ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳນວນ ຜູ້ເສຍຊີວິດສູງສຸດ ຈາກເຫດແຜ່ນດິນໄຫວ ໃນປະເທດ ເມັກຊິໂກ ເພີ່ມຂຶ້ນເປັນ 90 ​ຄົນ


ທະຫານຄົນໜຶ່ງ ຢືນຍາມບັນດາແມ່ເຮືອນທັງຫຼາຍທີ່ຢືນ
ລຽນແຖວກັນ ເພື່ອຮັບເອົາສ່ວນປັນອາຫານ ແລະ ນໍ້າໃນ
ເມືອງ Juchitan, ລັດ Oaxaca ປະເທດ ເມັກຊິໂກ Mexico, ເຂດທີ່ໄດ້ຮັບຜົນກະທົບຢ່າງໜັກຈາກແຜ່ນດິນໄຫວ ຄວາມແຮງ 8.2 ໃນວັນພະຫັດທີ່ຜ່ານມາ. 9 ກັນຍາ, 2017.
ທະຫານຄົນໜຶ່ງ ຢືນຍາມບັນດາແມ່ເຮືອນທັງຫຼາຍທີ່ຢືນ ລຽນແຖວກັນ ເພື່ອຮັບເອົາສ່ວນປັນອາຫານ ແລະ ນໍ້າໃນ ເມືອງ Juchitan, ລັດ Oaxaca ປະເທດ ເມັກຊິໂກ Mexico, ເຂດທີ່ໄດ້ຮັບຜົນກະທົບຢ່າງໜັກຈາກແຜ່ນດິນໄຫວ ຄວາມແຮງ 8.2 ໃນວັນພະຫັດທີ່ຜ່ານມາ. 9 ກັນຍາ, 2017.

ຈຳນວນຜູ້ເສຍຊີວິດສູງສຸດ ຈາກເຫດແຜ່ນດິນໄຫວຂະໜາດໃຫຍ່ ທີ່ໄດ້ເກີດຂຶ້ນໃນ
ພາກໃຕ້ຂອງປະເທດ ເມັກຊິໂກ ໄດ້ເພີ່ມຂຶ້ນເປັນຢ່າງ ໜ້ອຍ 90 ຄົນແລ້ວ, ຊຶ່ງຈຳ
ນວນຜູ້ເສຍຊີວິດສ່ວນໃຫຍ່ແມ່ນຢູ່ໃນລັດ Oaxaca.

ແຜ່ນດິນໄຫວຮ້າຍແຮງຂະໜາດ 8.2 ໄດ້ເກີດຂຶ້ນຢູ່ນອກຊາຍຝັ່ງທາງ ພາກໃຕ້ຂອງ
ປະເທດ ເມັກຊິໂກ ບໍ່ດົນກ່ອນທ່ຽງຄືນຂອງວັນພະຫັດ ທີ່ຜ່ານມາ, ປະມານ 100 ກິໂລ
ແມັດຫ່າງຈາກເມືອງ Tonala.

ໃນວັນອາທິດວານນີ້, ຫຼາຍຄົນຢູ່ໃນຂົງເຂດດັ່ງກ່າວຍັງອາໄສຢູ່ກາງແຈ້ງ ຍ້ອນຢ້ານ
ແຜ່ນດິນໄຫວນ້ອຍທີ່ອາດເກີດຂຶ້ນມາຕາມຫຼັງ, ລວມທັງຄັ້ງໜຶ່ງ ທີ່ມີຄວາມແຮງເຖິງ
5.2 ໃນຕອນເຊົ້າ ຂອງວັນອາທິດວານນີ້.

ບັນດາເຈົ້າໜ້າທີ່ໃນລັດ Oaxaca ແລະ Chiapas ກ່າວວ່າ ເຮືອນຫຼາຍພັນຫຼັງ ແລະ
ໂຮງຮຽນຫຼາຍພັນແຫ່ງ ໄດ້ຮັບຄວາມເສຍຫາຍ ຫຼື ຖືກທຳລາຍ. ມີລາຍງານວ່າ ປະຊາ
ຊົນຫຼາຍພັນຄົນຂາດນໍ້າໃຊ້.

ແຜ່ນດິນໄຫວດັ່ງກ່າວໄດ້ກະຕຸ້ນໃຫ້ເກີດຄື້ນ Tsunami ສູງ 1 ແມັດ, ອີງຕາມສູນ
ເຕືອນຄື້ນ Tsunami ມະຫາສະໝຸດປາຊີຟິກ, ແຕ່ບໍ່ມີລາຍງານກ່ຽວກັບ ຄວາມເສຍ
ຫາຍຈາກໄພດັ່ງກ່າວ.

ແຜ່ນດິນໄຫວຄັ້ງນີ້ ສາມາດຮູ້ສຶກໄດ້ ຢູ່ຫ່າງອອກໄປເຖິງນະຄອນຫຼວງ ເມັກຊິໂກ ຊິຕີ້
ແລະ ນະຄອນຫຼວງຂອງປະເທດ ກົວເຕມາລາ. ບັນດາຜູ້ອາໄສ ຢູ່ໃນນະຄອນຫຼວງຂອງ
ປະເທດ ເມັກຊິໂກ ໄດ້ພາກັນຫຼົບໜີອອກມາຖະໜົນ, ເຊິ່ງຫຼາຍຄົນຍັງໃສ່ຊຸດນອນຢູ່,
ຍ້ອນຢ້ານວ່າອາຄານທີ່ ເຂົາເຈົ້າອາໄສຢູ່ອາດພັງລົງມາ.

ປະທານາທິບໍດີ ເມັກຊິໂກ ທ່ານ Enrique Pena Nieto ກ່າວວ່າ ແຜ່ນດິນໄຫວຄັ້ງນີ້
ແມ່ນໃຫຍ່ກວ່າຄັ້ງກ່ອນໆທີ່ເກີດຂຶ້ນໃນປະເທດເມື່ອປີ 1985 ທີ່ໄດ້ສັງຫານປະຊາຊົນ
ຫຼາຍພັນຄົນ. ໃນການກ່າວຄຳປາໄສ ອອກໂທລະພາບເມື່ອຕອນແລງຂອງວັນສຸກນັ້ນ,
ທ່ານໄດ້ປະກາດວັນ ໄວ້ອາໄລແຫ່ງຊາດເຖິງ 3 ວັນ ແລະ ໄດ້ສັນຍາວ່າ ລັດຖະບານ
ຈະຊ່ວຍເຫຼືອໃນການສ້າງສາບ້ານເມືອງຄືນໃໝ່.

ກຸ່ມຂອງບັນດາທະຫານ ແລະ ຕຳຫຼວດລັດຖະບານກາງ ທີ່ມີອຸປະກອນເຊັ່ນ ສຽມ ແລະ
ຄ້ອນຕີ ໄດ້ແຍກຢາຍກັນອອກໄປ ທົ່ວຊຸມຊົນຕ່າງໆ ເພື່ອຊ່ວຍຮື້ຕຶກ ທີ່ໄດ້ຮັບຄວາມ
ເສຍຫາຍ. ກຸ່ມອື່ນໆແມ່ນໄດ້ແຈກຢາຍອາຫານໃຫ້ແກ່ປະຊາຊົນ.

ທ່ານ Pena Nieto ກ່າວວ່າ “ຄວາມແຮງຂອງແຜ່ນດິນໄຫວຄັ້ງນີ້ ໄດ້ສ້າງຄວາມເສຍ
ຫາຍຢ່າງຫຼວງຫຼາຍ,”
ແຕ່ໄດ້ກ່າວເພີ່ມເຕີມວ່າ ການຕອບສະໜອງຂອງ ເມັກຊິໂກ
“ແມ່ນຈະໃຫຍ່ໄປກວ່ານັ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG