ເບິ່ງວີດີໂອພາສາລາວ:
ທີ່ກອງປະຊຸມສຸດຍອດຂອງກຸ່ມ ຈີ 20 ຢູ່ເມືອງຕາກອາກາດ Los Cabos ປະເທດເມັກຊິໂກ
ເມື່ອບໍ່ດົນມານີ້ ທ່ານນາງ Gloria Guevara ເລຂາກົມທ່ອງທ່ຽວຂອງເມັກຊິໂກ ໄດ້ຊົມເຊີຍ
ບັນດາຜູ້ນໍາໂລກ ທີ່ໃຫ້ການຮັບຮູ້ບົດບາດຂອງການທ່ອງທ່ຽວ ໃນການຊຸກຍູ້ສົ່ງເສີມການ
ພັດທະນາເສດຖະ ກິດ ຊຶ່ງທ່ານນາງກ່າວວ່າ:
“ນຶ່ງໃນ 12 ວຽກໃດຢູ່ໃນໂລກ ແມ່ນກ່ຽວພັນກັບການເດີນທາງແລະ ການທ່ອງທ່ຽວ.”
ແຕ່ພາບພົດຂອງເມັກຊິໂກ ໃນຖານະເປັນແຫລ່ງທ່ອງທ່ຽວທີ່ໜ້າໄປທ່ຽວນັ້ນ ໄດ້ຮັບຄວາມ
ເສຍຫາຍຍ້ອນຄື້ນຟອງຂອງອາຊະຍາກໍາ ທີ່ໄດ້ກະຕຸ້ນໃຫ້ສອງປະເທດຕົ້ນທາງຂອງນັກ
ທ່ອງທ່ຽວທີ່ໄປທ່ຽວເມັກຊິໂກຫລາຍທີ່ສຸດ ກໍຄືສະຫະລັດແລະການາດາ ອອກຄໍາເຕືອນ
ໃຫ້ພົນລະເມືອງຂອງຕົນ ຫລີກລ່ຽງຈາກການເດີນທາງ ໄປຍັງເມັກຊິໂກ.
ແຕ່ເຖິງແມ່ນກໍາລັງປະສົບກັບຄວາມຫຍຸ້ງຍາກດັ່ງກ່າວກໍຕາມ ເມັກຊິໂກກໍໄດ້ສ້າງສະຖິຕິ
ດ້ານການທ່ອງທ່ຽວເມື່ອປີຜ່ານມາ ໂດຍມີນັກທ່ອງທ່ຽວຈາກນາໆຊາດ ຈໍານວນຫຼາຍ
ກວ່າ 22 ລ້ານຄົນ ເຂົ້າໄປທ່ອງທ່ຽວໃນເມັກຊິໂກ ຊຶ່ງຫຼາຍເປັນປະວັດການ.
ເມັກຊິໂກເປັນປະເທດທີ່ກວ້າງໃຫຍ່ໄພສານ ແລະເຖິງແມ່ນບາງເຂດຈະເປັນຄືດັ່ງແດນສົງ
ຄາມ ແຕ່ເຂດທີ່ເປັນຈຸດທ່ອງທ່ຽວກໍມັກຈະປອດໄພ ຫຼືປອດໄພກວ່າໃນພວກຕົວເມືອງ ທີ່
ນັກທ່ອງທ່ຽວຫລາຍໆຄົນອາໄສຢູ່ ໃນປະເທດຂອງເຂົາເຈົ້າດ້ວຍຊໍ້າ.
ນັກທຸລະກິດທີ່ອອກກິນເບ້ຍບໍານານແລ້ວ Bob Gebo ແລະພັນລະຍາ Christine ຈາ
ລັດແຄລິຟໍເນຍ ເດີນທາງມາຍັງເມືອງຕາກອາກາດ Cabo San Lucas ເມື່ອ 11 ປີກ່ອນ
ນໍາເຮືອຫາປາ ແລະໄດ້ຕັດສິນໃຈຖືເອົາບ່ອນນີ້ເປັນບ້ານໄປເລີຍ. ລາວກ່າວວ່າ:
“ຂ້ອຍຄິດວ່າ ບ່ອນນີ້ເປັນບ່ອນທີ່ປອດໄພທີ່ສຸດ ເທົ່າທີ່ເຄີຍຢູ່ມາ.”
ຄອບຄົວກີໂບ ກໍເປັນນຶ່ງໃນບັນດາຜູ້ອອກກິນເບ້ຍບໍານານຊາວອາເມຣິກັນ ຫຼາຍພັນຄົນ
ທີ່ໄດ້ມາອາໄສໃຊ້ຊີວິດບັ້ນປາຍ ຢູ່ໃນເມັກຊິໂກ.
ບອບ ກີໂບ ກ່າວອີກວ່າ ລາວແລະພັນລະຍາ ມ່ວນຊື່ນນໍາການພົວພັນແລະໃຊ້ຊີວິດຢູ່ຮ່ວມ
ກັບຊາວເມັກຊິໂກ.
“ຖ້າເຈົ້າມາອາໄສຢູ່ທີ່ນີ້ ຄືຂ້ອຍແລ້ວ ເຈົ້າກໍຈະບໍ່ຢາກໃຫ້ມັນເປັນແບບ ພາກໃຕ້ລັດແຄລິ
ຟໍເນຍ ບໍ່ຢາກໃຫ້ເປັນຄືເມືອງແຊນດິເອໂກ. ນີ້ເປັນບ່ອນ ທີ່ສະຫງົບງຽບດີ ແລະຄົນກໍບໍ່
ຫຼາຍເກີນໄປ ແລະຊາວອາເມຣິກັນທີ່ມາອາໄສຢູ່ທີ່ນີ້ ກໍແມ່ນພວກຄົນປະເພດທີ່ມັກຜະຈົນ
ໄພ ບໍ່ຊັ້ນພວກເຂົາເຈົ້າກໍຈະບໍ່ລົງມາຮອດພີ້ດອກ.”
