ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຕຳ​ຫຼວດ​ເມັກ​ຊິ​ໂກ ​ຈັບ​​​ຄົນທີ່​ສົງ​ໄສວ່າ​ ​ສັງ​ຫານ​ຊາວ​ໜຸ່ມ ​ອົບ​ພະ​ຍົບ ຮອນ​ດູ​ຣາ​ສ 2 ​ຄົນ


ອາ​ຫານ​ເຊົ້າ​ທີ່​ມີ​ເຂົ້າ, ​ໝາກ​ຖ​ົ່ວ ແລະ​ແຜ່ນທໍ​ເທຍ ກຽມ​ໄວ້​ໃຫ້​ອົບ​ພະ​ຍົບຮອນ​ດູ​ຣາ​ສ​ກິນ ຢູ່​ສາງ​ເປົ່າ​ແຫ່ງ​ນຶ່ງ ທີ່​ເປີດ​ໃຫ້​ຊາວ​ອົບ​ພະ​ຍົບ​ໄປ​ອາ​ໄສ​ຢູ່, ໃນເມືອງທີ​ຮ​ວາ​ນ, ເມັກ​ຊິໂກ (18 ທັນ​ວາ 2018)
ອາ​ຫານ​ເຊົ້າ​ທີ່​ມີ​ເຂົ້າ, ​ໝາກ​ຖ​ົ່ວ ແລະ​ແຜ່ນທໍ​ເທຍ ກຽມ​ໄວ້​ໃຫ້​ອົບ​ພະ​ຍົບຮອນ​ດູ​ຣາ​ສ​ກິນ ຢູ່​ສາງ​ເປົ່າ​ແຫ່ງ​ນຶ່ງ ທີ່​ເປີດ​ໃຫ້​ຊາວ​ອົບ​ພະ​ຍົບ​ໄປ​ອາ​ໄສ​ຢູ່, ໃນເມືອງທີ​ຮ​ວາ​ນ, ເມັກ​ຊິໂກ (18 ທັນ​ວາ 2018)

ພວກ​ເຈົ້າໜ້າ​ທີ່ ຢູ່​ລັດ​ ບາ​ຈາຄາ​ລິ​ຟໍ​ເນຍ​ຂອງ​ເມັກ​ຊິ​ໂກ ໄດ້​ຈັບ​ກຸມ​ສາມ​ຄົນທີ່​ສົງ​ໄສວ່າ​
ໄດ້​ສັງ​ຫານ​ຊາວ​ໜຸ່ມ​ອົບ​ພະ​ຍົບຮອນ​ດູ​ຣາ​ສ ສອງ​ຄົນ ທີ່​ຖືກ​ພົບ​ວ່າ​ເສຍ​ຊີ​ວິດ​ໃນ​ວັນ​ເສົາ
​ຜ່ານ​ມາ ຢູ່​ເມືອງ​ທີ​ຮ​ວານາ ໃນ​ເຂດຊາຍ​ແດນນັ້ນ.

ພວກ​ໄອ​ຍະ​ການ​ເວົ້າ​ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງວ່າ ຜູ້ຊາຍ​ສອງ​ຄົນ ແລະ​ແມ່​ຍິງ
​ຄົນນຶ່ງ ຖືກ​ກັກ​ຂັງ​ພາຍ​ໃຕ້ຂໍ້​ກ່າວ​ຫາວ່າ​ທຳ​ການ​ຄາດ​ຕະ​ກຳ ແລະຂໍ້​ກ່າວ​ຫາ​ອື່ນໆ​ອີກ.

ຄົນ​ເວົ້າ​ກັນ​ວ່າ ຜູ້​ໄດ້​ຮັບ​ເຄາະ​ຮ້າຍ ມີ​ອາ​ຍຸ​ປະ​ມານ 16 ຫລື 17 ປີ.

