ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ພາຍຸແຝດ ພວມ​ພັດ ຖະຫຼົ່ມ ແມັກຊິໂກ (ວີ​ດີ​ໂອ)


A woman walks past electoral campaign posters for the upcoming parliamentary elections in Tunis, Tunisia.
A woman walks past electoral campaign posters for the upcoming parliamentary elections in Tunis, Tunisia.
ລົມພາຍຸ​ແຝດ ກໍາລັງ​ຖະຫຼົ່ມ​ເຂດ​ຝັ່ງ​ຕາ​ເວັນ​ອອກ​ແລະ​ຕາ​ເວັນ​ຕົກຂອງ ​ແມັກ​ຊິ​ໂກ ຊຶ່ງ​ເທົ່າ​ເຖິງ​ປັດ​ຈຸ​ບັນ​ນີ້ ​ໄດ້ເອົາ​ຊີວິດ​ຜູ້​ຄົນ​ໄປ​ແລ້ວຢ່າງ​ໜ້ອຍ 21 ຄົນ ​ແລະ​ບັງຄັບ​ໃຫ້​ປະ ຊາຊົນ​ອີກຫຼາຍພັນ​ຄົນ​ຕ້ອງ​ພາກັນຫຼີບໜີ​ອອກ ຈາກ​ບ້ານ​ຢູ່​ອາ​ໄສ.

ລົມພາຍຸ Ingrid ຄາດ​ວ່າ​ຈະ​ພັດ​ປະ​ທະ​ອ່າວ​ແມັກ​ຊິ​ໂກ ​ໃນ​ຕອນ​ເຊົ້າວັນຈັນ​ມື້​ນີ້ ພ້ອມ​ດ້ວຍ​ລົມ​ແຮງ​ສູງ 120 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

ພາຍຸຄວາມແຮງສູງ​ດັ່ງກ່າວ ​ ອາດເຮັດ​ໃຫ້​ເກີດ​ຝົນຕົກ​ໜັກ ​ໃນລະດັບຫຼາຍ​ເຖິງ 63 ​ເຊັນ​ຕິ​ແມັດ ​ໃນຫຼາຍຂົງ​ເຂດ​ຂອງ​ພາກ​ຕາ​ເວັນ​ອອກ. ພາຍຸ Ingrid ທີ່​ວ່າ​ນີ້ ​ໄດ້​ເທ​ຝົນ​ລົງ​ໃສ່ຫຼາຍຕົວ​ເມືອງ​ຢູ່ເຂດ​ຝັ່ງ ​ແລະ​ຍັງ​ຜົນ​ໃຫ້ຫຼາຍພັນ​ຄົນ​ຕ້ອງພາກັນ​ແລ່ນໜີ​ຫຼົບ​ໄພ.

​ໃນ​ຂະນະ​ນີ້ ພາຍຸ​ເຂດ​ຮ້ອນ Manuel ​ກໍ​ໄດ້​ເຮັດ​ໃຫ້ເກີດ​ຝົນຕົກ​ໜັກ ​ແລະ ລົມ​ແຮງ ພັດໄປ​ຍັງເຂດ​ຝັ່ງ​ແປ​ຊິ​ຟິກຂອງ​ແມັກ​ຊິ​ໂກ. ຢ່າງ​ໜ້ອຍ​ມີ​ຜູ້​ເສຍຊີວິດ​ໄປ​ແລ້ວ 21 ຄົນຈາກ ​ດິນ​ເຈື່ອນ ນໍ້າ​ຖ້ວມ​ຊຸ ​ແລະ​ຕຶກອາຄານ​ຕ່າງໆ​ທີ່​ຖືກ​ນໍ້າ​ພັດພັງ​ລົງ ຢູ່​ເຂດ​ລັດ Guerrero ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ແມັກ​ຊິ​ໂກ​ນັ້ນ.

ໜ່ວຍ​ພະຍາກອນ​ອາກາດ ທໍານາຍ​ວ່າ ຈະ​ມີ​ຝົນຕົກ​ໜັກ​ຕື່ມ​ມາ​ອີກ ​ແລະ​ອາກາດ​ປັ່ນ​ປ່ວນ ທີ່​ເປັນ​ອັນຕະລາຍທີ່​ສຸດ ກ່ອນ​ພາຍຸ Manuel ​ຈະແຕກ​ສະຫຼາຍ ຫຼື ອ່ອນ​ຄວາມ​ແຮງລົງ ​ເວລາ​ພັດ​ເຂົ້າຝັ່ງ​ເມື່ອ​ວັນ​ຈັນ​ມື້​ນີ້.

ເບິ່ງວີດີໂອ:

Mexico Hurricane
please wait
Embed

No media source currently available

0:00 0:00:36 0:00
XS
SM
MD
LG