ປະທານາທິບໍດີເມັກຊິໂກ ທ່ານອານເດຣສ ແມນູແອລ ໂລເປັສ ໂອບຣາດໍ ໄດ້ກ່າວໃນວັນອາທິດວານນີ້ ວ່າ ທ່ານໄດ້ກວດມີຜົນເປັນບວກສຳລັບເຊື້ອໄວຣັສໂຄວິດ-19 ແລະວ່າອາການຕ່າງໆແມ່ນບໍ່ຮ້າຍແຮງ ອີງຕາມລາຍງານຂອງອົງການຂ່າວເອພີ.
ປະທານາທິບໍດີຂອງເມັກຊິໂກ ຜູ້ທີ່ໄດ້ຖືກຕ້ອງຕິ ສຳລັບການຮັບມືກັບໂຣກ ລະບາດດັ່ງກ່າວໃນປະເທດຂອງທ່ານນັ້ນ ໄດ້ກ່າວຢູ່ໃນບັນຊີທວິດເຕີ້ ທີ່ເປັນທາງການຂອງທ່ານ ວ່າ ທ່ານຢູ່ພາຍໃຕ້ການຮັກສາປິ່ນປົວທາງການແພດ.
ທ່ານຂຽນລົງໃນທວິດເຕີ້ວ່າ “ຂ້າພະເຈົ້າເສຍໃຈທີ່ແຈ້ງໃຫ້ທ່ານຊາບວ່າ ຂ້າພະ ເຈົ້າໄດ້ຕິດເຊື້ອໂຄວິດ-19 ແລະອາການຕ່າງໆແມ່ນບໍ່ຮ້າຍແຮງ ແຕ່ຂ້າພະເຈົ້າຢູ່ພາຍໃຕ້ການຮັກສາປິ່ນປົວທາງການແພດແລ້ວ. ຂ້າພະເຈົ້າມີຄວາມຫວັງໃນແງ່ດີ ຢູ່ສະເໝີ. ພວກເຮົາທັງໝົດຈະກ້າວໄປໜ້ານຳກັນ.”
ທ່ານໂລເປັສ ໂອບຣາດໍ ອາຍຸ 67 ປີ ໄດ້ເປັນຜູ້ທີ່ຖືກຕຳໜິມາຍາວນານ ສຳລັບການບໍ່ເປັນແບບຢ່າງຂອງການປ້ອງກັນທີ່ດີໃຫ້ແກ່ມະຫາຊົນ. ທ່ານບໍ່ຄ່ອຍເຫັນໃສ່ໜ້າກາກເລີຍ ແລະສືບຕໍ່ຮັກສາຕາຕະລາງການເດີນທາງ ທາງອາກາດຢູ່ເລື້ອຍໆ.
ທ່ານໄດ້ຄັດຂືນທີ່ຈະປິດເສດຖະກິດຂອງປະເທດ ໂດຍໃຫ້ຂໍ້ສັງເກດເຖິງຜົນກະ ທົບຮ້າຍແຮງທີ່ມັນອາດເກີດຂຶ້ນຕໍ່ຊາວເມັກຊິກັນຫຼາຍໆຄົນຜູ້ທີ່ດຳລົງຊີວິດມື້ຕໍ່ມື້.
ເມື່ອຕອນຕົ້ນໆຂອງໂຣກລະບາດ ທ່ານໄດ້ຖືກຖາມວ່າ ທ່ານຈະປົກປ້ອງຊາວເມັກຊິໂກແນວໃດ ທ່ານໂລເປັສ ໂອບຣາດໍ ໄດ້ນຳເອົາຂອງມົງຄົນສອງອັນອອກມາຈາກກະເປົາຂອງທ່ານ ແລະໄດ້ສະແດງໃຫ້ພວກເຂົາເຈົ້າເບິ່ງຢ່າງພາກ ພູມໃຈ.
ທ່ານໂລເປັສ ໂອບຣາດໍ ໄດ້ກ່າວວ່າ “ເຄື່ອງປົກປ້ອງທີ່ຄຸ້ມກັນ ແມ່ນ ‘ໃຫ້ເຈົ້າຢູ່ດ້ານຫຼັງຂ້ອຍ, ພະຍາຍົມ” ຊຶ່ງທ່ານອ່ານຄຳທີ່ຂຽນລົງໃນຂອງມົງຄົນນັ້ນວ່າ “ຢຸດ ສັດຕູ ເພື່ອຫົວໃຈຂອງພະເຍຊູ ແມ່ນຢູ່ກັບຂ້ອຍ.”
ການປະກາດຂອງທ່ານໂລເປັສນັ້ນ ໄດ້ມີຂຶ້ນບໍ່ດົນ ຫຼັງຈາກທີ່ລາຍງານຂ່າວໄດ້ອອກມາວ່າ ທ່ານຈະໂອ້ລົມກັບປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ໃນວັນຈັນມື້ນີ້ ກ່ຽວກັບການຮັບຢາວັກຊີນກັນໂຄວິດ-19 Sputnik V ຂອງຣັດເຊຍຈຳນວນຫຼາຍໂດສ.
ລັດຖະມົນຕີກະຊວງການຕ່າງປະເທດຂອງເມັກຊິໂກ ທ່ານມາຣແຊໂລ ອີບຣາດ ໄດ້ກ່າວຜ່ານທາງທວິດເຕີ້ວ່າ ຜູ້ນຳທັງສອງ ຈະໂອ້ລົມກັນກ່ຽວກັບ ສາຍສຳພັນສອງຝ່າຍ ແລະການສະໜອງຢາວັກຊີນຈຳນວນນຶ່ງໃຫ້ແກ່ເມັກຊິໂກ.