ຖະ​ແຫລງ​ການ​ສະ​ບັບນັ້ນ​ເວົ້າ​ວ່າ ພວກ​ອົບ​ພະ​ຍົບ​ດັ່ງ​ກ່າວ ພາ​ກັນ​ຍ່າງ​ໄປ​ຕາມ​ຖະ​ໜົນ
​ຫລັງ​ຈາກ​ອອກ​ຈາກ​ບ່ອນ​ພັກ​ເຊົາ​ຊົ່ວ​ຄາວ​ໄປ ແລະ​ກໍ​ມີ​ຄົນ​ທີ່​ປາກົດ​ວ່າ​ຈະມາ​ປຸ້ນຍ່າງ​
ເຂົ້າ​ໄປ​ຫາ. ມີ​ຜູ້​ນຶ່ງ​ທີ່​ຢູ່​ນຳ​ເຂົາ​ເຈົ້າ​ນັ້ນໄດ້​ຮັບ​ບາດ​ເຈັບແຕ່​ກໍ​ພະ​ຍາ​ຍາມ​ຫລົບ​ໜີ​ໄດ້
ແລະ​ສົບ​ຂອງ​ເດັກ​ຊາວ​ໜຸ່ມ​ພວກນັ້ນ ຖືກ​ພົບ​ເຫັນ​ຢູ່​ຮ່ອມ​ບ້ານ​ແຫ່ງ​ນຶ່ງໃນ​ເວ​ລາ​ຕໍ່​ມາ
ທີ່​ມີ​ຮ່ອງ​ຮອຍປາ​ກົດໃຫ້​ເຫັນ​ວ່າ ​ຖືກ​ບີບ​ຄໍ ແລະມີບາດ ຍ້ອນ​ຖືກ​ແທງ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຮອນ​ດູ​ຣາ​ສ ໄດ້​ສົ່ງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ໄປ​ໃຫ້​ຄອບ​ຄົວ
​ຂອງ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ, ແລະ​ເວົ້າ​ວ່າ ຕົນ​ກຳ​ລັງ​ລໍ​ຟັງ​ຂ່າວ​ວ່າ ພວກ​ທີ່​ຮັບ​ຜິດ​ຊອບ​ຕໍ່​
ການ​ຕາຍ​ຂອງ​ພວກ​ເຂົາ​ເຈົ້າ​ນັ້ນ ໄດ້ຖືກ​ນຳ​ມາ​ລົງ​ໂທດ​ຢ່າງ​ຍຸ​ຕິ​ທຳ.

ຮອນ​ດູ​ຣາ​ສ​ຍັງ​ໄດ້​ເຕືອນ​ໃຫ້​ປະ​ຊາ​ຊົນ​ຂອງ​ຕົນ​ ວ່າບໍ່​ໃຫ້​ພາ​ກັນ​ເອົາ​ຊີ​ວິດ​ໄປ​ສ່ຽງ ​ຢູ່​ໃນ​
ການ​ອົບ​ພະ​ຍົບແບບ​ອັນ​ຕະ​ລາຍ​ໄປ​ຕາມ​ເສັ້ນ​ທາງ​ທີ່​ຂຶ້ນ​ໄປ​ທາງ​ເໜືອຫາ​ສະ​ຫະ​ລັດ.

ຫລາຍ​ພົນ​ຄົນ​ໄດ້​ເດີນ​ທາງ​ໄປ​ຕາມ​ເສັ້ນ​ທາງນັ້ນ ໃນ​ຊຸມ​ເດືອນ​ຜ່ານ​ມາມໍ່ໆ​ນີ້ ​ເພື່ອ​ຫາ
​ທາງຫລົບ​ໜີ​ຄວາມ​ຮຸນ​ແຮງແລະຄວາມ​ທຸກ​ຈົນ ແລະ​ຈາກ​ບ້ານເຮືອນ ແລະຊອກຫາ
​ໂອ​ກາດ​ທີ່​ຈະ​ຂໍ​ລີ້​ໄພ​ຢູ່​ໃນ​ສະ​ຫະ​ລັດ.

ພວກ​ເຂົາ​ເຈົ້າກຳ​ລັງ​ລໍຖ້າ​ຢູ່ໃນ​ເມືອງ​ທີ​ຮ​ວາ​ນາ, ຊຶ່ງ​ເປັນ​ເຂດ​ທີ່​ອັ່ງ​ອໍ​ໄປດ້ວຍຜູ້​ຄົນໄປ
​ຂໍ​ລີ້​ໄພຢູ່​ແລ້ວ, ເປັນ​ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ຕ້ອງ​ໄດ້​ລໍ​ຖ້າ​ຢູ່​ຫັ້ນ​ເປັນ​ເວ​ລາ​ດົນ​ນານ
ເພື່ອ​ຈະ​ເຮັດ​ໃຫ້​ມີການຮັບ​ຮູ້​ການ​ຂໍ​ລີ້​ໄພ​ຂອງ​ພວກ​ເຂົາ​ເຈົ້າ. ໃນດ່ານ​ເຂົ້າ​ເມືອງ
​ໃຫຍ່​ຂອງ​ສະ​ຫະ​ລັດ​ຢູ່​ເຂດນັ້ນ, ພວກ​ເຈົ້າ​ໜ້າ​ທີ່ດຳ​ເນີນການ​ຮັບ​ເອ​ກະ​ສານ​ຂອງ​
ພວກ​ຂໍລີ້​ໄພ​ປະ​ມານ 60 ສະ​ບັບ​ຕໍ່​ມື້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG