ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ແຜ່ນດິນໄຫວທີ່ແມັກຊິໂກ ເຮັດໃຫ້ ຢ່າງໜ້ອຍ 2 ຄົນ ເສຍຊີວິດ


ຜູ້ຄົນໄດ້ພາກັນແລ່ນອອກໄປຢູ່ຕາມຖະໜົນສາຍຕ່າງໆ ຂອງນະຄອນຫລວງ Mexico City ໃນວັນທີ 10 ທັນວາ, 2011 ລຸນຫລັງມີເຫດການແຜ່ນດິນໄຫວທີ່ມີຄວາມແຮງ 6.7 ຣິກເກີ
ຜູ້ຄົນໄດ້ພາກັນແລ່ນອອກໄປຢູ່ຕາມຖະໜົນສາຍຕ່າງໆ ຂອງນະຄອນຫລວງ Mexico City ໃນວັນທີ 10 ທັນວາ, 2011 ລຸນຫລັງມີເຫດການແຜ່ນດິນໄຫວທີ່ມີຄວາມແຮງ 6.7 ຣິກເກີ

ພວກ​ເຈົ້າໜ້າທີ່​ແມັກ​ຊິໂກ​ເວົ້າວ່າ ​ແຜ່ນດິນໄຫວ​ທີ່​ມີ​ຄວາມ​ແຮງ 6.5 ຣິກ​ເກີ ​ໄດ້​ເຮັດ​ໃຫ້​ຄົນ​
ເສຍ​ຊີວິດ​ຢ່າງໜ້ອຍ 2 ຄົນ ພາຍຫລັງ ທີ່​ໄດ້​ຖະຫລົ່ມ​ແຄວ້ນ Guerrero ຢູ່​ພາກ​ຕາ​ເວັນ
ຕົກຂອງ​ປະ​ເທດ ​ໃນ​ຄືນ​ວັນ​ເສົາ​ວານ​ນີ້.

ພວກ​ເຈົ້າໜ້າທີ່​ຍັງ​ເວົ້າອີກ​ວ່າ ​ເຮືອນຫລັງ​ນຶ່ງ​ໄດ້​ພັງລົງ ​ແລະ​ໄດ້​ເອົາ​ຊີວິດ​ຂອງ​ຜູ້ເຄາະຮ້າຍ
ຜູ້​ນຶ່ງ​ໄປຢູ່​ເມືອງ Iguala, ທີ່​ຕັ້ງຢູ່​ລະຫວ່າງ​ກາງຂອງ​ເມືອງ Acapulco ​ແລະ​ນະຄອນ
ຫລວງ Mexico city. ​ແລະ​ອີກ​ຜູ້​ນຶ່ງ ​ໄດ້​ເສຍ​ຊີວິດ​ໄປ​ຢູ່​ທາງ​ດ່ວນ​ທີ່​ຕິດຕໍ່ລະຫວ່າງ​
ສອງ​ເມືອງນັ້ນ.

ຄວາມຮູ້ສຶກຈາກ​ການສັ່ນ​ສະ​ເທືອ​ນຂອງ​ແຜ່ນດິນ​ໄຫວ ​ແມ່ນ​ໄດ້​ມີໄປ​ເຖິງນະຄອນຫລວງ
Mexico city. ​ແຕ່​ກໍ​ຍັງ​ບໍ່ທັນ​ໄດ້​ມີ​ການ​ລາຍ​ງານ ​ໃນ​ທັນທີ​ທັນ​ໃດ​ກ່ຽວກັບ​ຈໍານວນ​
ຄົນ​ເສຍຊີວິດ ​ຫລືບາດ​ເຈັບ. ​ແຕ່​ພວກເຫັນ​ເຫດການ​ໄດ້​ລາຍ​ງານ​ວ່າ​ໄຟຟ້າໄດ້ດັບ ​ແລະ
ຜູ້​ຄົນ​ໄດ້​ພາກັນແລ່ນ​ອອກໄປຢູ່ຕາມຖະໜົນສາຍ​ຕ່າງໆ ​ຂອງ​ນະຄອນຫລວງ​ແຫ່ງ​ນັ້ນ.

ອົງການການ​ສໍາຫລວດ​ທໍລະນີ​ວິທະຍາ​ຂອງ​ສະຫະລັດ​ໄດ້​ເວົ້າວ່າ ແຜ່ນ​ດິນໄຫວຄັ້ງນີ້ແມ່ນ
ມີຈຸດສູນກາງ 166 ກິໂລແມັດ ຫ່າງຈາກນະຄອນຫຼວງຂອງແມັກຊິໂກ ໄປທາງໃຕ້ຫາ​ຕາ
ເວັນອອກສຽງ​ໃຕ້​ ​ແລະຢູ່​ເລິກຈາກໜ້າດິນ 65 ກິໂລ​ແມັດ.

ພວກ​ເຈົ້າໜ້າທີ່ ຍັງ​ກໍ​າລັງປະ​ເມີນ​ຜົນ​ເສຍ​ຫາຍທີ່​ອາດມີ ຢູ່​ທົ່ວ​ບ່ອນ​ທີ່ໄດ້ຮັບຜົນ​ກະທົບ
ຈາກເຫດ​ແຜ່ນດິນ​ໄຫວ​ນີ້.

ໃນ​ປີ 1985 ນັ້ນ ແຜ່ນດິນ​ໄຫວທີ່​ມີ​ຄວາມ​ແຮງ 8.1 ຣິກ​ເກີ ​ໄດ້​ເຮັດໃຫ້ມີຜູ້ເສຍຊີວິດຂອງ
ຢ່າງໜ້ອຍ 10 ພັນ​ຄົນໃນ​ນະຄອນຫລວງ Mexico city.

XS
SM
MD
LG