ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາເມັກຊິໂກ ປະຕິເສດ ການຂໍອຸທອນ ຂອງຣາຊາ ຄ້າຢາເສບຕິດ 'El Chapo'


ຣາຊາຢາເສບຕິດ ທີ່ຖືກຈັບ ທ້າວ Joaquin "El Chapo" Guzman.
ຣາຊາຢາເສບຕິດ ທີ່ຖືກຈັບ ທ້າວ Joaquin "El Chapo" Guzman.

ຜູ້​ພິພາກສາ ​ລັດຖະບານ​ກາງເມັກ​ຊິ​ໂກຄົນ​ນຶ່ງ ​ໄດ້​ປະຕິ​ເສດ​ ຕໍ່ການຂໍອຸທອນ​ ຂອງຣາຊາ​ຄ້າ​ຢາ​ເສບ​ຕິດ Joaquin “El Chapo” Guzman ​ໃນການ​ສົ່ງ​ໂຕ​ຂອງ​ລາວ​ມາຍັງສະ​ຫະ ລັດ.

ກະຊວງ​ຕ່າງປະ​ເທດເມັກ​ຊິ​ໂກ​ໄດ້​ອະນຸມັດຕໍ່​ການ​ຮ້ອງ​ຂໍ​ໃນ​ໃນ​ການ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ​ດັ່ງ​ກ່າວເມື່ອ​ເດືອນ​ພຶດ​ສະພາແຕ່​ບັນດາ​ທະນາຍຄວາ​ມຂອງທ້າວ Guzman ​ໄດ້​ຕໍ່ສູ້ຂັດ ຂວາງ​ການ​ຕັດສິນ​ທີ່​ວ່າ​ນີ້ ​ຢູ່​ໃນ​ສານ​ປະຈຳ​ເຂດ.

ນຶ່ງໃນ​ຈຳນວນ​ບັນດາ​ທະນາຍ​ຄວາມຂອງ​ທ້າວ Guzman ທ່ານ Andres Granados ​ໄດ້​ໃຫ້​ຄຳ​ໜັ້ນສັນຍາ ທີ່​ຈະ​ຂໍ​ຮ້ອງ​ໃຫ້​ສານ​ສູງ​ສຸດ​ເປີດ​ຮັບ​ຟັງການ​ພິຈາ​ລະນາ.

ທ່ານ Granados ກ່າວ​ເ​ພີ້​ມອີກ​ວ່າ “ພວກ​ເຮົາຍັງ​ບໍ່​ໄດ້​ປະລາ​ໄຊ​ເທື່ອ” ​ແລະກ່າວ​ຕື່ມ​ວ່າ ທ່ານ​ຍັງ​ສາມາດ​ທີ່​ຈະສົ່ງ​ຄະດີ​ນີ້ ໄປໃຫ້ຄະນະ​ກຳມາທິການ​ສິດທິ​ມະນຸດ​ ຂອງ​ບັນດາ​ປະ​ເທດ​ໃນ​ທະວີບອາ​ເມຣິກາ.

ຫົວໜ້າ​ກຸ່ມຄ້າ​ຢາ​ເສບ​ຕິດ Sinaloa ​ໄດ້​ຖືກ​ຈັບ​ໃນ​ເດືອນ​ມັງກອນທີ່​ຜ່ານ​ມາ​ຫລັງ​ຈາກ​ໄດ້​ຫລົບໜີເທື່ອທີ​ສອງຈາກບ່ອນຄຸມ​ຂັງທີ່​ມີ​ການຮັກສາ​ຄວາມປອດ​ໄພ​ຢ່າງ ໜາ​ແໜ້ນ. ປັດ​ ຈຸ​ບັນ​ນີ້​ລາວ​ຕິດຄຸກຢູ່ທີ່ລັດ Chihuahua ​ໃນ​ບໍລິ​ເວນ​ຊາຍ​ແດນ ທາງ​ດ້ານ​ເໜືອ​ຂອງ​ປະ​ເທດ.

​ເມັກ​ຊິ​ໂກໄດ້​ກ່າວ​ວ່າ ຕົນ​ຈະ​ສົ່ງ​ທ້າວ Guzman ​ໃຫ້​ສະຫະລັດ​ໃນ​ເດືອນ​ກຸມພາ​ຈະ​ມາ​ເຖິງ​ນີ້.

ທ້າວ Guzman ກຳລັງ​ປະ​ເຊີນ​ໜ້າ​ກັບ​ການທີ່​ຈະ​ຖືກ​ສົ່ງ​ໂຕ​ໄປ​ສອງ​ບ່ອນ ບ່ອນ​ນຶ່ງ​ຢູ່​ລັດ California ​ໃນ​ຖານ​ຈຳໜ່າຍ​ຢາ​ເສບ​ຕິດຢູ່​ທີ່​ນັ້ນ ​ແລະ​ອີກ​ບ່ອນ​ນຶ່ງ​ຢູ່​ລັັດ Texas ​ໃນ​ຂໍ້​ຫາ​ຕ່າງໆ ທີ່ຮວມທັງ​ຄາດ​ຕະກຳ ​ແລະ​ຟອກ​ເງິນ.

ການ​ສົ່ງ​ໂຕ​ຜູ້​ຮ້າຍ​ຂ້າມ​ແດນ​ດັ່ງກ່າວ​ນີ້​ຈະ​ພາ​ໃຫ້​ມີການ​ດຳ​ເນີນ​ຄະດີ​ທີ່​ສຳຄັນ​ຢູ່​ໃນ​ສະຫະ ລັດ ຕໍ່​ຫົວໜ້າ​ຄ້າ​ຢາ​ເສບ​ຕິດ ທີ່​ຖືກ​ກ່າວ​ຫາ​ວ່າ ​ສະໜອງຢາ​ເສບ​ຕິດຫລາຍ​ໆໂຕນ​ໃຫ້​ແກ່​ບັນດາ​ຜູ້ຕິດ​ຢາຢູ່​ໃນ​ສະຫະລັດ ​ໃນ​ຂະນະ​ທີ່ຜັກ​ດັນ​ໃຫ້ເກີດ​ຄວາ​ມ​ຮຸນ​ແຮງ​ຢູ່ໃນ​ເມັກ​ຊິ​ໂກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG