ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, 17 ຕຸລາ 2026

ຜູ້ປົກຄອງລັດ ຂອງ ເມັກຊິໂກ ລາອອກ ຫຼັງຈາກ ນັກສຶກສາ ຫາຍສາບສູນ

ທ່ານ Angel Aguirre ຜູ້ປົກຄອງລັດ Guerrero ປະກາດລາອອກ ໃນກອງປະຊຸມ ຖະແຫຼງຂ່າວ ທີ່ເມືອງ  Chilpancingo (23 ຕຸລາ 2014)
ທ່ານ Angel Aguirre ຜູ້ປົກຄອງລັດ Guerrero ປະກາດລາອອກ ໃນກອງປະຊຸມ ຖະແຫຼງຂ່າວ ທີ່ເມືອງ Chilpancingo (23 ຕຸລາ 2014)

ຜູ້ປົກຄອງ ລັດ Guerrero ຂອງເມັກຊິໂກ ໄດ້ລາອອກຈາກຕຳ
ແໜ່ງ ໃນວັນພະຫັດວານນີ້ ເກືອບນຶ່ງເດືອນ ຫຼັງຈາກການຫາຍ
ສາບສູນຂອງນັກສຶກສາ 43 ຄົນທີ່ຍັງແກ້ໄຂບໍ່ໄດ້ຊຶ່ງມີສ່ວນພົວ
ພັນ ກັບພວກນັກການເມືອງ ຕຳຫຼວດ ແລະກຸ່ມຄ້າຢາເສບຕິດ.

ທ່ານ Angel Aguirre Rivero ກ່າວຕໍ່ສື່ສັງຄົມວ່າ ທ່ານມີຄວາມ
ເຊື່ອໝັ້ນວ່າທ່ານໄດ້ທຳການຕັດສິນໃຈແບບມີຄວາມຮັບຜິດຊອບ ໃນການລາອອກດັ່ງກ່າວ. ທ່ານກ່າວຕື່ມວ່າສະພາຂົງເຂດຈະເປັນ
ຜູ້ເລືອກເອົາຜູ້ທີ່ຈະເຂົ້າມາຮັບຕຳແໜ່ງ ແທນທ່ານ.

ພວກນັກສຶກສາ ຈາກໂຮງຮຽນເຝິກອົບຮົມຄູ ໃນເຂດຊົນນະບົດ
ແຫ່ງນຶ່ງໄດ້ຫາຍສາບສູນໄປ ຫຼັງຈາກໄດ້ມີການປະເຊີນໜ້າກັບຕຳຫຼວດ ທີ່ເມືອງ Iguala ເມື່ອວັນທີ 26 ກັນຍາຜ່ານມາ. ເຫດການ ທີ່ພາໃຫ້ເກີດຄວາມຮຸນແຮງນັ້ນ ແມ່ນຍັງບໍ່ທັນ ເປັນທີ່ຈະແຈ້ງເທື່ອ. ແຕ່ແນວໃດກໍຕາມ ມີ 6 ຄົນໄດ້ເສຍຊີວິດຄາທີ່ ແລະ ອີກຫລາຍສິບ ຄົນໄດ້ຮັບບາດເຈັບ ຫຼັງຈາກຕຳຫຼວດແລະກຳລັງປະກອບອາວຸດພົນລະເຮືອນໄດ້ຍິງປືນ ເຂົ້າໃສ່ລົດໂຮງຮຽນ 3 ຄັນ ທີ່ເຕັມໄປດ້ວຍພວກນັກສຶກສາ.

ຜູ້ປົກຄອງລັດ ຂອງ ເມັກຊິໂກ ລາອອກ

People light candles around the photographs of missing students from the Ayotzinapa teachers' training college during a protest at the Monterrey Institute of Technology in Monterrey, Oct. 23, 2014.
1/5 People light candles around the photographs of missing students from the Ayotzinapa teachers' training college during a protest at the Monterrey Institute of Technology in Monterrey, Oct. 23, 2014.
ເບິ່ງຕື່ມອີກ Show less
A girl points at photographs of missing students from the Ayotzinapa teachers' training college, on a wall surrounding the General Attorney's Office in Ciudad Juarez, Oct. 23, 2014.
2/5 A girl points at photographs of missing students from the Ayotzinapa teachers' training college, on a wall surrounding the General Attorney's Office in Ciudad Juarez, Oct. 23, 2014.
ເບິ່ງຕື່ມອີກ Show less
People hold posters with pictures of the 43 missing students during a demonstration along Tixtla road in Chilpancingo, Oct. 23, 2014.
3/5 People hold posters with pictures of the 43 missing students during a demonstration along Tixtla road in Chilpancingo, Oct. 23, 2014.
ເບິ່ງຕື່ມອີກ Show less
People march along Tixtla road in Chilpancingo as part of a demonstration to demand information about 43 missing students, in the Mexican state of Guerrero, Oct. 23, 2014.
4/5 People march along Tixtla road in Chilpancingo as part of a demonstration to demand information about 43 missing students, in the Mexican state of Guerrero, Oct. 23, 2014.
ເບິ່ງຕື່ມອີກ Show less
Guerrero Governor Angel Aguirre announces that he will be taking a leave of absence during a news conference in Chilpancingo, Oct. 23, 2014.
5/5 Guerrero Governor Angel Aguirre announces that he will be taking a leave of absence during a news conference in Chilpancingo, Oct. 23, 2014.
ເບິ່ງຕື່ມອີກ Show less
Previous slide
Next slide

ເຈົ້າໜ້າທີ່ ໄດ້ສັ່ງໃຫ້ຈັບ ເຈົ້າເມືອງ Iguala ພັນລະຍາ ແລະຜູ້ຊ່ອຍເຈົ້າເມືອງ ໂດຍກ່າວ ຫາບຸກຄົນທັງ 3 ວ່າ ເປັນຜູ້ບົງການຢູ່ເບື້ອງຫຼັງ ການໂຈມຕີໃນຄັ້ງນີ້. ຕຳຫລວດທ້ອງຖິ່ນ ຫຼາຍສິບຄົນແລະສະມາຊິກຂອງກຸ່ມຄ້າຢາເສບຕິດ Guerreros Unidos ໄດ້ຖືກຈັບກຸມ ຍ້ອນພົວພັນໃນຄະດີນີ້.

MEXICO   VIOLENCE   VO
please wait

No media source currently available

0:00 0:00:43 0:00

​
XS
SM
MD
LG