ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົບ 32 ສົບ ໃນການ ສັງຫານໝູ່ ຄັ້ງໃໝ່ ຢູ່ເມັກຊິໂກ


ທະຫານເມັກຊິໂກຢືນຍາມສົບຜູ້ຊາຍ 4 ຄົນທີ່ເມືອງ Yurecuaro ແຂວງ Michoacan ທີ່ຖືກຂ້າຕາຍເມື່ອວັນທີ 2 ຕຸລາຜ່ານມານີ້.
ທະຫານເມັກຊິໂກຢືນຍາມສົບຜູ້ຊາຍ 4 ຄົນທີ່ເມືອງ Yurecuaro ແຂວງ Michoacan ທີ່ຖືກຂ້າຕາຍເມື່ອວັນທີ 2 ຕຸລາຜ່ານມານີ້.

ກອງທັບເຮືອຂອງເມັກຊິໂກກ່າວວ່າໄດ້ມີການຄົ້ນພົບສົບຄົນຕາຍ 32 ສົບທີ່ລັດ Veracrutz ທາງພາກຕາເວັນອອກຂອງປະເທດບ່ອນທີ່ສົບຄົນຕາຍຫຼາຍສິບສົບໄດ້ຖືກນຳໄປຖິ້ມລົງຕາມ
ທາງໃນຕອນກາງເວັນແສກໆໃນເດືອນແລ້ວນີ້.

ສົບເຫຼົ່ານີ້ ໄດ້ຖືກພົບເຫັນໃນວັນພະຫັດວານນີ້ ຢູ່ໃນເຮືອນ 3 ຫຼັງ ທີ່ຕັ້ງຢູ່ໃນບໍລິເວນອ່າວ
ແຄມຝັ່ງທະເລຊຶ່ງໃນໄລຍະລ່າສຸດນີ້ໄດ້ກາຍເປັນຈຸດສຳຄັນຂອງສົງຄາມຄ້າຢາເສບຕິດທີ່ໂຫດ
ຮ້າຍຮຸນແຮງ.

ພວກເຈົ້າໜ້າທີ່ສົງໄສວ່າ ກຸ່ມຄ້າຢາເສບຕິດ Zetas ທີ່ມັກໃຊ້ຄວາມຮຸນແຮງ ເປັນຜູ້ຮັບຜິດ
ຊອບກ່ຽວກັບຊາກສົບຂອງ 35 ຄົນ ທີ່ພົບເຫັນໃນເດືອນແລ້ວ ຊຶ່ງໄດ້ຖືກນຳໄປຖິ້ມໄວ້ໃນ ທາງຫຼາຍທີ່ສຳຄັນສາຍນຶ່ງຂອງເມືອງ Veracrutz.

ປະທານາທິບໍດີ Filipe Calderon ໄດ້ສົ່ງຕຳຫຼວດຂອງລັດຖະບານກາງແລະກຳລັງຮັກສາ
ຄວາມສະຫງົບໄປຍັງເມືອງ Veracrutz ແລ້ວ.

ມີຫຼາຍກວ່າ 40,000 ຄົນໄດ້ຖືກຂ້າຕາຍຢູ່ທີ່ເມັກຊິໂກ ນັບແຕ່ປະທານາທິບໍດີ Calderon ເລີ່ມໃຊ້ກຳລັງທະຫານເຂົ້າປາບປາມການຄ້າຢາເສບຕິດທີ່ຜິດກົດໝາຍໃນປີ 2006.

XS
SM
MD
LG