ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກລັດຖະບານ ຊະນະ ການເລືອກຕັ້ງ ຢູ່ໃນເມັກຊິໂກ


ທ່ານ Jaime Rodriguez ທີ່ຮູ້ຈັກກັນວ່າ "El Bronco," ເປັນຜູ້ສະໝັກ ອິດສະຫຼະ ສຳຫລັບ ເຈົ້າຄອງ ຂອງລັດ Nuevo Leon ທາງພາກເໜືອຂອງປະເທດ ຍົກນິ້ວມືທີ່ມີ
ນ້ຳເມິກຕິດຢູ່ນັ້ນໃຫ້ເບິ່ງ ຫຼັງຈາກໄດ້ປ່ອນບັດອອກສຽງ ໃນ
ເມືອງ Villa de Garcia ປະເທດເມັກຊິໂກ, ເມື່ອວັນອາທິດ ທີ 7 ມີຖຸນາ 2015.
ທ່ານ Jaime Rodriguez ທີ່ຮູ້ຈັກກັນວ່າ "El Bronco," ເປັນຜູ້ສະໝັກ ອິດສະຫຼະ ສຳຫລັບ ເຈົ້າຄອງ ຂອງລັດ Nuevo Leon ທາງພາກເໜືອຂອງປະເທດ ຍົກນິ້ວມືທີ່ມີ ນ້ຳເມິກຕິດຢູ່ນັ້ນໃຫ້ເບິ່ງ ຫຼັງຈາກໄດ້ປ່ອນບັດອອກສຽງ ໃນ ເມືອງ Villa de Garcia ປະເທດເມັກຊິໂກ, ເມື່ອວັນອາທິດ ທີ 7 ມີຖຸນາ 2015.

ປະທາ​ນາ​ທະ​ບໍດີ ເມັກ​ຊິ​ໂກ ທ່ານ Enrique Pena Nieto
​ແລະ ບັນ​ດາພັນ​ທະ​ມິດຂອງ​ທ່ານ ຍັງ​ຄົງ​ມີ​ສຽງ​ສ່ວນຫຼາຍ
ພຽງເລັກ​ນ້ອຍ ຢູ່​ໃນ​ສະພາ​ຕ່ຳ​ຂອງ​ລັດຖະສະພາ​ເມັກ​ຊິ​ໂກ
​ໃນ​ວັນ​ຈັນ​ມື້​ນີ້ ຫຼັງຈາກ​ທີ່​ມີ​ການ​ເລືອ​ກຕັ້ງກາງ​ສະ​ໄໝ.

ກ່ອນໜ້າການ​ເລືອກຕັ້ງ​ຂອງວັນ​ອາທິດ​ວານ​ນີ້ ໄດ້ມີຮ່ອງຮອຍ
ຂອງ​ຄວາມ​ຮຸນ​ແຮງ ຈາກ​ພວກ​ແກ່ງຄ້າ​ຢາ ທີ່​ຖືກ​ກ່າວ​ຫາ​ຍ້ອນ
​ການ​ເສຍ​ຊີວິດ​ ຂອງຜູ້​ສະໝັກ​ເລືອກຕັ້ງຫຼາຍທ່ານ.

ການ​ເລືອກ​ຕັ້ງກາງ​ສະ​ໄໝ ປົກກະຕິ​ແລ້ວ​ແມ່ນ​ດຶງ​ດູດ​ເອົາຜູ້​ຄົນ​
ອອກ​ມາປ່ອນ​ບັດ​ພຽງ​ບໍ່​ເທົ່າ​ໃດ​ຄົນ ​ແຕ່​ຄວາມ​ສົນ​ໃຈ​ແມ່ນ​ສູງ​ຜິດ​ປົກກະຕິໃນ​ຄັ້ງ​ນີ້ ​ໃນຂະນະ ​ທີ່​ແນວ​ໂຮມ​ຂອງ​ ​ພວກກຳມະບານ​ນາຍຄູ​ຫົວ​ຮຸນ​ແຮງ ​ແລ​ະ ບັນດາ​ນັກ​ເຄື່ອນ​ໄຫວ ​ໄດ້ປະຕິຍານ​ວ່າ ຈະ​ກີດ​ກັນ​ການ​ປ່ອນ​ບັດ​ດັ່ງກ່າວ. ຫີບປ່ອນ​ບັດ​ອອກສຽງຫຼາຍໜ່ວຍ ​ຖືກ​ເຜົາຖິ້ມ ຫຼື ຖືກລັກ​ເອົາ​ໄປ ​ໃນ​ວັນ​ອາທິດ​ວານ​ນີ້ ຢູ່​ທີ່​ລັດ Chiapas Guerrero ​ແລະ Oaxaca ບ່ອນທີ່​ງຽບ​ສະ​ຫງົບນັ້ນ.

​ຄຳ​ຮຽກຮ້ອງຕ່າງໆ​ຂອງພວກ​ນາຍຄູ ລວມທັງ ການ​ຂຶ້ນ​ເງິນ​ເດືອນຈຳນວນຫຼາຍ​ພໍ​ສົມຄວນ ຍຸດຕິ​ການ​ສອບ​ເສັງ​ນາຍຄູ ​ແລະ ນຳເອົາ ​ ພວກນັກ​ສຶກສາ 42 ຄົນ​ທີ່​ຫາຍ​ສາບ​ສູນ​ໄປ ຈາກວິທະຍາ​ໄລ​ຂອງ​ນາຍຄູ​ຫົວ​ຮຸນ​ແຮງ ກັບຄືນ​ມາຢ່າງ​ປອດ​ໄພ. ພວກ​ນັກ​ສຶກສາ​ເຫຼົ່ານັ້ນ ​ໄດ້​ຫາຍ​ໄປ​ເມື່ອ​ເດືອນ​ກັນຍາ​ປີ​ກາຍນີ້ ​ແລະ ບັນດາ​ໄອ​ຍະ​ການ​ກ່າວ​ວ່າ ພວກ​ເຂົາ​ເຈົ້າຖືກ​ຂ້າ​ຕາຍ ​ແລະ ຖືກ​ເຜົາ​ສົບ ໂດຍ​ພວກແກ່ງ​ຄ້າ​ຢາ. ຊາກ​ສົບ​ຂອງນັກ​ສຶກສາ​ພຽງຄົນ​ດຽວ ​ສາມາດ​ລະ​ບຸໂຕໄດ້​ ດ້ວຍ​ການກວດສອບ DNA.

Mexico Elections
please wait
Embed

No media source currently available

0:00 0:01:01 0:00

XS
SM
MD
LG