ເຈົ້າໜ້າທີ່ເມັກຊິໂກພວມສົ່ງຫົວໜ້າຄ້າຢາເສບຕິດທີ່ຫລົບລີ້ໜີ
ກົດໝາຍ ທ້າວ Joaquin “El Chapo” Guzman ກັບຄືນໄປ
ເຂົ້າຄຸກ ຫລັງຈາກຈັບໂຕຜູ້ກ່ຽວໄດ້ ໃນວັນສຸກວານນີ້ 7 ເດືອນ
ລຸນຫລັງທີ່ລາວໄດ້ຫລົບໜີອອກຈາກຄຸກ.
ປະທານາທິບໍດີເມັກຊິໂກ ທ່ານ Enrique Pena Nieto ໄດ້ປະ
ກາດ ກ່ຽວກັບການຈັບທ້າວ Guzman ໃນວັນສຸກວານນີ້ ໂດຍ
ໄດ້ສົ່ງຂໍ້ຄວາມສັ້ນໆຜ່ານທາງ Twitter ວ່າ ການປະຕິບັດງານ
ແມ່ນສຳເລັດລຸລ່ວງ. ພວກເຮົາຈັບໂຕລາວໄດ້ແລ້ວ.
ທ້າວ Guzman ໄດ້ຖືກນຳໂຕມາສະແດງໃຫ້ພວກນັກຂ່າວເບິ່ງ
ໃນເວລາຕໍ່ມາ ໂດຍທີ່ຜູ້ກ່ຽວນຸ່ງເສື້ອສີຟ້າແກ່ ແລະສົ້ງແລ່ນກິລາຂະນະທີ່ ພວມຖືກຍ້າຍ ຈາກລົດຕູ້ຫຸ້ມເກາະໄປຫາເຮືອບິນເຮຮີຄອບເຕີ້ ທີ່ຈະນຳໂຕຜູ້ກ່ຽວແລະຜູ້ສົມຮູ້ຮ່ວມຄິດ
ຢ່າງໜ້ອຍນຶ່ງຄົນກັບຄືນໄປເຂົ້າຄຸກອີກ.
ອະທິໄອຍະການຂອງເມັກຊິໂກ ທ່ານ Arely Gomez Gonzalez ໄດ້ຖະແຫລງຕໍ່ພວກ
ນັກຂ່າວ ໃນເວລາຕໍ່ມາໃນວັນສຸກວານນີ້ ໂດຍເວົ້າວ່າ ການຈັບໂຕທ້າວ Guzman ແມ່ນ
ຜົນຜະລິດຂອງການປະຕິບັດງານ ກວດກາຂະໜາດໃຫຍ່ ທີ່ພົວພັນກັບ ພວກຖ່າຍຮູບທີ່
ເຮັດວຽກກ່ຽວກັບຊີວະປະຫວັດຂອງລາຊາຄ້າຢາເສບຕິດຄົນນີ້.
ທ້າວ Guzman ໄດ້ຫລົບໜີຢ່າງເປີດເຜີຍໄປຈາກຄຸກ ໂດຍທາງອຸໂມງໃຕ້ດິນລັບເມື່ອ 7
ເດືອນກ່ອນ.
ທະຫານມາຣີນ ຂອງເມັກຊິໂກ ຊຶ່ງໄດ້ຮັບຂໍ້ມູນ ຈາກການແຈ້ງຄວາມ ໄດ້ບຸກເຂົ້າໄປໃນ
ເຮືອນຫຼັງນຶ່ງໃນຕອນເຊົ້າມືດຂອງວັນສຸກວານນນີ້ທີ່ເມືອງ Los Mochis ລັດ Sinaloa.
ຄະນະປະຕິບັດງານໄດ້ຖືກຍິງໃສ່ມາຈາກຂ້າງໃນຂອງເຮືອນດັ່ງກ່າວ.