ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໗ ມິຖຸນາ ໒໐໒໓

16 ຄົນ ເສຍຊີວິດ ໃນອຸບັດເຫດລົດບັສ ຕຳກັບລົດໄຟ ທີ່ເມັກຊິໂກ


ຊາກລົດບັສໂດຍສານ ທີ່ຕຳກັນກັບລົດໄຟ ທີ່ເມືອງ Anahuace, ລັດ Nuevo Leon ເມັກຊິໂກ ວັນທີ 13 ກຸມພາ 2015.

ອຸບັ​ດ​ເຫດ​ ​ລົດ​ເມ ກັບ​ ລົດ​ໄຟ ຕຳ​ກັນ ​ໄດ້ເຮັດ​ໃຫ້​ 16 ​ເສຍ​ຊີວິດ
​ໃນ​ພາກ​ເໜືອ​ຂອງ​ເມັກ​ຊິ​ໂກ.

ບັນດາ​ເຈົ້າ​ໜ້າ​ທີ່​ພະ​ແນ​ກສຸກ​ເສີນ​ຂອງ​ລັດ Nuevo Leon ກ່າວ​
ວ່າ ປະຊາຊົນ​ຕື່ມ​ອີກ 30 ຄົນ​ໄດ້​ຮັບ​ບາດ​ເຈັບ​ ໃນ​ວັນ​ສຸກ​ມື້ກ່ອນ​ນີ້
​ເວລາ​ລົດ​ໄຟ​ຂະ​ບວນນຶ່ງ​ແລ່ນ​ຕຳ​ລັດ​ບັສຄັນ​ນຶ່ງ​ ໃນ​ເມືອງ Anahuace.

ພວກ​ທີ່​ເຫັນ​ເຫດການ ກ່າວ​ວ່າ ຄົນ​ຂັບ​ລົດ​ບັສບໍ່ໄດ້​ຢຸດ​ລົດ​ ຢູ່​
ບ່ອນຂ້າມທາງລົດ​ໄຟ ​ເຖິງ​ແມ່ນ​ມີໄຟ​ສັນຍານເຕືອນວ່າ ລົດ​ໄຟ​
ກຳລັງ​ຈະ​ມາ ​ກໍຕາມ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ ຈາກ​ອຸບັດ​ເຫດ​ດັ່ງກ່າວ ທີ່​ເກີດ​ຂຶ້ນ​ຢູ່​ໃກ້ໆ​ກັບ​ຊາຍແດນ​ເມັກ​ຊິ​ໂກ ຕິດ​ກັບ​ລັດTexas ຂອງສະຫະລັດ ຄາດ​ວ່າ ຈະ​ເພີ້​ມຂຶ້ນ​ອີກ.

mexicoaccident15february15
please wait

No media source currently available

0:00 0:00:33 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG