ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມຮຸນແຮງໃນເມັກຊິໂກ


ເຈົ້າໜ້າທີ່ເມັກຊິໂກກ່າວວ່າ ມີ 25 ຄົນເສຍຊີວິດໃນການ ປະທະກັນ ລະຫວ່າງທະຫານ ແລະພວກທີ່ສົງໄສວ່າ ເປັນສະມາຊິກ ຂອງກຸ່ມອັນທະພານ ຢູ່ໃນພາກຕາເວັນອອກສຽງເໜືອ ຂອງເມັກຊິໂກ.

ເຈົ້າໜ້າທີ່ເວົ້າວ່າ ການປະທະກັນ ເກີດຂຶ້ນໃນມື້ວານນີ້ ຂະນະທີ່ທະຫານພວມທຳການລາດຕະເວັນ ຢູ່ທີ່ເມືອງ General Trevino ໃນລັດ Nuevo Leon ທີ່ພົບ ເຫັນວ່າ ໄດ້ມີການກໍ່ຄວາມຮຸນແຮງ ທີ່ພົວພັນກັບຢາເສບຕິດ ເພີ້ມຂຶ້ນ.

ລັດ Nuevo Leon ມີເຂດແດນ ຕິດກັບລັດ Tamaulipas ບ່ອນທີ່ພວກທີ່ສົງໄສວ່າ ເປັນກຸ່ມອັນທະພານ ຄ້າຢາເສບຕິດ ໄດ້ສັງຫານ ພວກຄົນເຂົ້າເມືອງ 72 ຄົນໃນເດືອນ ແລ້ວນີ້.

ນຶ່ງໃນຜູ້ທີ່ລອດຊີວິດມາໄດ້ 2 ຄົນ ຈາກການສັງຫານໝູ່ ທີ່ລັດ Tamaulipas ໄດ້ທຳ ການຮຽກຮ້ອງ ຕໍ່ພວກຄົນເຂົ້າເມືອງ ໃນການໃຫ້ສຳພາດ ອອກອາກາດ ໃນວັນ ພະຫັດວານນີ້ ໃຫ້ຫລີກລ່ຽງ ຕໍ່ການເດີນທາງ ໄປເມັກຊິໂກ.

ນາຍ Luis Freddy Lala Pomavilla ຊຶ່ງເປັນຊາວເອກົວດໍນັ້ນ ໄດ້ເຕືອນ ຂະນະທີ ລາວເລົ່າເລື່ອງ ກ່ຽວກັບພວກມືປືນ ຈັບເອົາພວກຄົນເຂົ້າເມືອງ ແລະນຳໂຕ ພວກເຂົາເຈົ້າ ໄປຍັງເຮືອນຫຼັງນຶ່ງແບບໃດ ບ່ອນທີ່ພວກເຂົາເຈົ້າ ໄດ້ຖືກມັດ ກ່ອນທີ່ຈະຖືກຍິງ.

XS
SM
MD
LG