ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມຮຸນແຮງໃນເມັກຊິໂກ


ຄວາມຮຸນແຮງ ໃນພາກເໜືອ ເມັກຊິໂກ
ຄວາມຮຸນແຮງ ໃນພາກເໜືອ ເມັກຊິໂກ

ມີ 21 ຄົນ ເສຍຊີວິດ ຢູ່ໃນພາກເໜືອ ຂອງເມັກຊິໂກ ໃນການຍິງຕໍ່ສູ້ກັນ ຄັ້ງໃຫຍ່ ລະຫວ່າງ ພວກທີ່ສົງໄສວ່າ ເປັນກຸ່ມ ຄ້າຢາເສບຕິດ ທີ່ເປັນຄູ່ແຂ່ງກັນ.
ການຍິງກັນ ທີ່ລັດ SONORA ໃນຕອນເຊົ້າ ຂອງມື້ວານນີ້ ມີຂຶ້ນປະມານ 20 ກິໂລແມັດ ຫ່າງຈາກຊາຍແດນ ລັດອາຣິໂຊນາ.

ສຳນັກງານ ໄອຍະການ ຂອງລັດ SONORA ກ່າວວ່າ ຕຳຫຼວດໄດ້ຈັບ 9 ຄົນ ຮວມທັງ ພວກທີ່ໄດ້ຮັບບາດເຈັບ 6 ຄົນ.

ໃນມື້ວັນພຸດ ຜ່ານມານີ້ ມືປືນກຸ່ມນຶ່ງ ກໍໄດ້ສັງຫານ ຮອງຫົວໜ້າ ໄອຍະການ ຂອງລັດ ໃນຄວາມຮຸນແຮງ ທີ່ຫົວເມືອງ ຊາຍແດນ CIUDAD JUAREZ ຊຶ່ງຕັ້ງກົງກັນຂ້າມ ກັບເມືອງ EL PASO ໃນລັດເທັກຊັສ.

ເຈົ້າໜ້າທີ່ ເມັກຊິໂກ ກ່າວວ່າ ນາງ SANDRA SALAS ໄອຍະການ ຂອງລັດ CHIHUAHUA ໃນພາກເໜືອ ຂອງເມັກຊິໂກ ໄດ້ຖືກຍິງຕາຍ ຂະນະທີ່ ນັ່ງໄປນຳລົດ ຂອງທ່ານນາງ ທີ່ຂັບໂດຍ ອາລັກຂາ.

ໃນເດືອນແລ້ວນີ້ ເຈົ້າໜ້າທີ່ເວົ້າວ່າ ມືປືນ ກໍໄດ້ສັງຫານ ເຈົ້າຄອງກຳແພງ ເມືອງ GUADALUPE ທີ່ຕັ້ງຢູ່ ໃນເຂດຊານເມືອງ JUAREZ.

ເມືອງ JUAREZ ທີ່ຢູ່ໃນແຂວງ CHIHUAHUA ເປັນຫົວເມືອງ ທີ່ມີຄວາມຮຸນແຮງສຸດ ໃນເມັກຊິໂກ ແລະ ເປັນຫົວເມືອງ ແນວໜ້າ ໃນການປາບປາມ ກຸ່ມຄ້າຢາເສບຕິດ ຂອງປະທານາທິບໍດີ FILIPE CALDERON.

XS
SM
MD
LG