ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

25 ຄົນ ເສຍຊີວິດ ໃນເຫດລະເບີດ ທີ່ສຳນັກງານ ບໍລິສັດ Pemex (ສະໄລດ໌)


ພວກເຈົ້າໜ້າທີ່ແພດ ພວມຊ່ວຍສົ່ງຄົນເຈັບຂຶ້ນເຮຣີຄອບເຕີ້ ທີ່ເຂົ້າຮ່ວມໃນການປະຕິບັດງານ ຫຼັງຈາກເກີດເຫດລະເບີດ ທີ່ສຳນັກງານໃຫຍ່ຂອງບໍລິສັດລັດວິສາຫະກິດນໍ້າມັນ Pemex ໃນນະຄອນຫຼວງຂອງເມັກຊິໂກ (31 ມັງກອນ 2013)
ພວກເຈົ້າໜ້າທີ່ແພດ ພວມຊ່ວຍສົ່ງຄົນເຈັບຂຶ້ນເຮຣີຄອບເຕີ້ ທີ່ເຂົ້າຮ່ວມໃນການປະຕິບັດງານ ຫຼັງຈາກເກີດເຫດລະເບີດ ທີ່ສຳນັກງານໃຫຍ່ຂອງບໍລິສັດລັດວິສາຫະກິດນໍ້າມັນ Pemex ໃນນະຄອນຫຼວງຂອງເມັກຊິໂກ (31 ມັງກອນ 2013)
ເຫດລະເບີດໄດ້ເກີດຂຶ້ນໃນຕອນແລງຂອງວັນພະຫັດວານນີ້ ທີ່
ສຳນັກງານໃຫຍ່ຂອງບໍລິສັດລັດວິສາຫະກິດນໍ້າມັນ Pemex ໃນ
ນະຄອນຫຼວງເມັກຊິໂກທີ່ເຮັດໃຫ້ມີຜູ້ເສຍຊີວິດ 25 ຄົນ ແລະໄດ້
ຮັບບາດເຈັບອີກຫຼາຍກວ່າ 100 ຄົນ.

ພວກກູ້ໄພພາກັນຊອກຫາຜູ້ຄົນທີ່ອາດຕົກຄ້າງຢູ່ພາຍໃນຕຶກອາ
ຄານທີ່ມີຄວັນກຸ້ມຂຶ້ນມາ. ເຮືອບິນເຮຣີຄອບເຕີ້ ພວກດັບເພີງແລະ ເຈົ້າໜ້າທີ່ຮັບມືກັບໄພສຸກເສີນ ຕ່າງກໍໄດ້ເຂົ້າຮ່ວມ ໃນການປະຕິ
ບັດງານ ຢູ່ໃນບໍລິເວນ ທີ່ເກີດເຫດ. ພວກທີ່ໄດ້ຮັບບາດເຈັບ ຈຳ
ນວນນຶ່ງ ຍ້ອນເຫດລະເບີດ ໄດ້ຖືກຍູ້ອອກຈາກບ່ອນທີ່ເກີດເຫດ
ດ້ວຍຕຽງເຄື່ອນທີ່ ຂະນະທີ່ອີກຈຳນວນນຶ່ງໄດ້ຖືກຍູ້ໂດຍຕັ່ງທີ່ມີລໍ້
ຢູ່ໃນຫ້ອງການ.

ຮູບວີດີໂດຈາກນະຄອນຫຼວງຂອງເມັກຊິໂກສະແດງໃຫ້ເຫັນວ່າ ມີຊາກຫັກພັກພັງຢັ່ງຢາຍ ຢູ່ຕາມພື້ນດິນແລະຄວັນກຸ້ມຂຶ້ນຈາກຊັ້ນລຸ່ມຂອງຕຶກອາຄານທີ່ຖືກໄຟໄໝ້.

ຍັງບໍ່ມີການຖະແຫຼງໃດໆກ່ຽວກັບວ່າແມ່ນຫຍັງຄືສາເຫດທີ່ພາໃຫ້ເກີດເຫດລະເບີດແຕ່ເຈົ້າ
ໜ້າທີ່ເວົ້າວ່າ ບັນຫາກ່ຽວກັບອຸບປະກອນເຄື່ອງຈັກ ຢູ່ໃນຊັ້ນໃຕ້ດິນ ອາດເປັນສາເຫດກໍ ເປັນໄດ້.

ປະທານາທິບໍດີເມັກຊິໂກ ທ່ານ Enrique Pena Nieto ໄດ້ໄປຢ້ຽມບ່ອນເກີດເຫດ ໃນ ຕອນແລງຂອງວັນພະຫັດວານນີ້ ຊຶ່ງທ່ານໄດ້ອອກຖະແຫຼງຂ່າວສະແດງ ຄວາມເສົ້າສະ ລົດໃຈໄປຍັງບັນດາຄອບຄົວຂອງພວກເຄາະຮ້າຍ ແລະເວົ້າວ່າ ທ່ານໄດ້ສັ່ງໃຫ້ທຳການ ສືບສວນກ່ຽວກັບເລື່ອງນີ້ແລ້ວ.

ກ່ຽວຂ້ອງກັນ

XS
SM
MD
LG