ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂົວລົດໄຟໃຕ້ດິນ ຢູ່ນະຄອນຫຼວງ ຂອງປະເທດ ເມັກຊິໂກ ພັງລົງສູ່ຖະໜົນ ເຮັດໃຫ້ 23 ຄົນເສຍຊີວິດ


ນັກດັບເພີງນະຄອນຫຼວງ ເມັກຊິໂກ ຊີຕີ້ ແລະ ເຈົ້າໜ້າທີ່ກູ້ໄພ ກອບກູ້ຜູ້ເຄາະຮ້າຍອອກຈາກຊາກຫັກພັງ, ນະຄອນຫຼວງ ເມັກຊິໂກ ຊີຕີ້, ປະເທດ ເມັກຊິໂກ. 3 ພຶດສະພາ, 2021.
ນັກດັບເພີງນະຄອນຫຼວງ ເມັກຊິໂກ ຊີຕີ້ ແລະ ເຈົ້າໜ້າທີ່ກູ້ໄພ ກອບກູ້ຜູ້ເຄາະຮ້າຍອອກຈາກຊາກຫັກພັງ, ນະຄອນຫຼວງ ເມັກຊິໂກ ຊີຕີ້, ປະເທດ ເມັກຊິໂກ. 3 ພຶດສະພາ, 2021.

ບັນດາເຈົ້າໜ້າທີ່ໃນນະຄອນຫຼວງ ເມັກຊິໂກ ຊີຕີ້ ຂອງປະເທດ ເມັກຊິໂກ ໄດ້ກ່າວວ່າຂົວລົດໄຟໃຕ້ດິນໄດ້ພັງລົງໃນຕອນຄໍ່າຂອງວັນຈັນທີ່ຜ່ານມາ, ເຮັດໃຫ້ລົດໄຟຕົກລົງສູ່ຖະໜົນທີ່ແອອັດ, ແລະ ເຮັດໃຫ້ຢ່າງໜ້ອຍ 23​ ຄົນ ເສຍຊີວິດພ້ອມກັບຫຼາຍສິບຄົນບາດເຈັບ.

ເຈົ້າຄອງນະຄອນຫຼວງ ເມັກຊິໂກ ຊີຕີ້ ທ່ານນາງ ຄລາໂອເດຍ ໄຊນ໌ໂບມ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ຄານເຫຼັກຢູ່ຂົວປາກົດວ່າໄດ້ຫັກ, ເຮັດໃຫ້ຂົວຕົກລົງມາ.

ທ່ານນາງໄດ້ກ່າວວ່າຢ່າງໜ້ອຍ 65 ຄົນໄດ້ຮັບບາດເຈັບ, ແລະ ຜູ້ໂດຍສານໃນເວລານັ້ນ, ເຊື່ອວ່າຍັງຄົງຢູ່ໃນລົດໄຟ. ລົດເຄຣນໄດ້ຖືກນຳມາໃຊ້ເພື່ອຍົກຕູ້ລົດໄຟ ສະນັ້ນບັນດານັກກູ້ໄພຈຶ່ງສາມາດສືບຕໍ່ຊອກຫາຜູ້ລອດຊີວິດ.

ເຈົ້າຄອງນະຄອນຄົນດັ່ງກ່າວຕໍ່ມາໄດ້ກ່າວວ່າ ຄົນນຶ່ງໄດ້ຖືກຊ່ວຍອອກມາຈາກລົດໄຟນັ້ນ ແລະ ເຊື່ອວ່າບໍ່ມີຄົນອື່ນອີກທີ່ຍັງຢູ່ໃນຊາກຫັກພັງ.

ລັດຖະມົນຕີກະຊວງພາຍໃນຂອງນະຄອນຫຼວງ ເມັກຊິໂກ ຊີຕີ້ ທ່ານ ຊວາເຣສ ແດລ ຣີລ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ເຫດການທີ່ວ່ານັ້ນໄດ້ເກີດຂຶ້ນຕອນຄໍ່າ 10 ໂມງ 25. ທ່ານໄດ້ກ່າວວ່າ ລົດໄຟໃຕ້ດິນດັ່ງກ່າວໄດ້ເດີນທາງໃນລະບົບລົດໄຟລອຍຟ້າດ່ວນສາຍທີ່ໃໝ່ທີ່ສຸດ, ສາຍທີ 12, ແລະ ຢູ່ກາງແຈ້ງສ່ວນນຶ່ງຂອງຕົວເມືອງ ເຊິ່ງຮູ້ຈັກກັນດັ່ງກັບ ສາຍຄຳ, ເວລາທີ່ຄວາຫາຍະນະໄດ້ເກີດຂຶ້ນ.

ຈາກບັນຊີ ທວິດເຕີ ຂອງທ່ານນາງນັ້ນ, ເຈົ້າຄອງ ໄຊນ໌ໂບມ ໄດ້ກ່າວວ່າການທົບທວນໂຄງຮ່າງຂອງທັງໝົດສາຍ 12 ແລະ “ລາຍງານຂອງຜູ້ຊ່ຽວຊານ ແລະ ການສືບສວນສອບສວນຢ່າງຖີ່ຖ້ວນ” ກ່ຽວກັບ ສາເຫດຂອງອຸບັດຕິເຫດດັ່ງກ່າວແມ່ນໄດ້ເລີ່ມຂຶ້ນແລ້ວ.

ສາຍທີ 12 ໄດ້ເລີ່ມການກໍ່ສ້າງໃນເດືອນຕຸລາ 2012 ໂດຍອະດີດເຈົ້າຄອງນະຄອນຫຼວງ ທ່ານ ມາເຊໂລ ເອບຣາດ, ຜູ້ທີ່ເປັນລັດຖະມົນຕີການຕ່າງປະເທດໃນເວລານີ້. ຈາກບັນຊີທວິດເຕີຂອງທ່ານໃນວັນອັງຄານວານນີ້, ທ່ານ ເອບຣາດ ໄດ້ເອີ້ນອຸບັດຕິເຫດນັ້ນວ່າ “ໂສກນາດຕະກຳທີ່ໂຫດຮ້າຍ” ແລະ ໄດ້ສັນຍາວ່າທ່ານຈະໃຫ້ການຮ່ວມມືໃນການສືບສວນສອບສວນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG