ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການນັບບັດ ຄືນໃໝ່ ຢືນຢັນ ໄຊຊະນະ ຂອງທ່ານ Pena Nieto


ທ່ານ Enrique Pena Nieto
ທ່ານ Enrique Pena Nieto

ຜົນ​ການ​ນັບ​ບັດ​ຄະ​ແນນ​ສຽງ​ຄືນ​ໃໝ່​ຢ່າງ​ເປັນ​ທາງ​ການ​ຢູ​ເມັກ​ຊິ​ໂກ ​ໃຫ້ການ​ຢືນຢັນ​ກ່ຽວ​ກັບ
​ການ​ໄດ້​ຮັບ​ໄຊຊະນະ ​ຂອງທ່ານ Enrique Pena Nieto ​ໃນການ​ເລືອກ​ຕັ້ງປະທານາທິບໍດີ ​
ແຕ່​ຄູ່​ແຂ່ງ​ຂອງ​ທ່ານ​ຍັງ​ປະຕິ​ເສດບໍ່​ຍອມຮັບ​ເອົາການ​ປາ​ໄຊ​ຍ້ອນ​ມີ​ການ​ກ່າວ​ຫາ​ກ່ຽວ​ກັບ​ການ
​ສໍ້​ໂກງ​ຄະ​ແນນ​ສຽງ.

ຈາກ​ບັດ​ຄະ​ແນນ​ສຽງ​ທີ່​ນັບ​ໄປ​ແລ້ວ 99% ​ໃນ​ຕອນ​ແລງ​ຂອງ​ວັນ​ພະຫັດ​ວານ​ນີ້ ທ່ານ Pena
Nieto ຈາກ​ພັກ​ສະ​ຖາ​ບັນ​ປະຕິວັດ ​ຫຼື PRI ມີ​ຄະ​ແນນ​ສຽງ​ນຳ​ໜ້າ 7% ລື່ນ​ທ່ານ ທ່ານ An-
dres Manual Lopez Obrador ຜູ້​ສະມັກ​ຂອງ​ພັກ​ນິຍົມຊ້າຍ.

​ໂຕ​ເລກ​ດັ່ງກ່າວ ​ຊຶ່ງ​ຮວມທັງ​ການ​ນັບ​ບັດ​ຄະ​ແນນ​ສຽງ​ຄືນ​ໃໝ່​ເກືອບ​ເຄິ່ງນຶ່ງ​ຂອງຈຳນວນ​ທັງ​
ໝົດສ່ວນ​ໃຫຍ່​ແລ້ວ​ແມ່ນບໍ່​ໄດ້​ມີ​ການ​ປ່ຽນ​ແປງ​ຫຍັງ​ຫຼາຍ ຈາກ​ຜົນ​ການ​ນັບ​ຄະ​ແນນ​ສຽງ​ຂັ້ນ
ຕົ້ນ​ໃນ​ການ​ເລືອກ​ຕັ້ງ​ໃນ​ມື້ວັນ​ອາທິດ​ຜ່ານ​ມາ. ຖ້າ​ຫາກ​ໄດ້​ຮັບ​ການ​ຢືນຢັນ ຜົນ​ການ​ນັບ​ຄະ
​ແນນ​ສຽງ​ດັ່ງກ່າວ ຈະ​ເຮັດ​ໃຫ້​ພັກ​ສະ​ຖາ​ບັນປະຕິ​ວັດ ທີ່​ໄດ້​ປົກຄອງ​ປະ​ເທດ​ເປັນ​ເວລາ 7 ທົດ​
ສະ​ວັດ​ມາ​ຈົນ​ຮອດ​ປີ 2000 ນັ້ນ ​ກັບ​ຄືນ​ເຂົ້າກຳ​ອຳນາດ​ອີກ.

​ແຕ່​ທ່ານ Lopez Obrador ທີ່​ຢາກ​ໃຫ້​ນັບ​ບັດຄະ​ແນນ​ສຽງ​ຄືນ​ໃໝ່​ທັງ​ໝົດ​ນັ້ນຍັງ​ສືບ​ຕໍ່​ກ່າວ
​ຫາ​ພັກ​ສະ​ຖາ​ບັນ​ປະຕິວັດ​ວ່າຊື້ສຽງ​ແລະ​ຂູ່​ເຂັນ​ບັງຄັບ​ໃຫ້​ປະຊາຊົນ​ບ່ອນ​ບັດ​ເອົາ. ​ໃນ​ວັນ​ພະ
ຫັດ​ວານ​ນີ້ ທ່ານ​ໄດ້​ຈັດ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ຂຶ້ນຕໍ່ໜ້າກອງ​ບັດ​ຊື້ຂອງຂວັນ​ທີ່​ທ່ານ​ເວົ້າວ່າ
​ໄດ້​ມີ​ການ​ແຈກ​ຢາຍ​ໃຫ້​ແກ່​ຜູ້​ມີ​ສິດ​ປ່ອນ​ບັດ ກ່ອນ​ການ​ປ່ອນ​ບັດ​ໃນ​ວັນ​ອາທິດ​ແລ້ວ.

XS
SM
MD
LG