ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີເມັກຊິໂກ ສະແດງຄວາມຍິນດີ ທີ່ທ່ານໄບເດັນ ຊະນະການເລືອກຕັ້ງ


ປະທານາທິບໍດີເມັກຊິໂກ ທ່ານອັນເດຣ ມານຸຍແອລ ໂລເປສ ໂອບຣາດໍ ກ່າວສັນລະເສີນ ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ ຢູ່ກອງປະຊຸມນັກຂ່າວ ທີ່ນະຄອນເມັກຊິໂກຊີຕີ້ ປະເທດເມັກຊິໂກ ວັນທີ 15 ທັນວາ 2020.
ປະທານາທິບໍດີເມັກຊິໂກ ທ່ານອັນເດຣ ມານຸຍແອລ ໂລເປສ ໂອບຣາດໍ ກ່າວສັນລະເສີນ ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ ຢູ່ກອງປະຊຸມນັກຂ່າວ ທີ່ນະຄອນເມັກຊິໂກຊີຕີ້ ປະເທດເມັກຊິໂກ ວັນທີ 15 ທັນວາ 2020.

ປະທານາທິບໍດີເມັກຊິໂກ ທ່ານອັນເດຣ ມານຸຍແອລ ໂລເປສ ໂອບຣາດໍ ສັນລະເສີນ
ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ ໃນໄຊຊະນະ ຂອງທ່ານ ຫຼັງຈາກບັນ
ດາຜູ້ແທນລັດ ລົງຄະແນນສຽງໃນວັນຈັນທີ່ຜ່ານມາ ເພື່ອໃຫ້ ທ່ານໄບເດັນ ເປັນຜູ້ຊະນະ
ຢ່າງເປັນທາງການ.

ໃນການຖະແຫຼງ ຢູ່ກອງປະຊຸມນັກຂ່າວປະຈຳວັນທີ່ນະຄອນເມັກຊິໂກ ໃນວັນ ອັງຄານ
ວານນີ້ ທ່ານໂລເປສ ໂອບຣາດໍ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ທ່ານມີ ຄວາມຕັ້ງໃຈລໍຖ້າ
ຈົນຫຼັງຈາກການລົງຄະແນນສຽງ ຈາກຜູ້ແທນລັດ ກ່ອນສົ່ງສານຫາທ່ານໄບເດັນ. ຜູ້ນຳ
ຂອງເມັກຊິໂກອ່ານຈົດໝາຍດັ່ງກ່າວໃນຂະນະທີ່ມີ ການນຳສະແດງໃຫ້ເຫັນຢູ່ທາງຫຼັງ
ຂອງທ່ານໃນອັນທີ່ທ່ານຮຽກຮ້ອງໃຫ້ມີຄວາມ ຄວາມສຳພັນທີ່ດີສອງຝ່າຍ ກັບສະຫະລັດ
ແລະລັດຖະບານທ່ານໄບເດັນ “ອີງ ຕາມການຮ່ວມມື ມິດຕະພາບ ແລະການເຄົາລົບຕໍ່
ອະທິປະໄຕຂອງພວກເຮົາ.”

ທ່ານໂລເປສ ໂອບຣາດໍ ກ່າວວ່າ ທ່ານໄດ້ແນ່ໃຈວ່າ ໂດຍມີທ່ານໄບເດັນເປັນ ປະທານາ
ທິບໍດີ ມັນມີຄວາມເປັນໄປໄດ້ທີ່ຈະສືບຕໍ່ນຳໃຊ້ “ພື້ນຖານຫລັກການ ນະໂຍບາຍຕ່າງ
ປະເທດ ທີ່ໄດ້ສ້າງຕັ້ງ ຢູ່ໃນລັດຖະທຳມະນູນຂອງພວກເຮົາ ໂດຍສະເພາະບໍ່ມີການແຊກ
ແຊງ ແລະການຊີ້ຊະຕາກຳຂອງຕົນເອງໂດຍປະຊາ ຊົນ.”

