ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກືອບ 100 ຄົນ ເສຍຊີວິດແລ້ວ ຍ້ອນລົມພາຍຸ ຢູ່ເມັກຊິໂກ (ສະໄລດ໌/ວີດີໂອ)


Nearly 100 Dead After Mexico Storms
please wait

No media source currently available

0:00 0:01:04 0:00
ລິງໂດຍກົງ
ມີເກືອບ 100 ຄົນແລ້ວເສຍຊີວິດຢູ່ທີ່ປະເທດເມັກຊິໂກ ຍ້ອນລົມ
ພາຍຸໃຫຍ່ 2 ຫົວທີ່ພັດເຂົ້າຖະຫຼົ່ມທັງສອງຟາກຝັ່ງທະເລຂອງປະ
ເທດດັ່ງກ່າວ.

ທ່ານ Luis Felipe Puente ຜູ້ປະສານງານໃນການປົກປ້ອງຄຸ້ມ
ຄອງພົນລະເຮືອນແຫ່ງຊາດ ຂອງເມັກຊິໂກ ກ່າວວ່າ ໂຕເລກຜູ້
ເສຍຊີວິດ ຍ້ອນໄພນໍ້າຖ້ວມຢ່າງໜັກ ແລະດິນເຈື່ອນເປັນເວລາ
ຫຼາຍໆມື້ຊຶ່ງເກີດຈາກລົມເຮີຣິເຄນ Ingrid ທີ່ພັດເຂົ້າຖະຫຼົ່ມບໍລິ
ເວນອ່າວເມັກຊິໂກ ແລະພາຍຸເຂດຮ້ອນ Manuel ທີ່ພັດຖະຫຼົ່ມ
ເຂດແຄມຝັ່ງມະຫາສະມຸດປາຊີຟິກນັ້ນ ມີ 97 ຄົນແລ້ວ.

ໂຕເລກຜູ້ເສຍຊີວິດຍ້ອນລົມພາຍຸທັງສອງນີ້ບໍ່ໄດ້ຮວມເອົາຫຼາຍໆສິບຄົນທີ່ຍັງຫາຍສາບສູນ ຫລັງຈາກໄດ້ເກີດດິນເຈື່ອນຮ້າຍແຮງ ທີ່ບ້ານ La Pintada ທີ່ຕັ້ງຢູ່ທາງກໍ້າຕາເວັນຕົກຂອງ ເມືອງຕາກອາກາດ Acapulco.

ຜູ້ຄົນພວມຊອກຄົ້ນຫາພວກທີ່ຫາຍສາບສູນ 68 ຄົນຢູ່ຕາມຊາກຫັກພັງໃນບ້ານ La Pinta
da ຫລັງຈາກດິນ ທີ່ເຈື່ອນລົງມາຕາມຈ້າຍພູ ໄດ້ຖົມບ້ານເຮືອນ ໂຮງຮຽນ ແລະພວກຊາວ ບ້ານ ທີ່ຢູ່ໃນບໍລິເວນດັ່ງກ່າວ. ເຈົ້າຄອງກໍາແພງເມືອງ Atoyac de Alvarez ທີ່ກຳກັບດູ ແລບ້ານ La Pintada ໄດ້ບອກກັບພວກນັກຂ່າວວ່າ ມີຢ່າງນ້ອຍ 15 ຄົນແລ້ວ ໄດ້ຖືກດຶງ ອອກມາຈາກຊາກຫັກພັງທີ່ດິນໄດ້ເຈື່ອນລົງມາທັບຖົມນັ້ນ.

ເຮືອບິນຂອງກອງທັບ ແລະເຮືອບິນໂດຍສານ ຂອງເມັກຊິກໂກ ສາມາດຍົກຍ້າຍພວກນັກ
ທ່ອງທ່ຽວຫຼາຍກວ່າ 5 ພັນຄົນ ຂອງຈໍານວນທັງໝົດ 40 ພັນຄົນ ທີ່ຍັງຕົກຄ້າງຢູ່ໃນເມືອງ Acapulco ບອ່ນທີ່ຖະໜົນຫົນທາງ ແລະອາຄານຮັບຮອງຜູ້ໂດຍສານ ຂອງສະໜາມບິນ ໄດ້ຖືກນໍ້າຖ້ວມສູງເຖິງຫົວເຂົ່າ ຍ້ອນລົມພາຍຸ Manuel.

XS
SM
MD
LG