ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ຄົ້ນຫາສາເຫດ ແລະ ພິສູດສົບ ຜູ້ເຄາະຮ້າຍ ໃນເຫດລະເບີດ ຢູ່ເມັກຊິໂກ


Mexico Fireworks
please wait
Embed

No media source currently available

0:00 0:01:54 0:00

ເຈົ້າ​ໜ້າ​ທີ່​ເມັກ​ຊິ​ໂກ ກ່າວ​ວ່າ​ ພວກ​ເຂົາ​ເຈົ້າຍັງ​ບໍ່​ທັນສາມາດ​ລະບຸ​ຕົວ 10 ຄົນ​ຂອງ​ພວກ​ເຄາ​ະຮ້າຍທັງ​ໝົດ 33 ຄົນ ທີ່​ໄດ້​ເສຍ​ຊີວິດ​ໃນເຫດລະ​ເບີດ​ ຢູ່​ຕະ​ຫຼາດ​ຂາຍ​ບັ້ງ​ໄຟ​ດອກ ​
ໃກ້ໆ​ກັບ​ນະຄອນຫຼວງ Mexico City ນັ້ນ.

​ມາ​ຈົນ​ເຖິງ​ແລງ​ວັນ​ພຸດ​ວານ​ນີ້ ລັດຖະບານ ຢູ່​ລັດ Mexico ​ໄດ້ເປີດ​ເຜີຍ​ວ່າ ຍັງ​ມີຫຼາຍ​ກວ່າ 40 ຄົນ ທີ່​ຍັງ​ຮັກສາ​ພະຍາບານ​ຢູ່ໂຮງໝໍ ຈາກ​ເຫດ​ລະ​ເບີດໃນ​ວັນ​ອັງຄານ​ຜ່ານ ​ມານີ້​ທີ່ຕະຫຼາດ San Pablito ​ໃນ​ເມືອງ Tullepec ປະມານ 30 ກິ​ໂລ​ແມັດຫ່າງ​ຈາກນະຄອນຫຼວງ​ຂອງ​ປະ​ເທດ.

ເຊີນຊົມ: ພາບວີດີໂອ ຈາກ Eyewitness ທີ່ສະແດງໃຫ້ເຫັນເຫດລະເບີດ

Eyewitness Video: Explosion at Mexico Fireworks Market
please wait

No media source currently available

0:00 0:01:12 0:00


ຕະຫຼາດ​ດັ່ງກ່າວ ​ແມ່ນແໜ້ນໄປ​ດ້ວຍ​ພໍ່ຄ້າ​ຊາວ​ຂາຍ ​ແລະ​ພວກ​ລູກ​ຄ້າ​ທີ່​ພາກັນມາ​ຈັບ​ຈ່າຍຊື້​ບັ້ງ​ໄຟ​ດອກ​ເພື່ອ​ຈູດສະຫຼອງ​ໃນ​ວັນ​ຄຣິສມັສແລະວັນ​ປີ​ໃໝ່ເວລາ​ລະ​ເບີດ​ຫຼາຍ​ໆ​ ຄັ້ງ​ໄດ້​ແຕກ​ຂຶ້ນ ຊຶ່ງທຳລາຍສ່ວນໃຫຍ່ຂອງ​ຮ້ານ​ຂາຍຂອງ​ ​ແລະ​ເຮັດ​ໃຫ້​ຜູ້​ຄົນ​ແຕກ​ຕື່ນ​ ຕົກ​ໃຈ ພາກັນ​ໜີ​ເອົາ​ຕົວ​ລອດ ​ໃນ​ຂະນະ​ທີ່​ຄວັນ​ໄຟ ​ກຸ່ມ​ຂຶ້ນ​ສູ່​ທ້ອງຟ້າ.

ຜູ້​ຊ່ຽວຊານ​ດ້ານ​ສັນ​ນະສູດສົບ​ຈະ​ນຳ​ໃຊ້ຫຼັກ​ຖານ​ດ້ານ​ສາຍພັນ​ໃນ​ການ​ພະຍາຍາມ​ລະ ບຸຕົວ​ຂອງ​ພວກ​ທີ່​ໄດ້​ຮັບ​ເຄາະ ທີ່​ຖືກ​ໄຟ​ເຜົາ​ຕາຍ​ນັ້ນ ວ່າ​ແມ່ນ​ຜູ້​ໃດ​ກັນ​ແທ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG