັດ ຂອງພວກເຂົາເຈົ້າ ນັບຕັ້ງແຕ່ສົງ ຄາມ​ໃນ​ຊຸມປີ 1840
ລະຫວ່າງ ເມັກຊິໂກ ແລະ ອາເມຣິກາ ເປັນຕົ້ນມາ.

ປະທານາທິບໍດີ ເມັກຊິໂກ ທ່ານ Enrique Pena Nieto ກ່າວຖະແຫລງ ຕໍ່ຜູ້ຊົມ ໃນລະຫວ່າງ ກອງປະຊຸມ ກັບບັນດາສະມາຊິກ ຄະນະນັກການທູດ ໃນນະຄອນຫຼວງ Mexico City ຂອງເມັກຊິໂກ.
ປະທານາທິບໍດີ ເມັກຊິໂກ ທ່ານ Enrique Pena Nieto ກ່າວຖະແຫລງ ຕໍ່ຜູ້ຊົມ ໃນລະຫວ່າງ ກອງປະຊຸມ ກັບບັນດາສະມາຊິກ ຄະນະນັກການທູດ ໃນນະຄອນຫຼວງ Mexico City ຂອງເມັກຊິໂກ.

ທ່ານທຣຳ ໄດ້ເນັ້ນຢ້ຳຊ້ຳແລ້ວຊ້ຳອີກວ່າ ເມັກຊິໂກ ໃນທາງໃດທາງນຶ່ງ ຈະຕ້ອງຈ່າຍ
ຄ່າກຳແພງ ຢູ່ຕາມຊາຍແດນ ຊຶ່ງບັນດາສະມາຊິກສະພາ ໃນວໍຊິງຕັນ ກະປະມານ
ວ່າ ຈະໃຊ້ເງິນທຶນ ຢ່າງນ້ອຍ 12 ຕື້ໂດລາ. ແລະ ໃນສັບປະດານີ້ ກະຊວງຮັກສາ
ຄວາມປອດໄພພາຍໃນ ສະຫະລັດ ໄດ້​ແຈ້ງ​ໃຫ້​ຊາບ ​ກ່ຽວ​ກັບ ນະໂຍບາຍ ທີ່ອາດ
ສົ່ງຜົນໃຫ້ມີການເນລະເທດ ພວກຄົນເຂົ້າເມືອງຜິດກົດໝາຍ ຫຼາຍລ້ານຄົນ.

ໃນວັນພຸດວານນີ້ ອົງການຂ່າວ Reuters ໄດ້ອ້າງເຖິງຄຳເວົ້າຂອງລັດຖະມົນຕີ
ກະຊວງການຕ່າງປະເທດຂອງເມັກຊິໂກ ທ່ານ Luis Videgaray ທີ່ໄດ້ກ່າວວ່າ
ປະເທດຂອງທ່ານ ຈະບໍ່ຮັບເອົາ ຂໍ້ສະເໜີດ້ານຄົນເຂົ້າເມືອງສະຫະລັດ ສະບັບໃໝ່
“ຝ່າຍດຽວ” ແລະ ຈະບໍ່ລັງເລໃຈທີ່ຈະເອົາເລື່ອງນີ້ ສະເໜີຂຶ້ນຕໍ່ ອົງການສະຫະ
ປະຊາຊາດ.

ທ່ານນາງ Shannon O’Neil ເຈົ້າໜ້າທີ່ອາວຸໂສ ຢູ່່ທີ່ສະຖາບັນການສຶກສາ ສຳລັບ
ອາເມຣິກາ ລາຕິນ ຂອງສະພາດ້ານການພົວພັນຕ່າງປະເທດ ໄດ້ກ່າວວ່າ “ອັນນີ້
ເປັນຈຸດຕ່ຳທີ່ສຸດ ໃນການພົວພັນ ລະຫວ່າງ ສະຫະລັດ ແລະ
ເມັກຊິໂກ ແລະ
ເປັນການແຕກຫັກ ຢ່າງກະທັນຫັນ ຈາກການຮ່ວມມືທີ່ມີມາ​ ໃນ​ໄລຍະ ຫຼາຍກວ່າ
30 ປີແລ້ວນັ້ນ.”

US Mexico
please wait
Embed

No media source currently available

0:00 0:00:51 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG