ນັກຂ່າວຈຳນວນຫຼາຍຮ້ອຍຄົນ ໄດ້ພາກັນເດີນຂະບວນໃນວັນອາທິດວານນີ້ໃນນະຄອນຫຼວງຂອງ ເມັກຊິໂກ ເພື່ອປະທ້ວງຕໍ່ການສັງຫານ ຊ່າງພາບນັກຂ່າວຄົນໜຶ່ງ ເຊິ່ງຖືກພົບເຫັນເສຍຊີວິດຈາກການຖືກຍິງພ້ອມກັບແມ່ຍິງ 4 ຄົນ.
ພວກເຂົາເຈົ້າພາກັນຖືປ້າຍ ກ່າວປະນາມຄວາມຮຸນແຮງຕໍ່ນັກຂ່າວ, ຮຽກຮ້ອງໃຫ້ມີຄວາມຍຸດຕິທຳ ແລະ ຢຸດຕິຕໍ່ການໃຫ້ອະໄພຍະໂທດ, ພ້ອມກັບຮູບຂອງທ້າວ Ruben Espinosa, ຜູ້ທີ່ໄດ້ຫຼົບໜີເຂົ້ານະຄອນຫຼວງ ເມັກຊິໂກ ຊິຕີ້ ເມື່ອຫຼາຍສັບປະດາຜ່ານມາຫຼັງຈາກຖືກກໍ່ກວນຢູ່ນອກເຮືອນຂອງລາວທີ່ເມືອງ Veracruz.
ໄອຍະການຂອງນະຄອນຫຼວງ ເມັກຊິໂກ ຊິຕີ້ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອາທິດວານນີ້ວ່າ “ທຸກວິທີທາງຂອງ ການສືບສວນສອບສວນແມ່ນໄດ້ເປີດແລ້ວ” ໃນຄະດີດັ່ງກ່າວ, ແລະ ວ່າທ້າວ Espinosa ເຂົ້າມາໃນເມືອງເພື່ອຊອກວຽກເຮັດ.
ບັນດານັກຂ່າວ ແລະ ທະນາຍຄວາມ ສື່ອິດສະຫຼະ, ລວມມີທ້າວ Dario Ramirez ຂອງກຸ່ມມາດຕາ 19, ຢາກໃຫ້ບັນດາອຳນາດການປົກຄອງ ຊອກຫາໄພຂົ່ມຂູ່ທີອາດເປັນໄປໄດ້ຕໍ່ທ້າວ Espinosa ເຊິ່ງເກີດຂຶ້ນຍ້ອນໜ້າທີ່ວຽກງານຂອງລາວ.