ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້​ເສຍ​ຊີ​ວິດ ​ຍ້ອນ​ລົມ​ພາ​ຍຸ ໃນເມັກຊິກໂກ ເພີ່ມຂຶ້ນເປັນ 80 ຄົນ (ວີດີໂອ/ສະໄລດ໌)


Rising Toll of Dead and Missing from Two Storms in Mexico
please wait

No media source currently available

0:00 0:00:44 0:00
ລິງໂດຍກົງ

ສະພາບນໍ້າຖ້ວມໃນ Acapulco, Mexico

ເຈົ້າໜ້າ​ທີ່ຂອງເມັກຊິກໂກ ກ່າວວ່າ ມີ 58 ຄົນ ຍັງຫາຍ​ສາບ​ສູນ
ຫຼັງຈາກທີ່ໄດ້​ເກີດດິນເຈື່ອນຢ່າງຮ້າຍ​ແຮງ ຍ້ອນລົມພາຍຸຫົວ​ນຶ່ງ
ຂອງ​ຈຳນວນ 2 ຫົວ ທີ່ໄດ້ຖະຫຼົ່ມ ​ເຂດ​ແຄມຝັ່ງທະເລ ທັງ​ 2 ກໍ້າ​
ຂອງ​ປະ​ເທດ​ດັ່ງກ່າວ.

ດິນເຈື່ອນໄດ້​ເກີດ​ຂຶ້ນ ທີ່ບ້ານ La Pintada ທີ່ຕັ້ງຢູ່ທາງກໍ້າ
ຕາເວັນຕົກຂອງເມືອງຕາກອາກາດ​ແຄມ​ຝັ່ງ​ມະຫາ​ສະມຸດ
​ປາຊີ​ຟິກ Acapulco. ເຈົ້າຄອງກໍາແພງເມືອງ Atoyac de
Alvarez ​ທີ່ກຳກັບ​ດູ​ແລ​ບ້ານLa Pintada ​ໄດ້​ບອກ​ກັບ​
ບັນດາ​ພວກ​ນັກ​ຂ່າວວ່າ ​ມີ​ຢ່າງ​ນ້ອຍ15 ຄົນ ​ໄດ້​ຖືກ​ດຶງ​
ອອກ​ມາ​ ຈາກ​ດິນ​ທີ່ເຈື່ອນ​ລົງ​ມາ​ທັບຖົມນັ້ນ.


​ຕົວ​ເລກ​ຜູ້​ເສຍ​ຊີວິດ ​ໃນ​ທົ່ວປະ​ເທດເມັກຊິກໂກ ​ໄດ້​ເພີ່ມ​ຂຶ້ນເປັນ 80 ຄົນ​ແລ້ວ ​ເພາະ​ນໍ້າ​ໄດ້​
ຖ້ວມ​ຢ່າງ​ໜັກ​ແລະດິນເຈື່ອນ ຍ້ອນ​ລົມ​ເຮີຣິ​ເຄນ Ingrid ​ໃນ​ບໍລິ​ເວນ​ອ່າວ​ເມັກ​ຊິ​ໂກ ​ແລະລົມ
ພາຍຸ Manuel ​ໃນບໍລິ​ເວນ​ແຄມ​ຝັ່ງມະຫາ​ສະມຸດ Pacific. ພາຍຸ Manuel ​ໄດ້​ເພີ່ມ​ກໍາລັງ​ຂຶ້ນ
ໃນ​ວັນ​ພຸດ​ວານ​ນີ້ ​ຈາກ​ພາຍຸ​ເຂດ​ຮ້ອນທໍາ​ມະ​ດາ ​ມາ​ເປັນ​ພາຍຸ​ເຮີຣິ​ເຄນ​ແລະ ​ກໍາລັງ​ຈະ​ມຸ່ງ​ໜ້າ​
ໄປ​ສູ່​ລັດ Sinaloa ຊຶ່ງຈະພາໃຫ້ມີຝົນຕົກລະຫວ່າງ 12-25 ຊັງ​ຕີ​ແມັດ.

ເຮືອບິນຂອງກອງທັບ ແລະເຮືອບິນໂດຍສານຂອງເມັກຊິກໂກ ສາມາດຍົກຍ້າຍ​ພວກ​ນັກ
ທ່ອງ​ທ່ຽວຫຼາຍກວ່າ 5 ພັນຄົນ ຂອງຈໍານວນທັງ​ໝົດ 40 ພັນຄົນ ທີ່ຕົກຄ້າງຢູ່ໃນເມືອງ
Acapulco ບອ່ນທີ່ຖະໜົນຫົນທາງແລະອາຄານຮັບຮອງ​ຜູ້​ໂດຍສານຂອງ​ສະໜາມ​ບິນ​ໄດ້
ຖືກນໍ້າຖ້ວມສູງ​ເຖິງເຂົ່າ ຍ້ອນພາຍຸ Manuel ນີ້.
XS
SM
MD
LG