ກອງປະຊຸມສຸດຍອດຂອງບັນດາປະເທດອາເມຣິກາທີ່ສະຫະລັດເປັນເຈົ້າພາບຈັດໃນນະຄອນລອສ ແອນເຈີລິສ ໃນອາທິດນີ້ ຈະຂາດຄົນທີ່ສຳຄັນໃນຂະນະທີ່ປະທານາທິບໍດີ ເມັກຊິໂກ ທ່ານ ແອນເດຣສ ມານູແອລ ໂລເປສ ໂອບຣາດໍ ໄດ້ກ່າວໃນວັນຈັນວານນີ້ວ່າ ທ່ານຈະບໍ່ເຂົ້າຮ່ວມ.
ທ່ານ ໂລເປສ ໂອບຣາດໍ ກ່າວວ່າ ລັດຖະມົນຕີການຕ່າງປະເທດ, ທ່ານມາເຊໂລ ເອບາດ ຈະເປັນຕົວແທນຂອງເມັກຊິໂກ ຢູ່ກອງປະຊຸມສຸດຍອດດັ່ງກ່າວ.
ທ່ານ ໂລເປສ ໂອບຣາດໍ ກ່າວວ່າ “ມັນບໍ່ສາມາດມີກອງປະຊຸມສຸດຍອດໄດ້ ຖ້າທຸກປະເທດບໍ່ໄດ້ຖືກເຊື້ອເຊີນ ຫຼື ມັນສາມາດເກີດຂຶ້ນໄດ້ ແຕ່ນັ້ນແມ່ນເພື່ອການສືບຕໍ່ໃນລະບອບການແຊກແຊງທາງດ້ານການເມືອງທຸກຢ່າງ.”
ລັດຖະບານທ່ານ ໄບເດັນ ບໍ່ໄດ້ເຊື້ອເຊີນລັດຖະບານຄິວບາ, ເວເນຊູເອລາ ແລະນິກາຣາກົວ ເຂົ້າຮ່ວມໃນກອງປະຊຸມ, ເຊິ່ງໄດ້ນຳໄປສູ່ການຕັດສິນໃຈຂອງທ່ານ ໂລເປສ ໂອບຣາດໍ ທີ່ບໍ່ເຂົ້າຮ່ວມ ແລະຕໍ່ຕ້ານປະເທດອື່ນໆໃນຊີກໂລກຕາເວັນຕົກ.
ພ້ອມກັນນັ້ນ ໃນວັນຈັນວານນີ້, ປະທານາທິບໍດີຊີເລ ທ່ານ ກາບຣີແອລ ໂບຣິກ (Gabriel Boric) ໄດ້ກ່າວໃນນະຄອນຫຼວງອັອດຕາວາ ປະເທດ ການາດາ ວ່າການຕັດສິນໃຈຂອງລັດຖະບານທ່ານໄບເດັນທີ່ບໍ່ລວມເອົາສາມປະເທດທີ່ວ່ານີ້ແມ່ນ “ຂໍ້ຜິດພາດ” ແລະ “ຄວາມຜິດພາດ,” ແລະ ທ່ານຈະສືບຕໍ່ຍົກມັນເປັນປະເດັນໃນລະຫວ່າງກອງປະຊຸມສຸດຍອດນັ້ນ.
ທ່ານ ໂບຣິກ ໄດ້ກ່າວຢູ່ຄຽງຂ້າງນາຍົກລັດຖະມົນຕີ ການາດາ ທ່ານ ຈັສຕິນ ທຣູໂດ ຫຼັງຈາກການປະຊຸມຂອງພວກທ່ານ.
ໃນນະຄອນຫຼວງ ວໍຊິງຕັນ, ລັດຖະບານ ສະຫະລັດ ໄດ້ກ່າວວ່າເຂົາເຈົ້າເຂົ້າໃຈຄວາມເຫັນຂອງ ເມັກຊິໂກ ແຕ່ໄດ້ປ້ອງກັນການຕັດສິນໃຂຂອງ ສະຫະລັດ ເພື່ອບໍ່ລວມເອົາ ຄິວບາ, ນິກາຣາກົວ ແລະ ເວເນຊູເອລາ.
ໂຄສົກກະຊວງການຕ່າງປະເທດ ທ່ານ ເນັດ ໄພຣສ໌ ໄດ້ກ່າວໃນກອງປະຊຸມລາຍງານເມື່ອວັນຈັນວານນີ້ວ່າ “ສາມປະເທດທີ່ວ່ານີ້ບໍ່ແມ່ນຕົວຢ່າງໃນອຸດົມຄະຕິ ເມື່ອເວົ້າຢ່າງສຸພາບ ກ່ຽວກັບ ການປົກຄອງແບບປະຊາທິປະໄຕ. ໃນປັດຈຸບັນນີ້, ລະບອບການປົກຄອງ ຄິວບາ ໄດ້ດຳເນີນຄະດີຕໍ່ນັກສິລະປະສອງຄົນໃນຂໍ້ກ່າວຫາທີ່ແທ້ຈິງແລ້ວ ເຮັດໃຫ້ເສລີພາບໃນການປາກເວົ້າ ແລະ ການສະແດງສິລະປະເປັນສິ່ງທີ່ຜິດກົດໝາຍໃນ ຄິວບາ.”
ທ່ານໄດ້ອ້າງເຖິງການດຳເນີນຄະດີຕໍ່ຜູ້ຄັດຄ້ານລັດຖະບານທ່ານ ເມແຄລ ຄາສຕີໂຢ (Maykel Castillo) ແລະ ທ່ານ ຫຼຸຍ ມານູແອລ ໂອເຕໂຣ ອາລຄານຕາຣາ (Luis Manuel Otero Alcántara) ຜູ້ທີ່ປະເຊີນກັບການຂັງຄຸກສອງປີ ຫຼັງຈາກຖືກຈັບກຸມເມື່ອປີກາຍນີ້ຫຼັງຈາກການປະທ້ວງ.
ທ່ານ ໄພຣສ໌ ໄດ້ກ່າວວ່າ “ພວກເຮົາໄດ້ເຫັນລະບອບການປົກຄອງນັ້ນຈັບກຸມ, ກັກຂັງ, ຈັບໂດຍປາສະຈາຂໍ້ກ່າວຫາ, ຈັບຂັງຄຸກດ່ຽວຜູ້ທີ່ບໍ່ໄດ້ເຮັດຫຍັງ ແຕ່ສະແດງສິດທິທົ່ວໄປທີ່ເຂົາເຈົ້າມີເພື່ອລວມຕົວຢ່າງສັນຕິເພື່ອສະແດງທັດສະນະຄະຕິຂອງເຂົາເຈົ້າ.”
ທ່ານ ໄພຣສ໌ ໄດ້ກ່າວຕື່ມວ່າ “ສາມລະບອບການປົກຄອງທີ່ວ່ານີ້” ສ້າງສິ່ງທ້າຍ “ທີ່ບໍ່ສາມາດເອົາຊະນະໄດ້” ຕໍ່ມູນເຊື້ອປະຊາທິປະໄຕທີ່ສູງໃນວາລະແຜນການ.
ແຕ່ບັນດາຜູ້ແທນຂອງລັດຖະບານຊົ່ວຄາວຂອງ ເວເນຊູເອລາ ຂອງທ່ານ ຮວນ ກວາອີໂດ ຈະເຂົ້າຮ່ວມໃນກອງປະຊຸມສຸດຍອດຂອງອາທິດນີ້.