ການໃຫ້ຄວາມເຫັນດັ່ງກ່າວປາກົດວ່າເປັນການເຕືອນກ່ຽວກັບການພົວພັນຂອງສະຫະ
ລັດເຂົ້າໃນກິດຈະການພາຍໃນຂອງເມັກຊິໂກ. ລັດຖະບານເມັກຊິໂກໄດ້ສະແດງປະຕິກິ
ລິຍາແບບໂກດແຄ້ນໃນອັນທີ່ເບິ່ງກັນວ່າເປັນການບໍ່ໃຫ້ກຽດແລະ ແຊກແຊງຂອງສະຫະ
ລັດເຂົ້າໃນບັນຫາສໍ້ລາດບັງຫຼວງ ກ່ຽວກັບຄ້າຢາເສບຕິດ ຂອງປະເທດ.

ໜັງສືໄດ້ຍ້ອງຍໍສະໜັບສະໜູນ ທ່າທີດ້ານຄົນເຂົ້າເມືອງຂອງທ່ານໄປເດັນ ຊຶ່ງ ທ່ານໂລ
ເປສ ໂອບຣາດໍ ກ່າວວ່າ ຄວາມຫວັງຂອງທ່ານຈະເຮັດໃຫ້ສອງປະເທດ “ສືບຕໍ່ແຜນການ
ເພື່ອຊຸກຍູ້ການພັດທະນາແລະຄວາມຢູ່ດີເປັນສຸກຂອງບັນດາ ປະຊາຄົມທາງພາກຕາ
ເວັນຕົກສຽງໃຕ້ເມັກຊິໂກ ແລະບັນດາປະເທດໃນອາເມຣິ ກາກາງ.”

ທ່ານໂລເປສ ໂອບຣາດໍ ກ່າວວ່າ ທ່ານຫວັງວ່າ ທັງສອງປະເທດອາດສາມາດ ເຮັດວຽກຮ່ວມກັນ “ເພື່ອແກ້ໄຂບັນຫາອັນແທ້ຈິງ ໃນການຫຼັ່ງໄຫຼ ຂອງຄົນເຂົ້າເມືອງ ຈາກ ແລະ
ຜ່ານເມັກຊິໂກ ໄປຫາສະຫະລັດ.”

ປະທານາທິບໍດີເມັກຊິໂກ ໄດ້ໃຫ້ຂໍ້ສັງເກດວ່າ ທ່ານ ແລະ ທ່ານໄບເດັນ ໄດ້ ພົບປະກັນ
ປະມານເກົ້າປີກ່ອນ ເວລາທ່ານໄບເດັນໄດ້ເປັນຮອງປະທານາທິບໍດີ ແລະໄດ້ສະແດງ
ຄວາມຫວັງວ່າ ທັງສອງຈະສາມາດໂອ້ລົມກັນອີກໃນອະນາຄົດ.

ປະທານາທິບໍດີດໍໂນລ ທຣໍາ ຜູ້ທີ່ຈະອອກຈາກຕຳແໜ່ງ ໄດ້ພົບປະກັບ ທ່ານ ໂລເປສ
ໂອຍຣາດໍ ຢູ່ທຳນຽບຂາວໃນເດືອນກໍລະກົດທີີຜ່ານມາເພື່ອສົນທະນາ ກ່ຽວກັບການ
ຄ້າ ເສດຖະກິດ ແລະຄົນເຂົ້າເມືອງ. ການສົນທະນາໄດ້ເກີດຂຶ້ນ ຫຼັງຈາກຂໍ້ຕົກລົງ
ການຄ້າ (USMCA) ໃໝ່ລະຫວ່າງ ສະຫະລັດ ເມັກຊິໂກ ການາດາ ເລີ້ມມີຜົນບັງ
ຄັບໃຊ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG