ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໔ ກັນຍາ ໒໐໒໓

ຢ່າງໜ້ອຍ 61 ຄົນ ເສຍຊີວິດ ຍ້ອນ ແຜ່ນດິນໄຫວ ຢູ່ ເມັກຊິໂກ


ຕຶກອາຄານ ທີ່ໄດ້ຮັບຄວາມເສຍຫາຍ ຍ້ອນແຜ່ນດິນໄຫວ ທີ່ເຂດແຄມຝັ່ງມະຫາສະໝຸດປາຊີຟິກ ໃນພາກໃຕ້ ຂອງປະເທດເມັກຊິໂກ ໃນແລງວັນພະຫັດ ຜ່ານມາ.

ການ​ປະຕິບັດ​ງານ​ເພື່ອ​ຊ່ອຍ​ກູ້​ໄພ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ​ເມັກ​ຊິ​ໂກ ​
ໃນ​ວັນ​ເສົາ​ມື້ນີ້ ຫຼັງ​ຈາກ​ໄດ້​ເກີດ​ແຜ່ນດິນ​ໄຫວ​ຂະໜາດ​ແຮງ​ຢູ່​ໃນ​ເຂດ​ດັ່ງກ່າວ ​ໃນ​ຕອນ​
ແລງ​ຂອງ​ວັນ​ພະຫັດ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 61 ຄົນ.

​ເຈົ້າໜ້າ​ທີ່​ໃນ​ເມືອງ Oaxaca ກ່າວ​ວ່າ ຈຳ​ນວນ​ຜູ້​ເສຍ​ຊີວິດ ຄາດ​ວ່າ​ຈະ​ເພີ່ມຂຶ້ນຕື່ມ.

ປະທານາທິບໍດີ​ເມັກ​ຊິ​ໂກ ທ່ານ Enrique Pena Nieto ກ່າວ​ໃນ​ວັນ​ສຸກ​ວານນີ້ວ່າ ​ແຜ່ນ
ດິນ​ໄຫວ​ເທື່ອ​ນີ້ ​ແມ່ນ​ໃຫຍ່​ກວ່າ​ແຜ່ນດິນ​ໄຫວ ໃນ​ປີ 1985 ທີ່​ເຮັດໃຫ້ຫຼາຍພັນ​ຄົນເສຍ​ຊີ
ວິດ​ໄປ​ນັ້ນ. ​ໃນ​ການ​ກ່າວ​ຄຳ​ປາ​ໄສ​ ທາງ​ໂທລະພາບ ​ໃນຕອນ​ແລງວານ​ນີ້ ປະທານາທິບໍ
ດີ​ເມັກ​ຊິ​ໂກໄດ້​ປະກາດ​ໄວ້​ທຸກ​ທົ່ວ​ປະ​ເທດ​ເປັນ​ເວລາ 3 ມື້ແລະ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ລັດ
ຖະບານ​ຈະ​ຊ່ອຍ​ ໃນ​ການ​ບູລະນະ​ສ້າງສາຄືນ​ໃໝ່.

ທ່ານ Pena Nieto ກ່າວ​ວ່າ “ຄວາມ​ແຮງ​ຂອງ​ແຜ່ນດິນ​ໄຫວນີ້ິ້​ແມ່ນ​ຮ້າຍ​ແຮງ​ຫຼາຍ” ​ແຕ່​
ທ່ານ​ກໍ​ກ່າວ​ຕື່ມ​ວ່າ ການ​ຕອບ​ຮັບ​ຂອງ​ເມັກ​ຊິ​ໂກ​ແມ່ນ “​ຈະ​ໃຫຍ່​ກວ່ານັ້ນອີກ.”

​ແຜ່ນດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 8.2 ​ໄດ້​ເກີດ​ຂຶ້ນ ໃນ​ເຂດ​ແຄມ​ຝັ່ງມະຫາ​ສະໝຸດ​ປາຊີ​ຟິກ
ໃນ​ພາກ​ໃຕ້​ຂອງປະເທດ​ເມັກ​ຊິ​ໂກກ່ອນ​ທ່ຽງ​ຄືນ​ໜ້ອຍ​ນຶ່ງປະມານ 100 ກິ​ໂລ​ແມັດ​ຫ່າງ
ຈາກ​ເມືອງ Tonala. ​ປະທານາທິບໍດີ​ກ່າວ​ວ່າ ແຜ່ນດິນ​ໄຫວ​ໃນ​ຄັ້ງນີ້ ​ແມ່ນໃຫຍ່​ສຸດ ​ໃນ
​ຮອບ 100 ກວ່າ​ປີ ຢູ່​ໃນ​ປະ​ເທດ​ເມັກ​ຊິ​ໂກ.

​ແຜ່ນດິ​ນ​ໄຫວ ​ໄດ້​ກໍ່​ໃຫ້​ເກີດ​ຟອງ​ຍັກ​ສຸ​ນາ​ມີ ທີ່​ສູງ​ນຶ່ງ​ແມັດ ອີງ​ຕາມ​ສູນ​ກາງ​ເຕືອນ​ໄພ​ສຸ​
ນາ​ມີ​ເຂດ​ປາຊີ​ຟິກ ​ແຕ່​ຍັງ​ບໍ່​ມີ​ລາຍ​ງານເທື່ອວ່າຟອງ​ສຸ​ນາ​ມີ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ເສຍ
​ຫາຍຫຼືບໍ່.

ຄວາມ​ສັ່ນ​ສະ​ເທືອ​ນ ຂອງ​ແຜ່ນດິນ​ໄຫວ ​ແມ່ນ​ຮູ້ສຶກ​ໄປ​ເຖິງ​ນະຄອນຫຼວງ​ເມັກ​ຊິ​ໂກຊີ້ຕີ້
​ແລະ​ກວາ​ເຕມາລາ​ຊີ້ຕີ້. ປະຊາຊົນ​ໃນ​ເຂດ​ນະຄອນຫຼວງ​ຂອງ​ເມັກ​ຊິ​ໂກ​ໄດ້​ພາກັນ​ແລ່ນ​
ອອກ​ໄປ​ສູ່​ຖະໜົນ​ຫົນທາງ ຫຼາຍໆ​ຄົນ​ແມ່ນ​ຍັງ​ຢູ່​ໃນ​ຊຸດ​ນອນຍ້ອນຢ້ານ​ວ່າ​ຕຶກ​ອາຄານ​
ຈະ​ພັງ​ລົງ​ມາ​ທັບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG