ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດແຜ່ນດິນໄຫວ ຄັ້ງໃຫຍ່ ໃກ້ນະຄອນຫຼວງ ຂອງປະເທດ ເມັກຊິໂກ


ຜູ້ຊາຍຄົນນຶ່ງຖືກຊ່ວຍເຫຼືອອອກຈາກຕຶກທີ່ພັງລົງມາໃນໝູ່ບ້ານ Condesa ຫຼັງຈາກແຜ່ນດິນໄຫວ, ນະຄອນຫຼວງ Mexico City 19 ກັນຍາ, 2017.
ຜູ້ຊາຍຄົນນຶ່ງຖືກຊ່ວຍເຫຼືອອອກຈາກຕຶກທີ່ພັງລົງມາໃນໝູ່ບ້ານ Condesa ຫຼັງຈາກແຜ່ນດິນໄຫວ, ນະຄອນຫຼວງ Mexico City 19 ກັນຍາ, 2017.

ບັນດາພະນັກງານກູ້ໄພທັງຫຼາຍໄດ້ພາກັນທຳການກວດຄົ້ນ ໃນນະຄອນຫຼວງ Mexico
City ໃນວັນພຸດມື້ນີ້ ດ້ວຍຄວາມຫວັງທີ່ຈະຊອກຫາຜູ້ລອດຊີວິດຈາກແຜ່ນດິນໄຫວທີ່ມີ
ຄວາມແຮງ 7.1 ເຊິ່ງໄດ້ເຮັດໃຫ້ປະຊາຊົນເສຍຊີວິດແລ້ວຢ່າງໜ້ອຍ 217 ຄົນ ແລະຕຶກ
ອາຄານຫຼາຍສິບຫຼັງພັງລົງມາ.

ລັດຖະມົນຕີກະຊວງພາຍໃນ ທ່ານ Miguel Osorio Chong ໄດ້ກ່າວວ່າ ກອງທັບ
ແລະ ຕຳຫຼວດ ເມັກຊິໂກ ຈະສືບຕໍ່ເຮັດວຽກຈົນກວ່າຈະໝົດຄວາມເປັນໄປໄດ້ ທີ່ຈະ
ພົບເຫັນຜູ້ລອດຊີວິດເພີ່ມເຕີມ.

ປະຊາຊົນຫຼາຍຄົນໄດ້ເຂົ້າຮ່ວມກຸ່ມກວດຄົ້ນແລະກູ້ໄພບໍ່ດົນຫຼັງຈາກແຜ່ນດິນໄຫວໄດ້
ເກີດຂຶ້ນໃນຕອນບ່າຍຂອງວັນອັງຄານວານນີ້, ດ້ວຍການໃຊ້ເຄື່ອງຈັກຂະໜາດໃຫຍ່
ແລະມືເປົ່າເພື່ອຍ້າຍຊາກຫັກພັງອອກ.

ໃນຕອນເຊົ້າຂອງວັນພຸດມື້ນີ້, ຫົວໜ້າອົງການປົກປ້ອງພົນລະເມືອງຂອງ ເມັກຊິໂກ
ທ່ານ Luis Flipe Puante ໄດ້ກ່າວໃນ Twitter ວ່າ ສົບຜູ້ເສຍຊີວິດ 86 ຄົນ ໄດ້ມີ
ການລາຍງານໃນນະຄອນຫຼວງ Mexico City, 71 ຄົນໃນລັດ Morelos, 43 ຄົນໃນ
ລັດ Puebla, 12 ຄົນໃນລັດ Mexico, 4 ຄົນໃນລັດ Guerrero ແລະ ໜຶ່ງຄົນໃນ
ເມືອງ Oaxaca. ທ່ານໄດ້ປ່ຽນຈຳນວນຜູ້ເສຍຊີວິດຫຼຸດລົງຈາກ 248 ຄົນກ່ອນໜ້ານີ້.

ຈຸດສູນກາງຂອງແຜ່ນດິນໄຫວ ແມ່ນຢູ່​ທີ່​ເມືອງ Puebla, ຕັ້ງຢູ່ 123 ກິໂລແມັດທາງ
ພາກຕາເວັນອອກສຽງໃຕ້ຂອງນະຄອນຫຼວງ Mexico City.

ທ່ານ Ken Hudnut ຜູ້ຊີ້ນຳດ້ານວິທະຍາສາດຈາກສະຖາບັນສຳຫຼວດ ທໍລະນີວິທະຍາ
ໃນເມືອງ Pasadena ລັດ ຄາລີຟໍເນຍ ໄດ້ກ່າວວ່າ ທໍລະນີຂອງນະຄອນຫຼວງ
Mexico City ອາດຈະມີສ່ວນ ໃນການເຮັດໃຫ້ຕຶກອາຄານຕ່າງໆພັງລົງມາ.

ທ່ານ Hudnut ໄດ້ກ່າວຕໍ່ວີໂອເອວ່າ “ຕຶກບາງແຫ່ງແມ່ນຕັ້ງຢູ່ກົ້ນທະເລສາບເກົ່າ,
ແລະ ມັນສາມາດຂະຫຍາຍການສັ່ນສະເທືອນ ແລະ ເປັນສາເຫດເຮັດໃຫ້ມັນສັ່ນດົນ
ກວ່າ, ມັນສາມາດສ້າງຄວາມເສຍຫາຍຫຼາຍຂຶ້ນ.”

ປະທານາທິບໍດີ ທ່ານ Enrique Pena Nieto ໄດ້ເດີນທາງໄປຢ້ຽມຢາມໂຮງຮຽນຕຶກ
ສາມຊັ້ນແຫ່ງໜຶ່ງໃນນະຄອນຫຼວງ Mexico City ທີ່ໄດ້ພັງລົງມາ ແລະ ເປັນສະຖານທີ່
ແຫ່ງໜຶ່ງຂອງການປະຕິບັດການກູ້ໄພ. ລັດຖະມົນຕີກະຊວງສຶກສາຂອງ ເມັກຊິໂກ ທ່ານ
Aurelio Nuno ໄດ້ກ່າວວ່າ 25 ຄົນ ໄດ້ເສຍຊີວິດຢູ່ໂຮງຮຽນດັ່ງກ່າວ, ໃນຂະນະທີ່ 11
ຄົນໄດ້ຖືກຊ່ວຍເຫຼືອອອກມາ ແລະ 30 ຄົນຍັງຫາຍສາບສູນຢູ່.

ທ່ານ Pena Nieto ຍັງໄດ້ທຳການກ່າວຄຳປາໄສທາງວິດີໂອ ​ໂດຍ​ເວົ້າວ່າ ບູລິມະສິດ
ສູງສຸດຂອງລັດຖະບານ ແມ່ນຊ່ວຍເຫຼືອຜູ້ທີ່ຍັງຕິດຄ້າງໂດຍແຜ່ນດິນໄຫວ ແລະ ນຳເອົາ
ການຊ່ວຍເຫຼືອການແພດໄປໃຫ້ຜູ້ທີ່ໄດ້ຮັບບາດເຈັບ. ທ່ານໄດ້ສະແດງຄວາມເສົາສະຫຼົດ
ໃຈຕໍ່ຜູ້ທີ່ໄດ້ສູນເສຍຄົນຮັກຂອງເຂົາເຈົ້າ ແລະ ໄດ້ກ່າວວ່າ ເມັກຊິໂກ ມີຄວາມເສົ້າສະ
ຫຼົດໃຈຕໍ່ເຂົາເຈົ້າໝົດທຸກຄົນ.

ສື່ມວນຊົນໃນທ້ອງຖິ່ນໄດ້ລາຍງານກ່ຽວ​ກັບຄວາມເສຍຫາຍຢ່າງກວ້າງຂວາງ, ການສູນ
ເສຍໄຟຟ້າໃຊ້ ແລະໄຟໃນທົ່ວນະຄອນຫຼວງ Mexico City ເຊິ່ງເປັນເຂດເທດສະບານ
ທີ່ມີຜູ້ຄົນອາໄສຢູ່ຫຼາຍທີ່ສຸດແຫ່ງໜຶ່ງໃນໂລກ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ສົ່ງຂໍ້ຄວາມໃຫ້ກຳລັງໃຈໄປ​ຍັງ ເມັກຊິໂກ ຈາກນະຄອນ
ນິວຢອກ, ບ່ອນທີ່ທ່ານກຳລັງເຂົ້າຮ່ວມກອງປະຊຸມສະມັດຊາກໃຫຍ່ອົງການສະຫະປະ
ຊາຊາດ.

ທ່ານ ທຣຳ ໄດ້ຂຽນຂໍ້ຄວາມລົງໃນ Twitter ວ່າ “ຂໍໃຫ້ພະເຈົ້າຄຸມຄອງປະຊາຊົນຂອງ
ນະຄອນຫຼວງ Mexico City. ພວກເຮົາແມ່ນຢູ່ຄຽງຂ້າງພວກເຈົ້າ ແລະ ຈະຊ່ວຍເຫຼືອ
ເບິ່ງແຍງພວກເຈົ້າ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Mexico Earthquake
please wait
Embed

No media source currently available

0:00 0:01:08 0:00

XS
SM
MD
LG