ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເມັກຊິໂກ ພົບເຫັນ ເດັກນ້ອຍ 370 ຄົນທີ່ຖືກ ພວກລັກລອບຂົນສົ່ງຄົນ ປະຖິ້ມໄວ້


ແຜນທີ່ ເມັກຊິໂກ
ແຜນທີ່ ເມັກຊິໂກ
ບັນດາ​ເຈົ້າ​ໜ້າ​ທີ່​ເມັກ​ຊິ​ໂກ ​ໄດ້​ພົບ​ເຫັນ​ເດັກນ້ອຍ​ 370 ຄົນ​
ທີ່​ຖືກ​ປະ​ຖິ້ມ​ໄວ້ ​ໂດຍ​ພວກ​ລັກລອບ​ເອົາຄົນ​ຂ້າມແດນ ​ທີ່​ໄດ້​
ຖືກ​ຈ້າງໃຫ້​ພາພວກ​ເດັກນ້ອ​ຍ​ເຫຼົ່າ​ນີ້ເຂົ້າ​ໄປ​ຍັງ​ສະຫະລັດ​ນັ້ນ.

ສະ​ຖາ​ບັນ​ວ່າ​ດ້ວຍ​ການ​ຍ້າຍ​ຖິ່ນ​ຖານ​ແຫ່ງ​ຊາດເມັກ​ຊິ​ໂກ
ກ່າວ​ຢູ່​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ ໃນ​ວັນ​ເສົາ​ວານ​ນີ້ ວ່າ
​ພວກ​ເດັກ​ເຫຼົ່າ​ນີ້​ຖືກ​ຊ່ອຍ​ກູ້​ຊີວິດ​ຢູ່​ໃນ 14 ລັດ​ຂອງ​ເມັກ​ຊິ
​ໂກ ​ໃນ​ລະຫວ່າງ​ວັນ​ທີ 17 ຫາ 24 ​ເດືອນ​ນີ້. ສະ​ຖາ​ບັນ​ດັ່ງ
ກ່າວ​ເວົ້າ​ຕື່ມ​ວ່າ ​ເດັກນ້ອຍ​ຈຳນວນ 163 ຄົນ​ ອາຍຸ​ຕ່ຳກວ່າ
18 ປີ ແມ່ນ​ເດີນທາງມາ ​ຕາມ​ລຳພັງ​ຕົນ​ເອງ.

ພວກ​ເດັກນ້ອຍ ກ່າວ​ຕໍ່​ບັນດາ​ເຈົ້າ​ໜ້າ​ທີ່​ວ່າ ພວກ​ລັກ​ລອບຄ້າຂາຍ​ມະນຸດ ​ໄດ້​ປະຖິ້ມ
​ເຂົາ​ເຈົ້າ​ໄວ້ ຫຼັງ​ຈາກ​ໄດ້​ຮັບ​ເງິນ ​ລະຫວ່າງ 3 ພັນ ຫາ 5 ພັນ​ໂດ​ລ່າ.

ພວກ​ລັກລອບ​ເຂົ້າ​ມາສະຫະລັດນັ້ນ ຫລັງ​ຈາກ​ມີບ່ອນຢູ່​ແລະ​ມີ​ວຽກ​ເຮັດ​ແລ້ວ ກໍ​ມັກ​ຈະ
​ວ່າຈ້າງ​ພວກ​ລັກລອບ​ຄ້າ​ມະນຸດ​ ​ໃຫ້​ນຳເອົາລູກ​ເຕົ້າ​ ມາ​ໃຫ້​ເຂົາ​ເຈົ້າຢູ່​ໃນສະຫະລັດ​.

ຖະ​ແຫຼ​ງການ​ຂອງ​ສະ​ຖາ​ບັນ​ດັ່ງກ່າວ ​ເວົ້າ​ວ່າ ພວກ​ເດັກນ້ອຍ​ເຫຼົ່າ​ນີ້​ສະ​ແດງຮ່ອງຮອຍ
ໃຫ້​ເຫັນວ່າ ມີ​ຄວາມ​ອິດ​ເມືອ​ຍຫຼາຍ ມີ​ບາດ​ແຜ​ຢູ່​ຕີນ ຂາດ​ນ້ຳ​ໃນ​ຮ່າງກາຍ ​ແລະ​ບໍ່​ຮູ້ຈັກ
​ວ່າ​ ເຂົາ​ເຈົ້າ​ຢູ່​ໃສ​ໃນ​ປັດຈຸບັນ.

ພວກ​ຄົນສ່ວນ​ຫຼາຍ​ທີ່ລັກລອບເຂົ້າ​ມາ​ຍັງ​ສະຫະລັດ ​ຜ່ານທາງເມັກ​ຊິ​ໂກ​ນັ້ນ ​ແມ່ນມາ
​ຈາກ​ທະວີບອາ​ເມຣິກາ​ກາງ. ​ເຂົາ​ເຈົ້າ​ປະ​ເຊີນ​ໜ້າ​ກັບ​ໄພ​ຂົ່ມຂູ່​ຈາກອຸບັດ​ເຫດ​ຕ່າງໆ
ພ້ອມ​ທັງ​ການ​ຖືກ​ປຸ້ນ​ຈີ້ ຖືກ​ຂົມ​ຂືນຊຳ​ເລົາ ຫຼື​ຖືກ​ບັງຄັບ​ໃຫ້​ເຂົ້າ​ຮ່ວມ ​ແກ໊ງອາຊະຍາ
​ກຳ​ຕ່າງໆ ໃນ​ລະຫວ່າງທາງ​ນັ້ນ.
XS
SM
MD
LG