ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເມັກຊິໂກ ເສີມກຳລັງ ຢູ່ຊາຍແດນ ຂະນະທີ່ ສຫລ ເຈລະຈາ ກັບ ບັນດາປະເທດ ໃນເຂດສາມຫຼ່ຽມ ສືບຕໍ່ໄປ


ພວກທະຫານປ້ອງກັນຊາດຂອງເມັກຊິໂກ ປະຈຳການຢູ່ຊາຍແດນດ່ານກວດຄົນເຂົ້າເມືອງ ໃນເຂດ ແອລ ມານກີໂຕ ທາງພາກໃຕຂອງເມືອງຕາປາຈູລາ ຂອງເມັກຊິໂກ.
ພວກທະຫານປ້ອງກັນຊາດຂອງເມັກຊິໂກ ປະຈຳການຢູ່ຊາຍແດນດ່ານກວດຄົນເຂົ້າເມືອງ ໃນເຂດ ແອລ ມານກີໂຕ ທາງພາກໃຕຂອງເມືອງຕາປາຈູລາ ຂອງເມັກຊິໂກ.

ໃນຂະນະທີ່ ບັນດາສະມາຊິກສະພາສະຫະລັດ ໄດ້ຕົກລົງທີ່ຈະນະໜອງທຶນຫຼາຍພັນ
ລ້ານໂດລາ ໃຫ້ແກ່ອົງການພິທັກກົດໝາຍຕ່າງໆ ຂອງລັດຖະບານກາງ ຢູ່ຊາຍແດນ
ທາງພາກຕາເວັນອອກສຽງໃຕ້ ໃນສັບປະດານີ້ ເມັກຊິໂກ ກໍໄດ້ເສີມຂະຫຍາຍຄວາມ
ພະຍາຍາມຂອງຕົນ ຢູ່ທີ່ຊາຍແດນ ດ້ວຍການສົ່ງທະຫານປ້ອງກັນຊາດ ຫຼາຍພັນຄົນ
ຊຶ່ງຫາກໍຕັ້ງຂຶ້ນມາໃໝ່ໆ ໄປປະຈຳການຢູ່ທີ່ຊາຍແດນທາງພາກໃຕ້ ແລະພາກເໜືອ
ຂອງປະເທດ.

ອົງການກວດຄົນເຂົ້າເມືອງຂອງປະເທດເມັກຊິໂກ ກໍຍັງໄດ້ປະກາດວ່າ ຕົນຈະວ່າ ຈ້າງເອົາເຈົ້າໜ້າທີ່ໃໝ່ ເປັນຄັ້ງທີ່ 3 ໃນປີນີ້ ແຕ່ວ່າ ເປັນການຕັດສິນໃຈ ທີ່ມີຂະໜາດ
ນ້ອຍກວ່າ ທະຫະຫານ ທີ່ໄດ້ຖືກສົ່ງໄປປະຈຳການ ຊຶ່ງໄດ້ແຈ້ງໄປໃນເບື້ອງຕົ້ນນັ້ນ
ແມ່ນ 66 ຄົນ ແຕ່ທາງການດັ່ງກ່າວ ໄດ້ກ່າວວ່າ ພວກເພິ່ນ ອາດຈະອະນຸມັດທຶນຕື່ມ
ອີກເພື່ອທີ່ຈະວ່າຈ້າງໄດ້ຫຼາຍຂຶ້ນ.

ໃນຂະນະດຽວກັນ ຜູ້ວ່າການຊົ່ວຄາວ ຂອງກະຊວງຮັກສາາຄວາມປອດໄພພາຍໃນ
ຂອງສະຫະລັດ ຫຼືເອີ້ນຫຍໍ້ ວ່າ DHS ທ່ານ ແຄບວິນ ເມັກອາລີນັນ ໄດ້ກ່າວໃນວັນສຸກ
ວານນີ້ວ່າ ທ່ານຈະພົບປະອີກເທື່ອນຶ່ງ ກັບບັນດາເຈົ້າໜ້າທີ່ ຢູ່ເຂດສາມຫຼ່ຽມທາງພາກ
ເໜືອ ໃນອາທິດໜ້ານີ້ ຂະນະທີ່ວໍຊິງຕັນ ກຳລັງພະຍາຍາມບັນບຸໃນຂໍ້ຕົກລົງໃນການ
ຂໍລີ້ໄພ ກັບກົວເຕມາລາ ເພື່ອທີ່ຈະຫັນເອົາພວກທີ່ຢາກຈະຂໍລີ້ໄພ ໄປຈາກເມັກຊິໂກ ແລະສະຫະລັດ.

ເຖິງຢ່າງນັ້ນກໍຕາມ ມັນກໍມີຫຼາກຫຼາຍຂັ້ນຕອນຈຳນວນນຶ່ງ ໂດຍມີຫຼາຍປະເທດທີ່ກ່ຽວ
ຂ້ອງ ດັ່ງທີ່ທ່ານເມັກອາລີນັນ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ທ່ານຄາດໝາຍວ່າ ຈະ
ເຫັນຜົນຂອງຄວາມພະຍາຍາມທັງຫຼາຍ ເພື່ອທີ່ຈະແກ້ໄຂການເຂົ້າມາຍັງຊາຍແດນ
ທີ່ບໍ່ໄດ້ຮັບອະນຸຍາດ ທາງພາກຕາເວັນອອກສຽງໃຕ້ຂອງສະຫະລັດ ໃຫ້ໄດ້ ພາຍໃນ
ເດືອນໜ້າ. ມີຈຳນວນຕົວເລກທີ່ເພີ້ມຂຶ້ນ ໃນເຄິ່ງປີທຳອິດ ຂອງຄອບຄົວທັງຫຼາຍ
ແລະພວກເດັກນ້ອຍ ທີ່ບໍ່ມີຜູ້ປົກຄອງຕິດຕາມມານຳ ທີ່ໄດ້ເຂົ້າມາໃນສະຫະລັດ.

“ໃນໄລຍະຂອງເວລາ ພວກເຮົາຈະຮູ້ໄດ້ ກໍຕໍ່ເມື່ອ ຄວາມພະຍາຍາມເຫຼົ່ານີ້ ໃນ
ເມັກຊິໂກ ແມ່ນເກີດຜົນ...ໂດຍພື້ນຖານແລ້ວ ພາຍໃນທ້າຍເດືອນກໍລະກົດ ຖ້າຫາກ
ຄວາມພະຍາຍາມທັງຫຼາຍ ແມ່ນຍືນຍົງ ແລະເກີດຜົນທີ່ເຫັນໄດ້ຢ່າງຊັດເຈນ” ທ່ານເມັກອາລີນັນ ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ກອງປະຊຸມຖະແຫລງຂ່າວ ທີ່ໄດ້
ຖືກກຳນົດໄວ້ໃນເບື້ອງຕົ້ນໃສ່ ວັນພະຫັດກ່ອນນີ້ ແຕ່ໄດ້ຖືກເລື່ອນອອກໄປ ຫຼັງຈາກ
ທີ່ ບັນດາສະມາຊິສະພາຕ່ຳສະຫະລັດ ໄດ້ຕົກລົງທີ່ຈະຈັດສັນທຶນ ເພື່ອການປະຕິບັດ
ງານຢູ່ຊາຍແດນ ຂອງອົງການ DHS.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG