ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ເມັກ​ຊິ​ໂກ ແນະ​ນຳ​ວ່າ ການ​ຍົກ​ຍ້າຍ​ຖິ່​ນ​ຖານ ສາ​ມາດ​ຄວບ​ຄຸມ​ໄດ້


ປະ​ທາ​ນາ​ທິ​ບໍ​ດີ ເມັກ​ຊິ​ໂກ ທ່ານ ແອນ​ເດ​ຣັ​ສ ມາ​ນູ​ແອ​ລ ໂອບ​ຣາ​ດໍ ຕອບ​ຄຳ​ຖາມ​ຈາກ​ນັກ​ຂ່າວໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ວັນ​ຂອງ​ທ່ານ, ນະ​ຄອນຫຼວງ ເມັກ​ຊິ​ໂກ ຊີ​ຕີ້. 8 ມີ​ນາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ເມັກ​ຊິ​ໂກ ທ່ານ ແອນ​ເດ​ຣັ​ສ ມາ​ນູ​ແອ​ລ ໂອບ​ຣາ​ດໍ ຕອບ​ຄຳ​ຖາມ​ຈາກ​ນັກ​ຂ່າວໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ວັນ​ຂອງ​ທ່ານ, ນະ​ຄອນຫຼວງ ເມັກ​ຊິ​ໂກ ຊີ​ຕີ້. 8 ມີ​ນາ, 2019.

ປະ​ທາ​ນາ​ທິ​ບໍ​ດີ ເມັກ​ຊິ​ໂກ ໄດ້​ສະ​ເໜີ​ໃນ​ວັນ​ເສົາ​ວານນີ້​ວ່າ ປະ​ເທດ​ຂອງ​ທ່ານ​ສາ​ມາດ​
ຄວບຄຸມຜູ້ຍົກຍ້າຍຖິ່ນຖານ ແລະ ທ່ານໄດ້ກ່າວວ່າ ທ່ານຄິດວ່າ ສະຫະລັດ ແມ່ນພ້ອມ
ແລ້ວທີ່ຈະປຶກສາຫາລື ກ່ຽວກັບ ການຂົ່ມຂູ່ທີ່ຈະໃຊ້ພາສີ ເພື່ອຕໍ່ສູ້ກັບບັນຫາ ການຍົກ
ຍ້າຍຖິ່ນຖານຢ່າງຜິດກົດໝາຍຈາກເຂດ ອາເມຣິກາກາງ.

ປະ​ທາ​ນາ​ທິ​ບໍ​ດີ ແອນ​ເດ​ຣັ​ສ ມາ​ນູ​ແອ​ລ ໂລ​ເປ​ສ ໂອບ​ຣາ​ດໍ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​
ແຫຼງຂ່າວທີ່ນະຄອນຫຼວງ ເມັກຊິໂກ ຊີຕີ້ ວ່າ “ມັນມີຄວາມຍິນດີໃນພາກສ່ວນຂອງເຈົ້າ
ໜ້າທີ່ລັດຖະບານ ສະຫະລັດ ທີ່ຈະຈັດການສົນທະນາ ແລະ ບັນລຸຂໍ້ຕົກລົງ ແລະ ການ
ຜ່ອນສັ້ນຜ່ອນຍາວ.”

ຄຳ​ເຫັນ​ຂອງ​ທ່ານ​ໄດ້​ມີ​ຂຶ້ນ​ກ່ອນ​ການ​ເຈ​ລະ​ຈາ​ຈະ​ຖືກ​ຈັດໃນນະ​ຄອນຫຼວງ ວໍ​ຊິງ​ຕັນ ໃນ​
ສັບປະດານີ້, ແລະ ທ່ານ ໂອບຣາດໍ ໄດ້ກ່າວວ່າ ທ່ານຫວັງວ່າຈະມີ “ຜົນອອກມາທີ່ດີ”.
ທ່ານໄດ້ກ່າວຕື່ມວ່າ ເມັກຊິໂກ ແມ່ນຍິນດີ ທີ່ “ຈະບັງຄັບໃຊ້ມາດຕະການ ທີ່ມີຢູ່ໃນປັດ
ຈຸບັນ ໂດຍປາສະຈາກການລະເມີດສິດທິມະນຸດ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເມັກ​ຊິ​ໂກ ທ່ານ ມາ​ແຊ​ລ​ໂລ ເອບ​ຣາດ ໄດ້​ກ່າ​ວ​ໃນ​ວັນ​
ສຸກທີ່ຜ່ານມາວ່າ ທ່ານໄດ້ເລີ່ມການເຈລະຈາກັບບັນດາເຈົ້າໜ້າທີ່ ສະຫະລັດ ຫລັງ
ຈາກປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຂົ່ມຂູ່ທີ່ຈະເກັບພາສີສິນຄ້າ
ເມັກຊິໂກ ທີ່ກ່ຽວຂ້ອງກັບການເພີ່ມຂຶ້ນຂອງຄົນເຂົ້າເມືອງຢູ່ເຂດຊາຍແດນ.

ທ່ານ ເອບ​ຣາດ ໄດ້​ກ່າວ​ໃນ​ທວິດ​ເຕີ​ວ່າ ທ່ານ​ໄດ້​ລົມ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ
ສະຫະລັດ ທ່ານ ໄມຄ໌ ພອມພຽວ ທາງໂທລະສັບ ແລະ ໄດ້ກ່າວວ່າການເຈລະຈາເຊິ່ງ
ໜ້າກັນ ລະຫວ່າງທັງສອງທ່ານ ຈະຖືກຈັດຂຶ້ນໃນວັນພຸດຈະມາເຖິງນີ້ໃນນະຄອນຫຼວງ
ວໍຊິງຕັນ. ທ່ານ ເອບຣາດ ໄດ້ກ່າວວ່າ ກອງປະຊຸມສຸດຍອດເພື່ອແກ້ໄຂບັນຫາຂັດແຍ້ງ
ຂອງ ສະຫະລັດ ກັບປະເທດຂອງເຮົາຈະຖືກຈັດຂຶ້ນໃນວັນພຸດຈະມາເຖິງນີ້ ໃນນະ
ຄອນຫຼວງ ວໍຊິງຕັນ. ພວກເຮົາຈະເຂັ້ມແຂງ ແລະ ປົກປ້ອງກຽດສັກສີຂອງ ເມັກຊິໂກ.”

ທ່ານ ໂອບ​ຣາ​ດໍ ຍັງ​ໄດ້​ຕອບ​ໂຕ້​ຕໍ່​ການ​ຂົ່ມ​ຂູ່​ເກັບ​ພາ​ສີ ໃນ​ວັນ​ສຸກ​ທີ່​ຜ່​ານ​ມາ ດ້ວຍ​ການ
ຮຽກຮ້ອງໃຫ້ຈັດການ “ສົນທະນາ” ກ່ຽວກັບ “ມາດຕະການທີ່ບີບບັງຄັບນັ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG