ລັດຖະມົນຕີການຕ່າງປະເທດເມັກຊິໂກ ກ່າວວ່າ ທ່ານໄດ້ເລີ້ມການເຈລະຈາກັບເຈົ້າໜ້າທີ່ສະຫະລັດແລ້ວ ຫຼັງຈາກປະທານາທິບໍດີ ດໍໂນລ ທຣຳໄດ້ຂູ່ວ່າຈະເກັບຕໍ່ຜະລິດຕະພັນຂອງເມັກຊິໂກ ຍ້ອນມີພວກຄົນເຂົ້າເມືອງເພີ້ມຂຶ້ນຢູ່ໃນເຂດຊາຍແດນ.
ທ່ານມາແຊໂລ ເອບຣາດ ກ່າວຜ່ານທາງທວີດເຕີ້ໃນວັນສຸກວານນີ້ວ່າ ທ່ານໄດ້ລົມກັບລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໂດຍທາງໂທລະສັບ ແລະການພົບປະແບບເຊິ່ງໜ້າລະຫວ່າງທ່ານ ແລະທ່ານພອມພຽວ ຈະມີຂຶ້ນທີ່ວໍຊິງຕັນ ໃນວັນພຸດຈະມານີ້.
ທ່ານເອບຣາດ ກ່າວວ່າ “ການພົບປະສຸດຍອດ ເພື່ອແກ້ໄຂບັນຫາຂັດແຍ້ງຂອງສະຫະລັດ ກັບປະເທດຂອງພວກເຮົາ ຈະມີຂຶ້ນ ໃນວັນພຸດຈະມາ ຢູ່ທີ່ວໍຊິງຕັນ. ພວກເຮົາແມ່ນຈະເດັດດ່ຽວ ແລະປ້ອງກັນກຽດສັກສີຂອງເມັກຊິໂກ.”
ກ່ອນໜ້ານີ້ ປະທານາທິບໍດີເມັກຊິໂກ ໄດ້ຕອບໂຕ້ຕໍ່ການຂົ່ມຂູ່ ທີ່ຈະເກັບພາສີຂອງສະຫະລັດແບບລະມັດລະວັງ ໂດຍຮຽກຮ້ອງໃຫ້ “ໃຊ້ການເຈລະຈາ” ກ່ຽວກັບ “ມາດຕະການແບບບັງຄັບ.”
ປະທານາທິບໍດີເມັກຊິໂກ ທ່ານແອນເດຣສ ມານູແອລ ໂລເປັສ ໂອບຣາດໍ ໄດ້ກ່າວວ່າ “ຂ້າພະເຈົ້າຂໍກ່າວຢ້ຳວ່າ ພວກເຮົາຈະບໍ່ຕົກເຄື່ອງມື ໃນການທ້າທາຍໃດໆ ແຕ່ພວກເຮົາຈະລະມັດລະວັງ ແລະພວກເຮົາຈະໃຫ້ການເຄົາລົບຕໍ່ສິດອຳນາດຂອງສະຫະລັດ ແລະຂອງປະທານາທິບໍດີ ດໍໂນລ ທຣຳ.”
ການໃຫ້ຄວາມເຫັນຂອງທ່ານ ໃນຕອນເຊົ້າວັນສຸກວານນີ້ ມີຂຶ້ນຫຼັງຈາກ ທີ່ໄດ້ມີການເປີດເຜີຍຈົດໝາຍສອງໜ້າ ໄປຫາປະທານາທິບໍດີທຣຳ ທີ່ມີນ້ຳສຽງຄ້າຍຄືກັນນີ້ ເພື່ອ ເປັນການຕອບ ຕໍ່ການປະກາດຂອງປະທານາທິບໍດີທຣຳ ຜ່ານທາງທວີດເຕີ້ໃນຕອນເຊົ້າວານນີ້ ທີ່ວ່າສະຫະລັດຈະເລີ້ມເກບັພາສີຕໍ່ສິນຄ້າທີ່ນຳເຂົ້າຈາກເມັກຊິໂກ.
ທ່ານທຣຳຂຽນລົງໃນທວີດເຕີ້ວ່າ “ໃນວັນທີ 10 ມິຖຸນານີ້ສະຫະລັດຈະເລີ້ມເກັບພາສີ 5 ເປີເຊັນ ຕໍ່ສິນຄ້າທຸກໆຊະນິດ ທີ່ນຳເຂົ້າມາໃນປະເທດຂອງພວກເຮົາຈາກເມັກຊິໂກຈົນກວ່າເວລາໃດທີ່ພວກຄົນເຂົ້າເມືອງຜິດກົດໝາຍຜ່ານເມັກຊິໂກແລະເຂົ້າມາ ໃນປະເທດຂອງພວກເຮົາຍຸຕິລົງ.” ທ່ານຂຽນຕື່ມວ່າ ຈົນກວ່າ “ບັນຫາຄົນເຂົ້າເມືອງຜິດກົດໝາຍ ໄດ້ຮັບການແກ້ໄຂ” ການເກັບພາສີດັ່ງກ່າວຈະເພີ້ມຂຶ້ນໃນແຕ່ລະເດືອນ ອາດຈະສູງເຖິງ 25 ເປີເຊັນ ພາຍໃນວັນທີ 1 ຕຸລາ.