ລັກຂະໂມຍເອົາວັດຖຸທີ່ມີກຳມັນຕະພາບລັງສີໄປນັ້ນ ໄດ້ຖືກເຈົ້າ
ໜ້າທີ່ຄວບຄຸມໂຕໄວ້ແລ້ວແລະພວມຖືກກວດໃນຄວາມເປັນໄປ ໄດ້ທີ່ພວກກ່ຽວອາດໄດ້ແຕະຕ້ອງ ຫລືຖືກເຜີຍແບໃສ່ ກຳມັນຕະ ພາບລັງສີທີ່ໂຮງໝໍແຫ່ງນຶ່ງນັ້ນ.
ທ່ານ Pedro Luis Noble ຫົວໜ້າພະແນກ ສາທາລະນະສຸກ
ຂອງລັດ Hidalgo ກ່າວວ່າ ພວກຜູ້ຊາຍຈຸນີ້ ບາງຄົນຮູ້ສຶກຢາກ
ຮາກແລະວິນວຽນຫົວ ຊຶ່ງອາດເປັນຮ່ອງຮອຍຂອງອາການເບື່ອ
ເມົາ ກຳມັນຕະພາບລັງສີ. ເຈົ້າໜ້າທີ່ກ່າວວ່າ ຕຳຫຼວດໄດ້ຍາມ
ຈັບຕາເບິ່ງ ຜູ້ຕ້ອງສົງໄສເຫຼົ່ານີ້ ຢູ່ທີ່ໂຮງໝໍ Hidalgo.
ຂ່າວການຈັບກຸມໃນວັນສຸກວານນີ້ມີຂຶ້ນບໍ່ເທົ່າໃດຊົ່ວໂມງຫຼັງຈາກເຈົ້າໜ້າທີ່ເວົ້າວ່າຕົນໄດ້ ພົບເຫັນ ເສດທາດ cobalt-60 ທີ່ມີກຳມັນຕະພາບລັງສີສູງ ຊຶ່ງໄດ້ຖືກຂະໂມຍໄປ ທັງໝົດ ແລ້ວ ທີ່ຖືກນຳໄປປະຖິ້ມໄວ້ ຢູ່ໃນທົ່ງນາແຫ່ງນຶ່ງ ໃນເຂດພາກກາງຂອງເມັກຊິໂກ.
ລົດບັນທຸກທີ່ຂົນວັດຖຸຊຶ່ງມີກຳມັນຕະພາບລັງສີ ໄດ້ຖືກພົບເຫັນໃນມື້ວັນພຸດຜ່ານມາ ພ້ອມ ດ້ວຍທາດ cobalt-60 ທີ່ຖືກນຳອອກມາຈາກຫີບບັນຈຸແລ້ວນັ້ນ.
ວັດຖຸດັ່ງກ່າວ ໄດ້ຍົກຍ້າຍອອກຈາກອຸບປະກອນການບຳບັດປິ່ນປົວທີ່ໝົດສະໄໝໄປແລ້ວ ຢູ່ໂຮງໝໍແຫ່ງນຶ່ງໃນເມືອງ Tijuana ທາງພາກເໜືອຂອງປະເທດ ແລະພວມຖືກສົ່ງໄປຍັງ ສະຖານທີ່ເກັບມ້ຽນເສດນິວເຄລຍແຫ່ງນຶ່ງ ໃກ້ໆນະຄອນຫຼວງເມັກຊິໂກຊີ້ຕີ້.