ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເມັກຊິໂກ ຈັບກຸມ ຜູ້ຕ້ອງສົງໄສ ກ່ຽວກັບ ການຄາດຕະກຳ ແລະລວນລາມທາງເພດ ພວກເດັກນ້ອຍ


ເຮລິຄອບເຕີ ຕຳຫຼວດ ບິນເວີ່ນຢູ່ເທິງຄຸກຂອງລັດ ໃນເມືອງ Acapulco ຂອງ Mexico, ວັນທີ 6 ກໍລະກົດ 2017.
ເຮລິຄອບເຕີ ຕຳຫຼວດ ບິນເວີ່ນຢູ່ເທິງຄຸກຂອງລັດ ໃນເມືອງ Acapulco ຂອງ Mexico, ວັນທີ 6 ກໍລະກົດ 2017.

ຕຳຫຼວດຂອງ ເມັກຊິໂກ ໄດ້ຄວບຄຸມໂຕ ຜູ້ນຳຂອງລັດທິຄວາມເຊື່ອຖື ຜູ້ມີເມຍຫຼາຍຄົນ
ທີ່ທາງການສະຫະລັດ ຕ້ອງການຕົວ ໃນຂໍ້ຫາວ່າ ລວນລາມທາງເພດພວກເດັກນ້ອຍ
ແລະ ຜູ້ທີ່ຖືກສົງໄສວ່າ ຄາດຕະກຳ ຊາວອາເມຣິກັນ 3 ຄົນ ຢູ່ໃນປະເທດເມັກຊິໂກ.

ທ້າວ Orson William Black Junior ໄດ້ຖືກຈັບກຸມຢູ່ໃນລັດ Chihuahua ຢູ່ໃກ້ກັບ
ຊາຍແດນຂອງເມັກຊິໂກ ພ້ອມກັນກກັບ ເມຍຂອງລາວ 4 ຄົນ ແລະ ອີກ 22 ຄົນອື່ນໆ
ທີ່ລວມມີ ພວກເດັກນ້ອຍນຳດ້ວຍ ດັ່ງທີ່ຖະແຫລງການຂອງໄອຍະການລັດໄດ້ກ່າວນັ້ນ.

ໃນການປະຕິບັດການຮ່ວມກັນ ກັບອົງການສັນຕິບານກາງສະຫະລັດ ຫຼື FBI ໂດຍມີ
ເຈົ້າໜ້າທີ່ຕຳຫຼວດປະມານ 100 ຄົນ ໄດ້ເຄື່ອນໄຫວເຂົ້າໄປໃນເຮືອນສາມຫລັງ ແລະ
ສວນສອງແຫ່ງ ຢ່າງວ່ອງໄວ ບ່ອນທີ່ທ້າວ Black ແລະ ພວກຜູ້ຕິດຕາມລາວ ອາໄສ
ຢູ່ນັ້ນ ອິງຕາມຖະແຫລງການດັ່ງກ່າວ.

ການຈັບກຸມດັ່ງກ່າວໄດ້ມີຂຶ້ນ ລຸນຫລັງການສືບສວນ ໃນວັນທີ 10 ເດືອນກັນຍາ ກ່ຽວກັບ
ການສັງຫານຊາວອາເມຣິກັນ 3 ຄົນ ໃນຂົງເຂດດັ່ງກ່າວ ຊຶ່ງຜູ້ຕາຍມີອາຍຸ 15 ປີ 19 ປີ
ແລະ 23 ປີ ນັ້ນ.

ທ້າວ ແບລກ ໄດ້ຖືກກາຍເປັນຜູ້ຕ້ອງສົງໄສວ່າ ສັງຫານຊາຍສາມຄົນດັ່ງກ່າວນັ້ນ ແຕ່ກໍ
ຍັງບໍ່ທັນໄດ້ມີການຟ້ອງຮ້ອງເທື່ອ. ນອກນັ້ນ ຜູ້ກ່ຽວຍັງພວມປະເຊີນກັບຂໍ້ກ່າວຫາວ່າ
ຄ້າຂາຍມະນຸດນຳດ້ວຍ. ເທົ່າເຖິງປັດຈຸບັນ ທ້າວແບລກ ກັບພວກອື່ນໆ ທີ່ຖືກຈັບຍັງຖືກ
ກ່າວຫາວ່າ ເຂົ້າປະເທດເມັກຊິໂກ ຢ່າງຜິດກົດໝາຍ ແລະ ທໍລະມານສັດນຳ ລຸນຫລັງ
ຕຳຫຼວດໄດ້ພົບເຫັນພວກສັດທີ່ຖືກຂ້າ ແລະແຊ່ເຢັນໄວ້ຢູ່ໃນບ້ານເຮືອນຂອງພວກເຂົາ.

ທ້າວແບລກ ຖືກຕ້ອງການຕົວມາ ໃນສະຫະລັດ ໄດ້ 15 ປີແລ້ວ ໃນຂໍ້ຫາລວນລາມ
ທາງເພດ ພວກເດັກນ້ອຍ ໃນລັດ ອາຣີໂຊນາ ຂອງສະຫະລັດ ກ່ອນຈະໂຕນໜີໄປຢູ່
ເມັກຊິໂກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG