ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ແມ໊ກຊິໂກກ່າວວ່າມືປືນໄດ້ ສັງຫານເຈົ້າ​ເມືອງໆ Guadalupe


ເຈົ້າໜ້າທີ່ເມັກຊິໂກ ຈັບພວກຄ້າຢາເສບຕິດ
ເຈົ້າໜ້າທີ່ເມັກຊິໂກ ຈັບພວກຄ້າຢາເສບຕິດ

ເຈົ້າໜ້າທີ່ແມ໊ກຊິໂກກ່າວວ່າ ພວກມືປືນໄດ້ສັງຫານເຈົ້າ​ເມືອງໆນຶ່ງ ​ໃນເຂດຊານ​ເມືອງຮົວເຣຊ ຫລື Ciudad Juarez ທີ່ກຳລັງ​ປະສົບ​ກັບຄວາມ ວຸ້ນວາຍນັ້ນ.

ພວກເຈົ້າໜ້າທີ່ແມ໊ກຊິໂກກ່າວວ່າ ທ່ານ Jesus Manuel Lara Rodriguez ​ເຈົ້າ​ເມືອງໆ ກົວ​ດາ​ລູບ​ເປ ຖືກຍິງແລະເສຍຊີວິດທີ່ເມືອງ ຮົວເຣຊ ເມື່ອວັນເສົາວານນີ້ ແລະວ່າຜູ້ກ່ຽວໄດ້​ເຂົ້າ​ໄປອາໃສຢູ່ໃນເມືອງ ຮົວເຣຊ ຍ້ອນການຂົ່ມຂູ່ຂອງພວກແກ້ງຄ້າຢາເສບຕິດ.

ມີຜູ້ເສຍຊີວິດຢ່າງໜ້ອຍສິບກວ່າຄົນ ຈາກການກໍ່ຄວາມຮຸນແຮງຢູ່​ໃກ້ຊາຍແດນສະຫະລັດ ນັບຕັ້ງແຕ່ວັນ ອາທິດຜ່ານມາ.

Ciudad Juarez ​ເປັນ​ເມືອງ​ທີ່​ມີ​ຄວາມ​ຮຸນ​ແຮງ​ທີ່​ສຸ​ດ​ໃນ​ປະ​ເທດ​ເມັກ​ຊິ​ໂກ ​ແລະ​ໄດ້​ເປັນ​ເຂດ​ແນວ​ໜ້າ ສຳລັບ​ການ​ປາບ​ປາມ​ພວກ​ຄ້າ​ຢາ​ເສບຕິດ ຂອງ​ປະທານາທິບໍດີ Felipe Calderon. ​ເມືອ​ງນີ້​ຕັ້ງ​ຢູ່​ຄົນ​ລະ​ຟາ​ກຊາຍ​ແດນ​ກັບ​ເມືອງ El Paso ​ໃນ​ລັດ​ເທັກ​ຊັສຂອງ​ສະຫະລັດ.

XS
SM
MD
LG