ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເມັກ​ຊິ​ໂກ ຢາກ​ໃຫ້ ສ​ຫລ ສືບ​ສວນ ການ​ໃຊ້​ກຳ​ລັງ ​ຕໍ່​​ຄົນ​ເຂົ້າ​ເມືອງ ຢູ່ ເຂດຊາຍ​ແດນ


ພວກ​ຄົນ​ເຂົ້າ​ເມືອງ​ພາ​ກັນ​ແລ່ນ ຂະ​ນະ​ທີ່​ ເຈົ້າ​ໜ້າ​ທີ່​ຊາຍ​ແດນ ສ​ຫລ ​ຍິງ​ລະ​ເບີດ​ນ້ຳ​ຕາ​ເຂົ້າ​ໃສ່ ໃນ​ບໍ​ລິ​ເວນ​ຊາຍ​ແດນ ເມື່ອ​ເຊົ້າ​ວັນ​ທີ 1 ມັງ​ກອນ 2019.
ພວກ​ຄົນ​ເຂົ້າ​ເມືອງ​ພາ​ກັນ​ແລ່ນ ຂະ​ນະ​ທີ່​ ເຈົ້າ​ໜ້າ​ທີ່​ຊາຍ​ແດນ ສ​ຫລ ​ຍິງ​ລະ​ເບີດ​ນ້ຳ​ຕາ​ເຂົ້າ​ໃສ່ ໃນ​ບໍ​ລິ​ເວນ​ຊາຍ​ແດນ ເມື່ອ​ເຊົ້າ​ວັນ​ທີ 1 ມັງ​ກອນ 2019.

ເມັກ​ຊິ​ໂກ​ໄດ້​ຮ້ອງ​ຂໍ​ຢ່າງ​ເປັນ​ທາງ​ການ​ໃຫ້​ສະ​ຫະ​ລັດ ດຳ​ເນີນ “ການ​ສືບ​ສວນ​ຢ່າງ​ລະ​ອຽດ​ຖີ່​ຖ້ວນ” ເບິ່ງ​ເຫດ​ການ​ໃນ​ວັນ​ທີ 1 ມັງ​ກອນ ທີ່​ເຈົ້າ​ໜ້າ​ທີ່​ສະ​ຫະລັດ​ໄດ້​ຍິງ​ລະ​ເບີດ​ນ້ຳ​ຕາ​ ເຂົ້າ​ໄປ​ໃນ​ເມັກ​ຊິ​ໂກ ເພື່ອສະ​ກັດ​ກັ້ນ​ພວກ​ຄົນ​ເຂົ້າ​ເມືອງ ທີ່​ພະ​ຍາ​ຍາມ​ປີນ​ຮົ້ວ​ຊາຍ​ແດນ.

ໃນ​ຖະ​ແຫຼງ​ການ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ພະ​ຫັດ​ວານນີ້ ກະ​ຊວງ​ການ​ຕ່າງ​ປະເທດ​ເມັກ​ຊິ​ໂກ​ກ່າວ​ວ່າ ຕົນ​ຮູ້​ສຶກ​ເສຍ​ໃຈ ກ່ຽວ​ກັບ​ຄວາມ​ຮຸນ​ແຮງ​ໃດໆ​ກໍ​ຕາມ​ທີ່ເກີດ​ຂຶ້ນ​ຢູ່​ຕາມ​ເຂດ​ຊາຍ​ແດນ​ຂອງ​ຕົນ ແລະ​ກ່າວ​ຢ້ຳ​ເຖິງ​ການ​ຮຽກ​ຮ້ອງ​ໃຫ້​ທຳການ​ສືບ​ສວນ ໃນ​ເຫດ​ການ​ທີ່​ຄ້າຍ​ຄື​ກັນ​ນີ້​ເມື່ອ​ວັນ​ທີ 25 ພະ​ຈິກ​ຜ່ານ​ມາ.

