ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເມັກຊິໂກ ສົ່ງຣາຊາ ຄ້າຢາເສບຕິດ 'El Chapo' ໃຫ້ສະຫະລັດ


ຣາຊາຄ້າຢາເສບຕິດ Joaquin 'El Chapo' Guzman.
ຣາຊາຄ້າຢາເສບຕິດ Joaquin 'El Chapo' Guzman.

ລັດຖະບານເມັກ​ຊິ​ໂກ​ ໄດ້ສົ່ງ​ນັກ​ຄ້າ​ຢາ​ເສບ​ຕິດ​ ທ້າວ Joaquin “El Chapo” Guzman ຂ້າມ​ແດນ​ມາຍັງສະ​ຫະລັດ ບ່ອນ​ທີ່​ລາວ​ຈະ​ປະ​ເຊີນ​ໜ້າ​ກັບຂໍ້​ຫາ​ຄ້າ​ຢາ​ເສບ​ຕິດ ຄາດ​ຕະກຳ ​ແລະຂໍ້ກ່າວ​ຫາ​ອື່ນໆ.

ລາວ​ໄດ້​ມາ​ເຖິງ​ລັດ New York ​ໃນ​ຕອນ​ແລງ​ວັນ​ພະຫັດ​ວານ​ນີ້ ​ແລະ​ຄາດ​ວ່າ​ຈະ​ຖືກ​ດຳ​ເນີນ​ຄະດີ​ຢູ່​ທີ່​ນັ້ນ​ ໃນ​ວັນ​ສຸກ​ມື້​ນີ້. New York ແມ່ນນຶ່ງ​ໃນ​ຫລາຍໆ ​ເຂດຂອງ​ສະຫະລັດ ທີ່ທ້າວ Guzman ຈະປະ​ເຊີນ​ໜ້າ​ກັບ​ການ​ກ່າວ​ຫາຕ່າງໆ.

ບັນດາ​ເຈົ້າ​ໜ້າ​ທີ່​ເມັກ​ຊິ​ໂກ​ໄດ້​ປະກາດກ່ຽວ​ກັບ​ການ​ສົ່ງ​ຜູ້​ຮ້າຍຂ້າມ​ແດນ ​ເວລາ​ທ້າວ Guzman ​ໄດ້​ຂຶ້ນ​ເຮືອບິນ​ໄປແລ້ວ​ໃນ​ວັນ​ພະຫັດ​ວານ​ນີ້ ​ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ເປີ​ດ​ເຜີຍ​ເຖິງ​ຈຸດໝາຍປາຍທາງຂອງ​ລາວ.

ຫົວໜ້າກຸ່ມ​ຄ້າ​ຢາ​ເສບ​ຕິດຂະໜາດ​ໃຫຍ່ Sinoloa ​ທີ່​ຖືກ​ຕັດສິນ​ລົງໂທດ ​ໄດ້​ໃຊ້​ເວລາ​ໃນ​ປີ​ທີ່ຜ່ານ​ມານີ້ ຕໍ່ສູ້​ບໍ່​ໃຫ້​ສົ່ງ​ຜູ້ກ່ຽວ​ມາ​ຍັງ​ສະຫະລັດ. ຫວ່າງ​ມໍ່ໆ​ມາ​ນີ້​ລາວ​ໄດ້​ຖືກກັກ​ຂັງ​ໄວ້ ​ທີ່​ຄຸກ​ເມືອງ Juarez​ ໃກ້​ກັບ​ຊາຍ​ແດນ​ທາງ​ພາກ​ເໜືອ​ຂອງເມັກ​ຊິ​ໂກ. ລາວ​ໄດ້​ຖືກ​ຈັບ​ຄືນ​ອີກ​ເມື່ອ​ປີ​ກ່ອນ ຫລັງ​ຈາກ​ໄດ້​ແຫກ​ຄຸກ​ເປັນ​ເທື່ອ​ທີ​ສອງ.

ທ້າວ Guzman ​ໄດ້ຫ​ລົບ​ໜີ​ຈາກ​ຄຸກ Altiplano ​ໃນ​ເດືອນ​ກໍລະກົດ ປີ 2015 ​ໃນອັນ​ທີ່ເບິ່ງ​ກັນ​ຢ່າງ​ກວ້າງ​ຂວາງວ່າ​ເປັນ​ການ​ອັບອາຍ​ຂາຍໜ້າ​ຢ່າງ​ໃຫຍ່​ໃຫ້​ແກ່​ລັດຖະບານ​ທ່ານ Enrique Pena Nieto. ລາວ​ໄດ້​ຮັບ​ອິດ​ສະລະ​ພາບ ​ໂດຍ​ການ​ຄານ​ລອດ​ຜ່່ານ​ຮູ​ໃຕ້​ດິນ ​ຢູ່​ກ້ອງ​ຫ້ອງອາບ​ນໍ້າ​ໃນ​ຄຸກ​ຂອງ​ລາວ ທີ່ຂຸດເປັນ​ອຸ​ໂມງ​ຍາວ 1 ກິ​ໂລ​ແມັດ​ເຄິ່ງ. ລາວ​ໄດ້​ຖືກ​ຈັບ​ຫົກ​ເດືອນ​ຕໍ່​ມາ ​ໃນ​ການ​ປະຕິບັດ​ງານ​ຂອງ​ທະຫານ​ຢູ່ ​ໃນ​ທີ່ເຮືອນ​ຂອງ​ລາວ​ໃ​ນລັດ Sinatoa.

ຕຳຫລວດລັດຖະບານກາງ ຢືນຍາມບ່ອນທີ່ ທ້າວ "El Chapo" Guzman ຖືກກັກຂັງກ່ອນສົ່ງໂຕ ຂ້າມແດນມາສະຫະລັດ.
ຕຳຫລວດລັດຖະບານກາງ ຢືນຍາມບ່ອນທີ່ ທ້າວ "El Chapo" Guzman ຖືກກັກຂັງກ່ອນສົ່ງໂຕ ຂ້າມແດນມາສະຫະລັດ.

ທ້າວ Guzman ​ໄດ້​ຖືກ​ຈັບ​ເທື່ອ​ທຳ​ອິດ​ໃນ​ປີ 1993 ກ່ອນ​ຫລົບ​ໜີ​ໄປ​ດ້ວຍ​ການ​ຊ່ວຍເຫລືອ​ຂອງ​ພວກ​ຍາມ ​ໃນ​ປີ 2001 ຈາກ​ຄຸ​ກ​ໃນ​ເມືອງ Guadalajara. ລາວ​ໄດ້​ຖືກ​ຈັບ​ອີກ 13 ປີ​ຕໍ່​ມາ ​ໂດຍ​ໄດ້​ຮັບ​ຂໍ້​ມູນ​ຈາກ​ບັນດາ​ອົງການ​ສືບ​ລັບ ສະຫະລັດ.

​ໃນ​ຕອນ​ເຊົ້າ​ວັນ​ພະຫັດ​ວານ​ນີ້ ສານ​ສູງ​ສຸດ​ເມັກຊິ​ໂກ​ໄດ້​ປະຕິ​ເສດ ​ໃນ​ຄວາມ​ພະ ຍາຍາມ​ໂດຍ​ບັນດາ​ທະນາຍຄວາມ​ຂອງ​ທ້າວ Guzman ທີ່​ຈະ​ຂັດຂວາງຕໍ່ການ​ສົ່ງໂຕລາວຂ້າມແດນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Mexico El Chapo
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG