ເຈົ້າໜ້າທີ່ ໃນເມັກຊິໂກ ກ່າວວ່າ ມີ 7 ຄົນເສຍຊີວິດ ໃນການຍິງຕໍ່ສູ້ກັນ ທີ່ເມືອງ CIUDAD JUAREZ ໃກ້ໆບໍລິເວນຊາຍແດນ ຕິດກັບສະຫະລັດ. ເຈົ້າໜ້າທີ່ສືບສວນ ກ່າວວ່າ ພວກເຄາະຮ້າຍ 5 ຄົນ ທີ່ເສຍຊີວິດ ໃນມື້ວານນີ້ ເປັນຕຳຫລວດ ຂອງລັດຖະບານກາງ ຄົນນຶ່ງ ເປັນຕຳຫລວດທ້ອງຖິ່ນ ແລະຜູ້ທີ 7 ນັ້ນ ເປັນພົນລະເຮືອນ. ເຈົ້າໜ້າທີ່ ເວົ້າວ່າ ການຍິງຕໍ່ສູ້ກັນ ໄດ້ເກີດຂຶ້ນ ໃນລະຫວ່າງ ການດັກສະກັດໂຈມຕີ ລົດຕຳຫລວດ 2 ຄັນ. ໃນຕົ້ນເດືອນນີ້ ໄດ້ມີການສົ່ງ ຕຳຫລວດຂອງ ລັດຖະບານກາງ ເມັກຊິໂກ ໄປຍັງເມືອງ JUAREZ ເພື່ອໄປຮັບໜ້າທີ່ ແທນທະຫານ ຊຶ່ງໄດ້ປະສົບ ກັບຄວາມລົ້ມແຫລວ ໃນການປາບປາມ ການຄ້າຢາເສບຕິດ ຢູ່ໃນເມືອງ ທີ່ມີການ ກໍ່ຄວາມຮຸນແຮງ ຮ້າຍແຮງສຸດ ໃນເມັກຊິໂກ. ເຈົ້າໜ້າທີ່ເວົ້າວ່າ ຕຳຫລວດ ຂອງລັດຖະບານກາງ 5 ພັນຄົນ ຈະເປັນຜູ້ ກຳກັບນຳ ເລື່ອງຄວາມປອດໄພ ທີ່ເມືອງ JUAREZ ຊຶ່ງຕັ້ງກົງກັນຂ້າມ ກັບເມືອງ EL PASO ໃນລັດເທັກຊັສ ຂອງສະຫະລັດນັ້ນ. ເຖິງແມ່ນ ໄດ້ມີທະຫານ ຈຳນວນຫຼາຍພັນຄົນ ພາກັນລາຕະເວນ ຢູ່ໃນເມືອງດັ່ງກ່າວ ໃນລະຍະສອງປີ ຜ່ານມານີ້ກໍຈິງ ແຕ່ການຄາຕກຳ ດ້ວຍຄວາມຮຸນແຮງ ຍັງດຳເນີນ ຢູ່ຕໍ່ມາ ເກືອບໃນທຸກໆມື້ ຊຶ່ງເຮັດໃຫ້ເມືອງ JUAREZ ກາຍເປັນເຂດແນວໜ້າ ໃນການນອງເລືອດ.