ໃນ​ຕອນ​ເຊົ້າ​ຂອງວັນ​ຂຶ້ນ​ປີ​ໃໝ່​ສາ​ກົນ​ນັ້ນ ເຈົ້າ​ໜ້າ​ທີ່​ຊາຍ​ແດນ​ຂອງ​ສະ​ຫະ​ລັດ​ໄດ້​ຍິງ​ລະ​ເບີດ​ນ້ຳ​ຕາ ແລະ​ສີດ​ສະ​ເປ​ໝາກ​ເຜັດ ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ໃນ​ເມັກ​ຊິ​ໂກ​ໄປ ເພື່ອຢັບ​ຢັ້ງ​ພວກ​ຄົນ​ເຂົ້າ​ເມືອງ​ປະ​ມານ 150 ຄົນ ທີ່​ພະ​ຍາ​ຍາມ​ປີນ​ຮົ້ວ​ຊາຍ​ແດນ​ ເຂົ້າມາ​ໃນ​ສະ​ຫະ​ລັດ ໃກ້ໆ​ນະ​ຄອນ​ແຊນ​ດີ​ເອ​ໂກ.

ໃນ​ເວ​ລານັ້ນ ພວກ​ເຈົ້າ​ໜ້າ​ທີ່​ພາ​ສີ​ແລະ​ປ້ອງ​ກັນ​ຊາຍ​ແດນ​ສະ​ຫະ​ລັດ ກ່າວ​ວ່າ ພວກ​ຄົນ​ເຂົ້າ​ເມືອງ​ພະ​ຍາ​ຍາມ​ທີ່​ຈະ​ປີນ ຫຼື​ລອດ​ຮົ້ວ​ເຂົ້າ​ມາ ແຕ່​ທາງ​ຫ້ອງ​ການຂອງ​ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ມີ​ການ​ໃຊ້​ລະ​ເບີດ​ນ້ຳ​ຕາ​ ຕໍ່​ພວກ​ຄົນ​ເຂົ້າ​ເມືອງ ທີ່ແກວ່ງ​ກ້ອນ​ຫີນ ທີ່​ແຕກ​ຕ່າງ​ໄປ​ຈາກ​ພວກ​ທີ່​ພະ​ຍາ​ຍາມ​ຂ້າມ​ເຂົ້າ​ມາ​ໃນ​ສະ​ຫະລັດ.

ຖະ​ແຫຼງ​ການ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ອັງ​ຄານ​ຜ່ານ​ມາ​ກ່າວ​ວ່າ “ບໍ່​ມີ​ເຈົ້າ​ໜ້າ​ທີ່​ຄົນ​ໃດ ພົບ​ວ່າ ມີ​ພວກ​ຄົນ​ເຂົ້າ​ເມືອງ​ຢູ່​ທີ່​ຮົ້ວ​ຊາຍ​ແດນຮວມ​ທັງ​ພວກ​ເດັກ​ນ້ອຍ ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສານ​ເຄ​ມີ ທີ່​ແນ​ໃສ່​ພວກ​ແກວ່ງ​ກ້ອນ​ຫີນ ຊຶ່ງ​ຢູ່​ຫ່າງ​ອອກໄປ.”

ພວກ​ຄົນ​ເຂົ້າ​ເມືອງ​ທີ່​ພະ​ຍາ​ຍາມ​ຈະ​ປີນ​ຮົ້ວ​ຊາຍ​ແດນ ແມ່ນ​ເປັນ​ສ່ວນ​ນຶ່ງ​ຂອງ​ພວກ​ຄາ​ຣາ​ວານ ທີ່​ນຳ​ເອົາ​ຊາວ​ອາ​ເມ​ຣິ​ກາ​ກາງ​ຫຼາຍກວ່າ 7,000 ຄົນ ມາ​ຍັງເມືອງ​ທີ​ຮ​ວານ​ນາ ໃນ​ເຂດ​ຊາຍ​ແດນ​ເມັກ​ຊິ​ໂກ ຕິດ​ກັບ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 26 ເມສາ 2024

XS
SM
MD
LG