ເຫດຜົນສ່ວນນຶ່ງທີ່ເຮັດໃຫ້ເມືອງຕາກອາກາດຄາໂບສ ມີຄວາມສະຫງົບງຽບປອດໄພດີນັ້ນ
ກໍຄື ກໍາລັງຕໍາຫຼວດທ້ອງຖິ່ນ ທີ່ໃຫ້ຄວາມຄຸ້ນກັນ ທີ່ທັງຊາວເມືອງແລະບັນດານັກທ່ອງທ່ຽວ
ສາມາດກາງຕໍ່ໄດ້.
Alejandro Hope ນັກວິເຄາະດ້ານຄວາມປອດໄພ ກ່າວວ່າ ນັ້ນຄືປັດໃຈຫຼັກ ໃນການຄວບ
ຄຸມອາຊະຍາກໍາ. ລາວກ່າວຕື່ມວ່າ:
“ເຖິງແມ່ນຈະມີຄວາມຂາດຕົກບົກພ່ອງຫຼາຍໆຢ່າງກໍຕາມ ແຕ່ໜ່ວຍຕໍາຫຼວດນະຄອນບານ
ກໍໄດ້ຫຼິ້ນບົດບາດທີ່ຈະທົດແທນໄດ້ຍາກຫລາຍ ຈາກທາງໄກ.”
ຕໍາຫຼວດແລະທະຫານລັດຖະບານກາງ
ເມັກຊິໂກ ທໍາການລາດຕະເວນຢູ່ ໃນ
ຫຼບາງເຂດ ບ່ອນທີ່ກໍາລັງຕໍາຫຼວດລັດ
ແລະເມືອງ ພາກັນສໍ້ລາດບັງຫຼວງກັນ
ຢ່າງຄຶກໂຄມ ຫລືປາບພວກແກ໊ງຢາ
ເສບຕິດບໍ່ໄດ້ ແຕ່ທ່ານ Hope ກ່າວວ່າ
ຄວາມຮຸນແຮງທີ່ໜັກໜ່ວງທີ່ສຸດເກີດ
ຂຶ້ນໄດ້ ເວລາໃດຫາກຂາດການເອົາໃຈ
ໃສ່ຕິດຕາມເບິ່ງຂອງອໍານາດທ້ອງຖິ່ນ.
ທ່ານກ່າວຕໍ່ໄປວ່າ:
“ມັນບໍ່ແມ່ນການປະຕິບັດການ ຂອງຄົນວາງແຜນກໍ່ອາຊະຍາກໍາ ແຕ່ຂອງພວກອາຊະຍາ
ກອນ ຜູ້ທີ່ສາມາດເຮັດສິ່ງເຫຼົ່ານັ້ນໄດ້ ຍ້ອນໄດ້ຮັບການຍົກ ເວັ້ນໂທດນັ້ນຫຼາຍກວ່າ.”
ທ່ານ Hopes ໃຫ້ຂໍ້ສັງເກດວ່າ ການຈັດຕັ້ງກໍາລັງຕໍາຫຼວດທ້ອງຖິ່ນທີ່ເຂັ້ມແຂງຂຶ້ນ ເມື່ອບໍ່ດົນ
ມານີ້ ທີ່ເມືອງຕິຮົວນາ ໃກ້ຊາຍແດນລັດແຄລິຟໍເນຍ ກັບເມືອງ Ciudad Juarez ໃກ້ຊາຍ
ແດນລັດເທັກຊັສນັ້ນ ໄດ້ລົດຜ່ອນອັດຕາການຄາດຕະກໍາລົງໄປຢ່າງຫຼວງຫຼາຍ ແລະນອກນີ້
ແລ້ວ ຍັງລົດຜ່ອນກໍລະນີການຖືກບັງຄັບຂູ່ເຂັນ ການລັກພາຕົວແລະການປຸ້ນຈີ້ນັ້ນນໍາ ຊຶ່ງ
ທ່ານ Hope ກ່າວວ່າ:
“ໃນເມື່ອຄວາມຮຸນແຮງລົດນ້ອຍລົງໄປນັ້ນ ອາຊະຍາກໍາໃນຮູບແບບອື່ນໆເຫຼົ່ານີ້ ກໍຈະເບົາ
ບາງລົງໄປນໍາ.”
ທ່ານ Hope ກ່າວວ່າ ຈະຕ້ອງໃຊ້ເວລາອີກຫຼາຍປີ ແລະການປະຕິບັດງານຢ່າງໜັກໃນເລື່ອງ
ຕ່າງໆ ເຊ່ນການປະຕິຮູບດ້ານຕຸລາການ ແລະການເຝິກອົບລົມເຈົ້າໜ້າທີ່ຕໍາຫຼວດ ເພື່ອທີ່
ຈະໃຫ້ບັນລຸສັນຕິພາບ ແລະຄວາມເປັນລະບຽບຮຽບຮ້ອຍ ທີ່ພົນລະເມືອງເມັກຊິໂກແລະຜູ້
ມາທ່ອງທ່ຽວປາດຖະໜາຢາກໃຫ້ມີນັ້ນ.
ເບິ່ງວີດີໂອພາສາອັງກິດ: