ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພົບອຸໂມງຂົນສົ່ງຢາເສບຕິດ ລະຫວ່າງສະຫະລັດກັບເມັກຊິໂກ


ເຈົ້າໜ້າທີ່ສະຫະລັດກໍາລັງຢູ່ໃນອຸໂມງ່ທີ່ໃຊ້ເປັນບ່ອນຂົນສົ່ງຢາເສບຕິດ
ຂ້າມຊາຍແດນສະຫະລັດກັບເມັກຊິໂກ ວັນທີ 26 ພະຈິກ 2010.
ເຈົ້າໜ້າທີ່ສະຫະລັດກໍາລັງຢູ່ໃນອຸໂມງ່ທີ່ໃຊ້ເປັນບ່ອນຂົນສົ່ງຢາເສບຕິດ ຂ້າມຊາຍແດນສະຫະລັດກັບເມັກຊິໂກ ວັນທີ 26 ພະຈິກ 2010.


ພວກ​ເຈົ້າໜ້າທີ່​ສະຫະລັດ ກ່າວ​ວ່າທາງອຸ​ໂ​ມງລໍາລຽງຢາ​
ເສບ​ຕິດ​ຂ້າມ​ຊາຍ​ແດນ ທີ່​ທັນສະ​ໄໝ​ແຫ່ງນຶ່ງ ​ໄດ້​ຖືກ​ຄົ້ນ
ພົບຢູ່​ເລາະ​ຕາມຊາຍແດນ​ສະຫະລັດກັບ ​Mexico ແລະ
ຍຶດກັນຊາໄດ້ ຫລາຍ​ກວ່າ 20 ​ໂຕນ​ຊຶ່ງ​ເປັນ​ການ​ຍຶດຢາ​
ເສບ​ຕິດໄດ້​ລາຍ​ໃຫຍ່​ທີ່​ສຸດ​ຄັ້ງ​ທີ​ສອງໃນ​ເດືອນ​ນີ້. ​

ເຈົ້າໜ້າທີ່​ຕຳຫລວດ​ກວດ​ຄົນ​ເຂົ້າ​ເມືອງ​ແລະພາສີ ​ເວົ້າວ່າ
ທາງ​ອຸ​ໂ​ມງ​ທີ່​ຍາວເກືອບ 1 ຫລັກກິ​ໂລແມັດດັ່ງກ່າວ ໄດ້​
ຖືກ​ພົບພໍ້​ໃນ​ວັນ​ພະຫັດຫາຜ່ານ​ມານີ້ ​ໂດຍ​ມີ​ຄວາມເລິກ
27 ​ແມັດ ແລະ​ເປັນ​ອຸໂມງ​ທີ່​ມີທາງ​ລົດ​ໄຟ​ທີ່​ທັນ​ສະ​ໄໝ, ລະບົບ​ໄຟ​ຟ້າ ​ແລະລະບົບລະ​
ບາຍ​ອາກາດຕ່າງໆ ​ແລະມີ​ທາງ​ເຂົ້າຢູ່ 2 ບ່ອນ ຢູ່​ໃນ​ຊາຍ​ແດນ​ຝ່າຍ​ສະຫະລັດ ທີ່ຢູ່​
ຫ່າງ​ຈາກຍ່ານ​ອຸດສາຫະກໍາ Otay Mesa ປະ ມານ 244 ແມັດ ຢູ່​ພາກ​ໃຕ້ຂອງເມືອງ ​San Diego.

ພວກ​ເຈົ້າໜ້າທີ່​ເວົ້າວ່າ ພວກ​ເຂົາ​ເຈົ້າ​ໄດ້​ພົບທາງ​ເຂົ້າອຸ​ໂ​ມງ​ດັ່ງ​ກ່າວ ຫລັງ​ຈາກພວກ​ນັກ​ສືບ
ສວນມີ​ຄວາມ​ສົງໄສ ລົດ​ພ່ວງບັນທຸກ​ສິນຄ້າ ຫລື trailer ຄັນ​ນຶ່ງ​ທີ່​ຈອດ​ຢູ່​ໃກ້ໆ​ກັບສາງ
ເກັບ​ເຄື່ອງແຫ່ງ​ນຶ່ງ​ໃນເຂດອຸດ​ສະຫະ​ກຳ​ແຫ່ງ​ນີ້. ພວກ​ເຈົ້າໜ້າທີ່​ໄດ້​ຕິດຕາມລົດ​ພ່ວງຄັນ
ນັ້ນ ​ໃນ​ຂະນະ​ທີ່​ມັນ​ແລ່ນອອກ​ຈາກ​ບ່ອນ​ນັ້ນ ໄປແລະໃນ​ເວລາ​ຕໍ່ມາກໍ່​ໄດ້ຢຸດ​ລົດ​ຄັນນັ້ນ
ພ້ອ​ມກັບ​ຍຶດ​ກັນ​ຊາ​ໄດ້ຫລາຍ​ກວ່າ 12 ​ໂຕນ ຢູ່ໃນ​ລົດຄັນ​ນັ້ນ. ຄົນ​ຂັບ​ລົດພ້ອມ​ກັບຄົນ
ອື່ນ​ອີກ 2 ຄົນທີ່​ມາ​ນຳ​ລົດ​ນັ້ນຖືກ​ຈັບ​ຢູ່​ໃນ​ສະຫະລັດ ​ໃນ​ຂະນະ​ທີ່ຄົນ​ອື່ນ​ອີກ 5 ຄົນ​ຖືກ
ຈັບ​ກຸມຢູ່​ Mexico. ແລະໃນວັນ​ທີ 4 ພະຈິກ​ຜ່ານ​ມານີ້ ພວກ​ເຈົ້າໜ້າທີ່ກໍ​ຍຶດ​ກັນຊາ​ໄດ້
ປະມານ 30 ​ໂຕນ ​ໃນ​ຂະນະດຽວກັນ ກໍ​ໄດ້​ພົບພໍ້​ອຸ​ໂ​ມງ​ອີກແຫ່ງ​ນຶ່ງ ທີ່​ໄປສຸດ​ຢູ່​ເຂດ​ອຸດ
ສະຫະ​ກຳແຫ່ງ​ດຽວກັນຢູ່ເມືອງ​San Diego​.

XS
SM
MD
LG