ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໘ ພຶດສະພາ ໒໐໒໔

ພໍ່ຄ້າຢາເສບຕິດ ຄົນສຳຄັນ ໃນເມັກຊິໂກ ຖືກຂ້າຕາຍ


ລັດຖະບານເມັກຊິໂກ ກ່າວວ່າ ສະມາຊິກສຳຄັນຄົນນຶ່ງ ຂອງກຸ່ມຄ້າຢາເສບຕິດ SINALOA ທີ່ມີຊື່ສຽງ ໃນທາງ ບໍ່ດີນັ້ນ ໄດ້ຖືກຂ້າຕາຍ.

ໃນຕອນແລງ ຂອງວັນພະຫັດວານນີ້ ເຈົ້າໜ້າທີ່ ໃຫ້ການຢືນຢັນ ຕໍ່ລາຍງານ ຂອງສື່ມວນຊົນເມັກຊິໂກ ທີ່ວ່ານາຍ INACIO NACHO CORONEL ສະມາຊິກອະວຸໂສ ຂອງກຸ່ມຄ້າຢາເສບຕິດດັ່ງກ່າວ ໄດ້ຖືກຂ້າຕາຍ ໃນລະຫວ່າງ ການບຸກເຂົ້າໄປກວດຄົ້ນ ຂອງພວກທະຫານ ໃກ້ໆເມືອງ GUADALAJARA ໃນພາກຕາເວັນຕົກ ຂອງເມັກຊິໂກ.

ກ່ອນໜ້ານີ້ ກະຊວງການຕ່າງປະເທດ ສະຫະລັດ ໄດ້ກ່າວເຖິງນາຍ CORONEL ວ່າ ເປັນຜູ້ຮັບຜິດຊອບ ໃນການຈັດສົ່ງໂຄເຄນ ຈຳນວນຫຼາຍໆໂຕນ ໂດຍເຮືອປະມົງ ແຕ່ໂຄລອມເບຍ ມາຍັງເມັກຊິໂກ ແລະມາຍັງ ລັດອາຣີໂຊນາ ແລະລັດເທັກຊັສ ໃນພາກຕາເວັນຕົກສຽງໃຕ້ ຂອງສະຫະລັດ.

ໃນທ້າຍປີ 2003 ຄະນະຕຸລາການ ຂອງລັດຖະບານກາງ ສະຫະລັດ ທີ່ລັດເທັກຊັສ ໄດ້ຟ້ອງນາຍ CORONEL ໂດຍກ່າວຫາ ຜູ້ກ່ຽວວ່າ ສົມຮູ້ຮ່ວມຄິດ ໃນການນຳເຂົ້າ ຢາເສບຕິດ ແລະສົມຮູ້ຮ່ວມຄິດ ເພື່ອໃຫ້ໄດ້ມາ ຢູ່ໃນຄວາມຄອບຄອງ ໂດຍມີຈຸດປະສົງ ທີ່ຈະຈັດຈຳໜ່າຍ ຢາເສບຕິດເຫຼົ່ານີ້.

ກະຊວງການຕ່າງປະເທດສະຫະລັດ ໄດ້ຕັ້ງລາງວັນ ໄວ້ສູງເຖິງ 5 ລ້ານໂດລາ ສຳລັບຂ່າວຄາວ ທີ່ນຳພາໄປສູ່ ການຈັບກຸມ ຫຼືລົງໂທດຜູ້ກ່ຽວ.

ເຈົ້າໜ້າທີ່ກ່າວວ່າ ນາຍ CORONEL ມີຄວາມສຳພັນ ຢ່າງໃກ້ຊິດ ກັບຫົວໜ້າ ກຸ່ມຄ້າຢາເສບຕິດ SINALOA ທີ່ມີຊື່ສຽງ ເປັນທີ່ເລື່ອງລື ນາຍ JOAQIN “SHORTY” GUZMAN ຊຶ່ງໃນເວລານີ້ ພວມທຳການຫຼົບລີ້ ນັບແຕ່ໄດ້ຫຼົບໜີ ອອກຈາກຄຸກ ຂອງເມັກຊິໂກ ໃນປີ 2001.

XS
SM
MD
LG