ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ຄົນໃໝ່ຂອງ ເມັກຊິໂກ ສົ່ງຈົດໝາຍ ເຖິງທ່ານ ທຣຳ


ປະທານາທິບໍດີທີ່ຖືກເລືອກໃໝ່ຂອງ ເມັກຊິໂກ ທ່ານ ມານູແອລໂລເປສ ໂອບຣາດໍ, ຂວາ, ແລະ ລັດຖະມົນຕີການ
ຕ່າງປະເທດຂອງທ່ານ ໃນອະນາຄົດ ທ່ານ ມາເຊໂລ ເອບາດ, ກ່າວຄຳປາໄສຕໍ່ສື່ມວນຊົນຢູ່ນອກສຳນັກງານໃຫຍ່ພັກ
ການເມືອງຂອງທ່ານ, ນະຄອນຫຼວງ ເມັກຊິໂກ ຊີຕີ້, ປະເທດ ເມັກຊິໂກ. 22 ກໍລະກົດ, 2018.
ປະທານາທິບໍດີທີ່ຖືກເລືອກໃໝ່ຂອງ ເມັກຊິໂກ ທ່ານ ມານູແອລໂລເປສ ໂອບຣາດໍ, ຂວາ, ແລະ ລັດຖະມົນຕີການ ຕ່າງປະເທດຂອງທ່ານ ໃນອະນາຄົດ ທ່ານ ມາເຊໂລ ເອບາດ, ກ່າວຄຳປາໄສຕໍ່ສື່ມວນຊົນຢູ່ນອກສຳນັກງານໃຫຍ່ພັກ ການເມືອງຂອງທ່ານ, ນະຄອນຫຼວງ ເມັກຊິໂກ ຊີຕີ້, ປະເທດ ເມັກຊິໂກ. 22 ກໍລະກົດ, 2018.

ປະທານາທິບໍດີທີ່ຫາກໍຖືກເລືອກໃໝ່ຂອງ ເມັກຊິໂກ ທ່ານ ມານູແອລ ໂລເປສ
ໂອບຣາດໍ ໄດ້ສົ່ງຈົດໝາຍເຖິງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ເພື່ອ
ພະຍາຍາມທີ່ຈະເລີ່ມຕົ້ນ “ສາຍພົວພັນບັ້ນໃໝ່ລະຫວ່າງສອງປະເທດ ແລະ ເພື່ອທຳ
ຄວາມກ້າວໜ້າໃນຂົງເຂດ “ການຄ້າ, ການຍົກຍ້າຍຖິ່ນຖານ, ການພັດທະນາ ແລະ
ການຮັກສາຄວາມປອດໄພ.”

ທ່ານ ໂລເປສ ໂອບຣາດໍ ໄດ້ມອບຈົດໝາຍ 7 ໜ້າໃຫ້ຜູ້ແທນ ສະຫະລັດ ທີ່ໄດ້ເດີນ
ທາງຢ້ຽມຢາມປະເທດໃນວັນທີ 13 ກໍລະກົດ.

ທ່ານ ມາເຊໂລ ເອບາດ, ຜູ້ທີ່ຖືກແຕ່ງຕັ້ງເປັນລັດຖະມົນຕີການຕ່າງປະເທດ ໄດ້ອ່ານ
ໜັງສືດັ່ງກ່າວຕໍ່ບັນດານັກຂ່າວໃນວັນອາທິດວານນີ້, ແລະ ໄດ້ເວົ້າວ່າ ທ່ານ ທຣຳ
ໄດ້ຮັບຈົດໝາຍແລ້ວ.

ໃນຈົດໝາຍດັ່ງກ່າວ, ທ່ານ ໂລເປສ ໂອບຣາດໍ ໄດ້ກ່າວວ່າ ເມັກຊິໂກ ເປັນບ້ານຂອງ
ຊາວ ອາເມຣິກັນ ທີ່ອາໄສຢູ່ນອກ ສະຫະລັດ ຈຳນວນທີ່ຫຼາຍທີ່ສຸດ ແລະ “ສະຫະລັດ
ກໍແມ່ນບ້ານຂອງປະຊາຊົນ ເມັກຊິກໂກ ທີ່ອາໄສຢູ່ນອກເຂດຊາຍແດນຂອງພວກເຮົາ
ຈຳນວນທີ່ຫຼາຍທີ່ສຸດ.”

ທ່ານໄດ້ເວົ້າວ່າ “ຂ້າພະເຈົ້າເຊື່ອວ່າ ຄວາມເຂົ້າໃຈທີ່ຂ້າພະເຈົ້າໄດ້ສະເໜີໃນຈົດໝາຍ
ດັ່ງກ່າວນັ້ນ ຄວນເຮັດໃຫ້ພວກເຮົາປະຕິບັດຕໍ່ຊຸມຊົນພວກນີ້ດ້ວຍຄວາມສະໜັບສະ
ໜູນ ແລະ ຄວາມເຄົາລົບ.”

ທ່ານ ໂລເປສ ໂອບຣາດໍ ໄດ້ສະເໜີການສ້າງແຜນການພັດທະນາທີ່ລວມມີປະເທດ
ອື່ນໆໃນເຂດ ອາເມຣິກາກາງ, ບ່ອນທີ່ພວກຍົກຍ້າຍຖິ່ນຖານຍັງອາໄສຢູ່ໃນຄວາມ
ທຸກຍາກ ແລະ ຂາດໂອກາດໃນການເຮັດວຽກ.

ທ່ານໄດ້ສະເໜີວ່າຖ້າ ສະຫະລັດ, ເມັກຊິໂກ ແລະ ປະເທດອື່ນໆໃນເຂດ ອາເມຣິກາ
ກາງ “ແຕ່ລະປະເທດນັ້ນຫາກປະກອບສ່ວນອີງຕາມຂະໜາດຂອງເສດຖະກິດຂອງ
ເຂົາເຈົ້າ, ພວກເຮົາກໍອາດສາມາດລວບລວມຈຳນວນແຫຼ່ງຊັບພະຍາກອນຕ່າງໆຫຼາຍ
ພໍສົມຄວນ ສຳລັບການພັດທະນາຂອງພາກພື້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG