ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເມັກຊິໂກ ສັບຊ້ອນ ຕໍາຫຼວດ 348 ຄົນ ທີ່ປະຈໍາຢູ່ສະໜາມ ບິນນາໆຊາດ


ທ່ານ Felipe Calderon ປະທານາທິບດີເມັກຊິໂກ.
ທ່ານ Felipe Calderon ປະທານາທິບດີເມັກຊິໂກ.

ຕໍາຫຼວດລັດຖະບານກາງເມັກຊິກໂກ​ ໄດ້ສັບຊ້ອນຕໍາຫຼວດ ຈໍານວນ 348 ຄົນທີ່​ປະ​ຈໍາຢູ່ ສະໜາມບິນ ນາໆຊາດ ທີ່ນະຄອນ ຫຼວງຂອງປະເທດ ຫຼັງຈາກທີ່ໄດ້ເກີດ ການປະທະກັນ ທີ່ຮ້າຍແຮງເຖິງຕາຍນັ້ນ.

ຕໍາຫຼວດລັດຖະບານກາງເມັກຊິກໂກ​ ໄດ້ສັບຊ້ອນຕໍາຫຼວດ
ຈໍານວນ348 ຄົນທີ່​ປະ​ຈໍາຢູ່ສະໜາມບິນນາໆຊາດທີ່ນະຄອນ
ຫຼວງຂອງປະເທດ ຫຼັງຈາກທີ່ໄດ້ເກີດການປະທະກັນ ທີ່ຮ້າຍແຮງ
ເຖິງຕາຍນັ້ນ.

ການສັບ​ຊ້ອນບຸກຄະລາກອນນີ້ ມີຂຶ້ນ 2 ເດືອນ ຫຼັງຈາກທີ່ໄດ້
ມີການຍິງ​ກັນ​ຕາຍ ຢູ່ສະໜາມບິນນາໆຊາດ ທີ່ຕໍາຫຼວດ 3 ຄົນ
ໄດ້ຖືກສັງຫານ ​ໂດ​ຍນາຍຕໍາຫຼວດ ເພື່ອນຮ່ວມງານດ້ວຍກັນທີ່
​ເຊື່ອ​ກັນ​ວ່າມີ​ການພົວພັນກັບການຄ້າຢາເສບຕິດນັ້ນ.

ນຶ່ງໃນຕໍາຫລວດສາມຄົນ ທີ່​ກົດໝາຍ​ຕາມ​ລ່າ​ໂຕ ​ໃນ​ຖານ​ມີ​
ສ່ວນພົວພັນ​ກັບ​ເຫດ ການຍິງກັນ​ເມື່ອວັນທີ 25 ເດືອນມິຖຸນາ
ນັ້ນ ຖືກຈັບ​ໄດ້ແລ້ວ ແຕ່ອີກ 2 ຄົນ ຍັງລອຍນວນ ລີ້ຊ້ອນ​ໂຕຢູ່.

ຕໍາຫຼວດຈໍານວນ 348 ຄົນຂອງລັດຖະບານກາງ​ນັ້ນ ໄດ້ຖືກຍ້າຍໄປຮັບໜ້າທີ່ໃໝ່ ໃນ
ທົ່ວປະເທດ ​ແລະ ພວກທີ່ມາຮັບໜ້າ​ທີ່ແທນນັ້ນ ກໍ​ໄດ້ຜ່ານການກວດກາ​ເບື້ອງ​ຫລັງ ຢ່າງເຂັ້ມງວດມາ​ແລ້ວ.

ມີຫຼາຍກ່ວາ 50,000 ຄົນແລ້ວ ທີ່ໄດ້ຖືກສັງຫານ ຫຼັງຈາກທີ່ປະທານາທິບໍດີ ທ່ານ
Felipe Calderon ໄດ້ເລີ່ມທໍາ​ການປາບ​ປາມກວດ​ລ້າງກຸ່ມຄ້າຢາເສບຕິດ ນັບຕັ້ງ
ແຕ່ປີ​ 2006 ​ເປັນ​ຕົ້ນ​ມາ.
XS
SM
MD
LG